ທຣຳ ຂູ່ “ທຳລາຍລ້າງ” ອີຣານ ເທິງເວທີ UN, ການຈັດລະບຽບໂລກໃໝ່ ແລະ ເກມການເມືອງພາຍໃນຂອງສະຫະລັດ
ປະທານາທິບໍດີ ໂດນັລ ທຣຳ ເປີດສາກປະກາດອຳນາດເທິງເວທີກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ (UNGA) ຄັ້ງທີ 81 ດ້ວຍການຍື່ນຄຳຂາດຂູ່ “ທຳລາຍລ້າງ” ອີຣານ ຫາກບໍ່ຍອມເຂົ້າຮ່ວມການເຈລະຈາ. ໂດຍ ເປົ້າໝາຍສຳຄັນແມ່ນເພື່ອສະແດງແສນຍານຸພາບໃນການຈັດລະບຽບໂລກໃໝ່ຕາມນະໂຍບາຍ America First ພ້ອມທັງດຶງຄະແນນນິຍົມກ່ອນການເລືອກຕັ້ງກາງສະໄໝໃນເດືອນພະຈິກ.
ການເຄື່ອນໄຫວທີ່ດຸເດືອດນີ້ ໄດ້ສ້າງຄວາມຕຶງຄຽດຢ່າງຮຸນແຮງ ຈົນເຮັດໃຫ້ຄະນະຜູ້ແທນຈາກ ອີຣານ ແລະ ຄູບາ ຕັດສິນໃຈຍ່າງປະທ້ວງອອກຈາກຫ້ອງປະຊຸມທັນທີ.
ເທິງເວທີລະດັບໂລກ, ປະທານາທິບໍດີ ໂດນັລ ທຣຳ ໄດ້ໃຊ້ໂອກາດນີ້ປະກາດຄວາມສຳເລັດ ແລະ ຄວາມຍິ່ງໃຫຍ່ຂອງສະຫະລັດອາເມຣິກາ ພາຍໃຕ້ການນຳພາຂອງຕົນ. ຈຸດເດັ່ນຂອງສຸນທອນພົດຄັ້ງນີ້ ແມ່ນການໃຊ້ຄຳເວົ້າທີ່ດຸເດືອດ ແລະ ຮຸນແຮງທີ່ສຸດເທົ່າທີ່ເຄີຍມີມາ ໂດຍຍື່ນຄຳຂາດໃຫ້ ອີຣານ ເລືອກລະຫວ່າງການເຂົ້າຮ່ວມເຈລະຈາ ຫຼື ຕ້ອງປະເຊີນໜ້າກັບ “ການທຳລາຍລ້າງຢ່າງສິ້ນຊາກ” (Annihilation) ເຊິ່ງຈະບໍ່ມີໂອກາດຢູ່ລອດ ແລະ ບໍ່ມີຄວາມຫວັງສຳລັບຄົນຮຸ່ນຫຼັງ.
ບັນຍາກາດທີ່ຕຶງຄຽດດັ່ງກ່າວ ເຮັດໃຫ້ຄະນະຜູ້ແທນ ອີຣານ ຕັດສິນໃຈປະທ້ວງດ້ວຍການຍ່າງອອກຈາກຫ້ອງປະຊຸມ. ເມື່ອພິຈາລະນາໃນເຊີງວິເຄາະ, ນີ້ແມ່ນຮູບແບບ “ການທູດແຄມເຫວ” ທີ່ຜູກຕິດຢ່າງແໜ້ນແຟ້ນກັບເກມການເມືອງພາຍໃນຂອງສະຫະລັດ, ເນື່ອງຈາກ ທຣຳ ຕ້ອງການປິດເກມຄວາມຂັດແຍ່ງ ແລະ ສ້າງຜົນງານເພື່ອດຶງຄະແນນນິຍົມໃຫ້ກັບພັກຣີພັບບລິກັນ ກ່ອນການເລືອກຕັ້ງກາງສະໄໝທີ່ຈະມາເຖິງໃນເດືອນພະຈິກນີ້.
ຢ່າງໃດກໍຕາມ, ພາຍໃຕ້ທ່າທີທີ່ແຂງກະດ້າງເທິງເວທີ, ສິ່ງທີ່ເກີດຂຶ້ນຫຼັງສາກກໍຄືການເປີດປະຕູເຈລະຈາຢ່າງຕັ້ງໜ້າ. ເຈົ້າໜ້າທີ່ລະດັບສູງຂອງສະຫະລັດ ເຊັ່ນ ສະຕີບ ວິດຄັອບ (Steve Witkoff) ແລະ ຈາເຣັດ ຄຸຊເນີ (Jared Kushner) ໄດ້ມີການຫາລືທາງອ້ອມຜ່ານຄົນກາງກັບຄະນະຜູ້ແທນ ອີຣານ. ຕາມການລາຍງານຂອງ Reuter.
ຂະນະດຽວກັນ, ອີຣານ ໂດຍປະທານາທິບໍດີ ມາຊູດ ເປເຊຊກຽນ (Masoud Pezeshkian) ເຖິງວ່າຈະເດີນທາງມາຮ່ວມປະຊຸມ ແຕ່ກໍພະຍາຍາມຫຼີກລ່ຽງການພົບປະ ຫຼື ຈັບມືກັບ ທຣຳ ໂດຍກົງ ເພາະມີຄວາມສ່ຽງຕໍ່ຜົນກະທົບທາງການເມືອງພາຍໃນທີ່ສູງ.
ໂດຍ ອີຣານ ໄດ້ສົ່ງສັນຍານພ້ອມທີ່ຈະເປີດຊ່ອງແຄບຮໍມຸດ ພາຍໃນ 7 ວັນ ຫາກສະຫະລັດ ຍຸຕິການປິດລ້ອມທາງທະເລ. ນອກຈາກນີ້, ສະຫະລັດ ແລະ ຝຣັ່ງ ຍັງໄດ້ຮ່ວມກັນຮ່າງຍັດຕິສຳລັບຄະນະມົນຕີຄວາມໝັ້ນຄົງ ເພື່ອເນັ້ນໃສ່ເສລີພາບໃນການເດີນເຮືອ, ເຊິ່ງເປັນການແຍກປະເດັນຄວາມໝັ້ນຄົງທາງທະເລອອກຈາກບັນຫານິວເຄຼຍ ເພື່ອຫຼຸດຜ່ອນການຄັດຄ້ານຈາກ ຈີນ ແລະ ຣັດເຊຍ.
ນອກຈາກປະເດັນ ອີຣານ ແລ້ວ, ທຣຳ ຍັງໄດ້ຂະຫຍາຍອິດທິພົນການຈັດລະບຽບໂລກໃນອານາເຂດອື່ນໆ ໂດຍໄດ້ປະກາດຂໍ້ຕົກລົງຍຸດທະສາດດ້ານຄວາມໝັ້ນຄົງກັບ ເດນມາກ ແລະ ກຣີນແລນ ເພື່ອສ້າງຖານທັບທະຫານໃໝ່ 2 ແຫ່ງໃນກຣີນແລນ ແນໃສ່ຄວບຄຸມຈຸດຍຸດທະສາດອາກຕິກ.
ພ້ອມດຽວກັນນັ້ນ, ຍັງໄດ້ປະນາມ ຄູບາ ວ່າເປັນ “ລັດທີ່ຫຼົ້ມເຫຼວ” (Failed State) ທີ່ກຳລັງຈະລົ້ມສະຫຼາຍ, ຈົນເຮັດໃຫ້ຕົວແທນ ຄູບາ ຍ່າງອອກຈາກຫ້ອງປະຊຸມ ແລະ ລັດຖະມົນຕີກະຊວງການຕ່າງປະເທດຄູບາ ບຣູໂນ ໂຣດຣິເກສ (Bruno Rodríguez) ອອກມາໂຕ້ຕອບທັນທີ.
ໃນດ້ານເຕັກໂນໂລຊີ, ທຣຳ ໄດ້ສະເໜີໃຫ້ຫຼີກລ່ຽງການໃຊ້ຄຳວ່າ Artificial Intelligence (AI) ເພາະມອງວ່າຄຳວ່າ Artificial ສື່ເຖິງຄວາມປອມ, ໂດຍສະເໜີໃຫ້ປ່ຽນມາໃຊ້ຄຳວ່າ Super Intelligence (SI) ແທນ. ເພາະລາວເບິ່ງວ່າເຕັກໂນໂລຊີແມ່ນເຄື່ອງມືສູ່ອຳນາດອະທິປະໄຕ ທີ່ສະຫະລັດຕ້ອງເປັນຜູ້ນຳ ແລະ ບໍ່ຄວນຖືກກົດລະບຽບທີ່ເຂັ້ມງວດມາກີດກັ້ນໄວ້.
ທັງໝົດນີ້, ສະທ້ອນໃຫ້ເຫັນວ່າ ລະບຽບໂລກທີ່ເຄີຍພຶ່ງພາຄວາມຮ່ວມມືຫຼາຍຝ່າຍ ກຳລັງຖືກທົດແທນດ້ວຍການທູດພາຍໃຕ້ເງົາຂອງແສນຍານຸພາບທາງທະຫານ ແລະ ອຳນາດນິຍົມທີ່ເດັດຂາດ.
ສຸນທອນພົດຂອງ ທຣຳ ເທິງເວທີ UNGA ຄັ້ງນີ້ ຈຶ່ງບໍ່ແມ່ນພຽງແຕ່ການຖະແຫຼງນະໂຍບາຍຕາມວາລະປົກກະຕິ, ແຕ່ແມ່ນການສົ່ງສັນຍານວ່າ ສະຫະລັດ ພ້ອມທີ່ຈະໃຊ້ກຳລັງ ແລະ ມາດຕະການຂັ້ນເດັດຂາດໃນທຸກຈຸດທີ່ມອງວ່າເປັນໄພຄຸກຄາມ. ທັງນີ້, ການປະສົມປະສານລະຫວ່າງການຂູ່ເຂັນເທິງເວທີ ແລະ ການເຈລະຈາຫຼັງສາກ ຈະເປັນຕົວຊີ້ວັດສຳຄັນວ່າ ໂລກຈະກ້າວໄປສູ່ທາງອອກທາງການທູດ ຫຼື ຈະຖະຫຼຳເລິກເຂົ້າສູ່ວິກິດການສູ້ຮົບຄັ້ງໃໝ່.
#LaoX #DonaldTrump #UNGA81 #IranUS #GlobalPolitics #WorldOrder #CoerciveDiplomacy #SuperIntelligence #StraitOfHormuz


