ລາຄາຄຳໂລກຫຼຸດລົງກວ່າ 1.2% ຫຼັງເຟດປະກາດຂຶ້ນດອກເບ້ຍ, ພ້ອມສົ່ງສັນຍານຄຸມເງິນເຟີ້ຕໍ່ເນື່ອງ
ທະນາຄານກາງສະຫະລັດ (Fed) ມີມະຕິຂຶ້ນອັດຕາດອກເບ້ຍນະໂຍບາຍອີກ 0.25% ສູ່ລະດັບ 3.75–4.00% ໃນວັນທີ ຄໍ່າວັນທີ 16 ກັນຍາ ທີ່ຜ່ານມາ ເພື່ອສະກັດກັ້ນໄພເງິນເຟີ້ທີ່ຍັງຄົງຕົວສູງ ສົ່ງຜົນໃຫ້ເງິນໂດລາແຂງຄ່າຂຶ້ນຢ່າງວ່ອງໄວ ແລະ ກົດດັນໃຫ້ລາຄາຄຳໂລກພິກກັບມາດິ່ງລົງ 1.2% ທັນທີ.
ການຕັດສິນໃຈດັ່ງກ່າວເປັນໄປຕາມຄວາມຄາດໝາຍຂອງຕະຫຼາດ ໂດຍມີມະຕິເປັນເອກະສັນພາຍໃຕ້ການນຳພາຂອງ ທ່ານ ເຄວິນ ວໍຊ (Kevin Warsh) ປະທານທະນາຄານກາງສະຫະລັດ ຄົນໃໝ່ ເຊິ່ງສົ່ງຜົນໃຫ້ລາຄາຄຳສະປອດ (Spot Gold) ປັບຕົວຫຼຸດລົງມາຢູ່ທີ່ 4,240.1 ໂດລາຕໍ່ອອນ ໃນຊ່ວງທ້າຍຂອງການຊື້-ຂາຍ ຫຼັງຈາກທີ່ໃນລະຫວ່າງມື້ເຄີຍພຸ່ງຂຶ້ນໄປສູງກວ່າ 1% ແຕະລະດັບ 4,365.57 ໂດລາຕໍ່ອອນ ຂະນະທີ່ສັນຍາຄຳລ່ວງໜ້າຕະຫຼາດສະຫະລັດ (Gold Futures) ສົ່ງມອບເດືອນທັນວາ ຍັງຄົງປິດບວກໄດ້ 1.3% ຢູ່ທີ່ 4,387.50 ໂດລາຕໍ່ອອນ ກ່ອນທີ່ຈະຮັບຮູ້ຜົນກະທົບຢ່າງເຕັມທີ່ຈາກຖະແຫຼງການຂອງເຟດ.
ການແຂງຄ່າຂອງເງິນໂດລາສະຫະລັດ ເມື່ອທຽບໃສ່ເງິນເອີໂຣ ໄດ້ກາຍເປັນປັດໄຈຫຼັກທີ່ເຮັດໃຫ້ຄຳມີລາຄາແພງຂຶ້ນສຳລັບນັກລົງທຶນທີ່ຖືຄອງສະກຸນເງິນອື່ນ ປະກອບກັບພາວະດອກເບ້ຍທີ່ສູງຂຶ້ນ ຍ່ອມຫຼຸດຜ່ອນແຮງດຶງດູດຂອງຄຳ ເຊິ່ງເປັນສິນຊັບທີ່ບໍ່ມີຜົນຕອບແທນໃນຮູບແບບດອກເບ້ຍ ເຖິງແມ່ນວ່າຄຳຈະຍັງມີສະຖານະເປັນສິນຊັບປ້ອງກັນຄວາມສ່ຽງຈາກເງິນເຟີ້ກໍຕາມ.
ທ່ານ ເຄວິນ ວໍຊ ໄດ້ຢືນຢັນຫຼັງການປະຊຸມວ່າ ພາລະກິດຫຼັກຂອງເຟດຄືການຮັກສາສະຖຽນລະພາບດ້ານລາຄາ ເນື່ອງຈາກເງິນເຟີ້ຍັງຢູ່ໃນລະດັບສູງເກີນໄປ ແລະ ຍາວນານເກີນຄວນ ໂດຍຕົວເລກເງິນເຟີ້ໃນຊ່ວງລະດູຮ້ອນທີ່ຜ່ານມາຍັງບໍ່ໄດ້ສະແດງໃຫ້ເຫັນເຖິງການປັບປຸງຕົວຢ່າງແທ້ຈິງ.
ປັດໄຈທີ່ຍູ້ໃຫ້ເງິນເຟີ້ໃນສະຫະລັດຍັງຄົງຕົວສູງ ລວມມີການປະກາດໃຊ້ມາດຕະການກຳແພງພາສີນຳເຂົ້າຂອງປະທານາທິບໍດີ ໂດນັລ ທຣຳ, ວິກິດການດ້ານພະລັງງານຈາກສົງຄາມລະຫວ່າງສະຫະລັດ-ອິດສະຣາແອນ ກັບ ອີຣານ ຕະຫຼອດຮອດການທຸ້ມງົບລົງທຶນຢ່າງມະຫາສານໃນກະແສເຕັກໂນໂລຊີປັນຍາປະດິດ (AI) ເຊິ່ງສະທ້ອນໃຫ້ເຫັນວ່າລັດຖະບານຍັງບໍ່ສາມາດຄວບຄຸມແຮງກົດດັນດ້ານລາຄາໄດ້ຢ່າງມີປະສິດທິພາບ.
ສຳລັບທິດທາງນະໂຍບາຍໃນອະນາຄົດ ເຟດໄດ້ປັບການຄາດຄະເນວ່າຈະມີການຂຶ້ນດອກເບ້ຍອີກໜຶ່ງຄັ້ງພາຍໃນທ້າຍປີ 2026 ນີ້ ກ່ອນຈະຄົງອັດຕາດອກເບ້ຍໄວ້ຕະຫຼອດປີ 2027 ແລະ ອາດເລີ່ມປັບຫຼຸດດອກເບ້ຍລົງໃນປີ 2028 ຈົນສູ່ລະດັບ 3.5–3.75% ໃນປີ 2029 ໂດຍ Dot Plot ຊີ້ວ່າເຈົ້າໜ້າທີ່ເຟດ 16 ທ່ານ ສະໜັບສະໜູນການຂຶ້ນດອກເບ້ຍເພີ່ມ ມີພຽງ 2 ທ່ານ ທີ່ເຫັນຄວນໃຫ້ຄົງດອກເບ້ຍໄວ້.
ພ້ອມກັນນັ້ນ ເຟດຍັງໄດ້ປັບເພີ່ມຄາດຄະເນເງິນເຟີ້ (PCE) ຂອງປີ 2026 ຂຶ້ນເປັນ 3.7% ແລະ ຄາດວ່າຈະກັບຄືນສູ່ເປົ້າໝາຍ 2% ໄດ້ໃນປີ 2029 ຂະນະທີ່ຕົວເລກການເຕີບໂຕທາງເສດຖະກິດ (GDP) ຄາດວ່າຈະຢູ່ທີ່ 2.3% ໃນປີ 2026 ແລະ ອັດຕາການຫວ່າງງານຈະຄົງທີ່ຢູ່ລະດັບ 4.1% ຈົນຮອດປີ 2029.
ບັນຍາກາດການລົງທຶນທີ່ປ່ຽນເປັນຄວາມລະມັດລະວັງ ຍັງໄດ້ສ້າງແຮງກົດດັນຕໍ່ສິນຄ້າໂພຄະພັນອື່ນໆ ໂດຍລາຄາເງິນປັບຫຼຸດລົງ 1.7% ມາຢູ່ທີ່ 62.57 ໂດລາຕໍ່ອອນ, ຄຳຂາວ (Platinum) ຫຼຸດລົງ 2.3% ສູ່ລະດັບ 1,735.33 ໂດລາຕໍ່ອອນ ແລະ ພາວລາດ້ຽມ (Palladium) ຫຼຸດລົງ 1.5% ມາຢູ່ທີ່ 1,269.95 ໂດລາຕໍ່ອອນ.
ສ່ວນລາຄານ້ຳມັນດິບເບຣນ (Brent Crude) ກໍປັບຕົວຫຼຸດລົງເຊັ່ນກັນ ຫຼັງຈາກມີລາຍງານການຂົນສົ່ງນ້ຳມັນເພີ່ມເຕີມຂອງຊາອຸດິອາຣັບບີ ຜ່ານໂອມານ ເຊິ່ງຊ່ວຍຜ່ອນຄາຍຄວາມກັງວົນຕໍ່ບັນຫາການຂາດແຄນອຸປະທານໃນຕາເວັນອອກກາງ ປະກອບກັບຕົວເລກຄັງສຳຮອງນ້ຳມັນດິບຂອງສະຫະລັດຫຼຸດລົງໜ້ອຍກວ່າທີ່ຄາດການໄວ້.
#LaoXperts #ຂ່າວເສດຖະກິດ #ລາຄາຄຳ #ເຟດ #ດອກເບ້ຍສະຫະລັດ #ເງິນເຟີ້ #ຕະຫຼາດທຶນໂລກ #FedRateHike


