ປົກເວັບ 2026 09 11T191304 946

ລາວ-ຮົງກົງ ຮັດແໜ້ນການຮ່ວມມື ດ້ານການເງິນ, ພັດທະນາລະບົບ ກັກເກັບພະລັງງານດ້ວຍແບັດເຕີຣີ

ສປປ ລາວ ແລະ ຮົງກົງ ໄດ້ຮັດແໜ້ນການຮ່ວມມືດ້ານການເງິນ ແລະ ພະລັງງານສະອາດ, ໂດຍມີການລົງນາມໃນສັນຍາ 3 ສະບັບ ທີ່ກອງປະຊຸມເວທີປຶກສາຫາລືພາກທຸລະກິດ ຢູ່ຮົງກົງ ໃນວັນພະຫັດຜ່ານມາ.

ບາດກ້າວດັ່ງກ່າວມີຂຶ້ນໃນກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026 ໄດ້ລວມເອົາຜູ້ຕາງໜ້າພາກທຸລະກິດຫຼາຍກວ່າ 120 ທ່ານ ຈາກຮົງກົງ, ບັນດາແຂວງໃກ້ຄຽງຂອງ ສປ ຈີນ ແລະ ສປປ ລາວ.

ກອງປະຊຸມຈັດຂຶ້ນພາຍໃຕ້ຫົວຂໍ້ “ການເຕີບໂຕສີຂຽວ: ກາລະໂອກາດສໍາລັບການຮ່ວມມືຍຸດທະສາດ ລາວ-ຮົງກົງ, ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ. ກອງປະຊຸມເວທີປຶກສາຫາລືພາກທຸລະກິດດັ່ງກ່າວແມ່ນໜຶ່ງໃນບັນດາກິດຈະກໍາປິ່ນອ້ອມການເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 11.

ຜົນສຳເລັດອັນສຳຄັນໜຶ່ງແມ່ນການລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງ ກະຊວງການເງິນ ແລະ ບໍລິສັດ China International Capital Corporation ເຊິ່ງເປັນບໍລິສັດທະນາຄານການລົງທຶນ ແລະ ການບໍລິການດ້ານການເງິນຂະໜາດໃຫຍ່ຂອງຈີນ.

ອີກໜຶ່ງຂໍ້ຕົກລົງໄດ້ຮັບການລົງນາມ ລະຫວ່າງ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ກັບ ທະນາຄານຈີນ (ຮົງກົງ) ສາຂານະຄອນຫຼວງວຽງຈັນ.

ສອງຂໍ້ຕົກລົງດັ່ງກ່າວຄາດວ່າຈະຊ່ວຍຮັດແໜ້ນການເຊື່ອມໂຍງ ລະຫວ່າງ ສປປ ລາວ ແລະ ຂະແໜງການເງິນຂອງຮົງກົງ ພ້ອມທັງສ້າງກາລະໂອກາດເພີ່ມເຕີມສຳລັບການລົງທຶນ ແລະ ການຮ່ວມມືທາງທຸລະກິດ.

ພະລັງງານສະອາດ ກໍເປັນອີກໜຶ່ງຈຸດສຸມສຳຄັນຂອງກອງປະຊຸມຄັ້ງນີ້. ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ Shenzhen Yichu Smart Energy Group Co., Ltd. ໄດ້ແລກປ່ຽນ MoU ກ່ຽວກັບການສຶກສາຄວາມເປັນໄປໄດ້ໃນການຮ່ວມມືກັນພັດທະນາລະບົບກັກເກັບພະລັງງານດ້ວຍແບັດເຕີຣີ.

ການສຶກສາທີ່ສະເໜີມານີ້ມີຄວາມສຳຄັນຫຼາຍ ໃນຂະນະທີ່ ສປປ ລາວ ກຳລັງຊອກຫາຊ່ອງທາງຂະຫຍາຍພະລັງງານທົດແທນ ພ້ອມທັງປັບປຸງຄວາມໜ້າເຊື່ອຖື ແລະ ຄວາມຢືດຢຸ່ນຂອງລະບົບໄຟຟ້າພາຍໃນປະເທດ. ລະບົບກັກເກັບດ້ວຍແບັດເຕີຣີ ສາມາດຊ່ວຍກັກເກັບໄຟຟ້າທີ່ຜະລິດຈາກແຫຼ່ງພະລັງງານຕ່າງໆ ເຊັ່ນ: ແສງຕາເວັນ ແລະ ລົມ ເພື່ອນຳໃຊ້ໃນເວລາທີ່ມີຄວາມຕ້ອງການສູງ ຫຼື ເມື່ອການຜະລິດພະລັງງານທົດແທນຫຼຸດລົງ.

ບັນດາຜູ້ຕາງໜ້າພາກທຸລະກິດຍັງໄດ້ຮ່ວມກັນປຶກສາຫາລື ກ່ຽວກັບການພັດທະນາຂະແໜງການເງິນ ແລະ ພະລັງງານສະອາດຂອງ ສປປ ລາວ, ເຊິ່ງຖືກກຳນົດໃຫ້ເປັນຂົງເຂດສຳຄັນໃນການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ.

ກອງປະຊຸມດັ່ງກ່າວຍັງໄດ້ມອບໂອກາດໃຫ້ພາກທຸລະກິດຂອງຮົງກົງ ໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບສະພາບການທາງເສດຖະກິດ, ສະພາບແວດລ້ອມດ້ານການຄ້າ ແລະ ການລົງທຶນ, ພ້ອມທັງນະໂຍບາຍສົ່ງເສີມການລົງທຶນຂອງ ສປປ ລາວ.

ສປປ ລາວ ພວມຊອກຫາຊ່ອງທາງເພື່ອດຶງດູດການຄ້າ ແລະ ການລົງທຶນໃຫ້ຫຼາຍຂຶ້ນ ຈາກຮົງກົງ ແລະ ບັນດາເຂດໃກ້ຄຽງຂອງ ສປ ຈີນ, ໄປພ້ອມໆກັບການຖອດຖອນບົດຮຽນປະສົບການຂອງພວກເຂົາໃນການພັດທະນາພະລັງງານສະອາດ.

ກອງປະຊຸມນີ້ຍັງມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເຄືອຂ່າຍທຸລະກິດ ລະຫວ່າງ 3 ຕະຫຼາດດັ່ງກ່າວ ແລະ ສະໜັບສະໜູນການຮ່ວມມືທີ່ກວ້າງຂວາງຂຶ້ນໃນດ້ານການຄ້າ, ການລົງທຶນ ແລະ ການພັດທະນາເສດຖະກິດ-ສັງຄົມ.

ງານດັ່ງກ່າວເປັນສ່ວນໜຶ່ງຂອງຄວາມພະຍາຍາມດ້ານການທູດເສດຖະກິດໃນວົງກວ້າງຂອງ ສປປ ລາວ ແລະ ຈັດຂຶ້ນໃນຂະນະທີ່ປະເທດກຳລັງສືບຕໍ່ຊອກຫາແຫຼ່ງທຶນໃໝ່ໆ ແລະ ການຮ່ວມມືດ້ານການເງິນ.

#LaoXperts #MOU #LaosHongKongBusinessForum2026 #ການລົງທຶນລາວ #ເສດຖະກິດລາວ #ພະລັງງານສະອາດ #ການທູດເສດຖະກິດ #GreenGrowth

Comments are disabled