ສິງກະໂປຂຶ້ນເງິນເດືອນ ລັດຖະມົນຕີ ດຶງຄົນເກັ່ງ ຫຼຸດຄວາມສ່ຽງ ສໍ້ລາດບັງຫຼວງ
ລັດຖະບານສິງກະໂປປະກາດປັບຂຶ້ນເງິນເດືອນນັກການເມືອງຄັ້ງທຳອິດໃນຮອບ 15 ປີ ໂດຍລັດຖະມົນຕີຈະໄດ້ຮັບເພີ່ມສູງສຸດ 9% ແລະ ສ.ສ. ໄດ້ຮັບ 18.500 ໂດລາສິງກະໂປຕໍ່ເດືອນ ເລີ່ມ 15 ຕຸລາ 2026 ນີ້.
ການປັບໂຄງສ້າງຄ່າຕອບແທນແບບຍືດຫຍຸ່ນຕາມຜົນງານນີ້ ມີເປົ້າໝາຍເພື່ອດຶງດູດກຸ່ມຄົນເກັ່ງລະດັບຫົວຊົກກະທິເຂົ້າສູ່ພາກລັດ ຮັບປະກັນຄວາມໂປ່ງໃສ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ອະນາຄົດການນຳຂອງປະເທດ.
ການປະກາດດັ່ງກ່າວມີຂຶ້ນໃນວັນທີ 8 ກັນຍາ 2026 ໂດຍທ່ານ ລໍເຣັນຊ໌ ຫວອງ (Lawrence Wong) ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນສິງກະໂປ ໄດ້ຖະແຫຼງຕໍ່ລັດຖະສະພາເຖິງການຍອມຮັບຂໍ້ສະເໜີຂອງຄະນະກຳມະການອິດສະຫຼະ.
ເຖິງແມ່ນວ່າຄະນະກຳມະການຈະສະເໜີໃຫ້ປັບເກນອ້າງອີງຄ່າຕອບແທນລັດຖະມົນຕີລະດັບເລີ່ມຕົ້ນ (MR4) ຈາກ 1,1 ລ້ານໂດລາສິງກະໂປ ເປັນ 1,8 ລ້ານໂດລາສິງກະໂປຕໍ່ປີ ເຊິ່ງຄິດໄລ່ຈາກຄ່າມັດທະຍະຖານລາຍໄດ້ຂອງຊາວສິງກະໂປທີ່ມີລາຍໄດ້ສູງສຸດ 1.000 ຄົນ ແລ້ວຫັກອອກ 40% ເພື່ອສະທ້ອນເຖິງການເຂົ້າຮັບໃຊ້ຊາດ ແຕ່ລັດຖະບານຈະບໍ່ປັບຂຶ້ນໄປເຖິງລະດັບໃໝ່ທັງໝົດໃນຄັ້ງດຽວ.
ໃນເບື້ອງຕົ້ນ ລັດຖະມົນຕີໃນປັດຈຸບັນຈະໄດ້ຮັບການປັບຄ່າຕອບແທນຂຶ້ນສູງສຸດບໍ່ເກີນ 9% ເຊິ່ງຈະເຮັດໃຫ້ລັດຖະມົນຕີລະດັບ MR4 ທີ່ເຄີຍໄດ້ຮັບ 1,1 ລ້ານ ມີລາຍໄດ້ເພີ່ມຂຶ້ນເປັນປະມານ 1,2 ລ້ານໂດລາສິງກະໂປຕໍ່ປີ ໂດຍການປັບປ່ຽນຫຼັງຈາກນີ້ຈະບໍ່ເປັນການປັບອັດຕະໂນມັດ ແຕ່ຈະຂຶ້ນຢູ່ກັບຜົນງານ ແລະ ຄວາມຮັບຜິດຊອບຂອງແຕ່ລະບຸກຄົນ.
ພ້ອມດຽວກັນນັ້ນ ລັດຖະບານຍັງໄດ້ປັບໂຄງສ້າງລະດັບລັດຖະມົນຕີໃໝ່ໂດຍລວມເອົາລະດັບ MR2 ແລະ MR3 ເຂົ້າກັນ ເຮັດໃຫ້ເຫຼືອພຽງ 3 ລະດັບ ພ້ອມທັງຂະຫຍາຍຊ່ວງຄ່າຕອບແທນໃຫ້ຢູ່ລະຫວ່າງ 75% ຫາ 125% ຂອງເງິນເດືອນອ້າງອີງ.
ການປັບປ່ຽນນີ້ຈະເພີ່ມຄວາມຍືດຫຍຸ່ນໃຫ້ນາຍົກລັດຖະມົນຕີໃນການກຳນົດຄ່າຕອບແທນຕາມປະສົບການ ເຊິ່ງເປັນການເປີດໂອກາດຮອງຮັບຜູ້ບໍລິຫານລະດັບສູງຈາກພາກເອກະຊົນໄດ້ດີຍິ່ງຂຶ້ນ.
ນອກຈາກນີ້ ຄ່າຕອບແທນລາຍເດືອນຂອງສະມາຊິກສະພາຜູ້ແທນລາສະດອນ (ສ.ສ.) ກໍຈະຖືກປັບເພີ່ມຂຶ້ນຈາກ 13.750 ໂດລາສິງກະໂປ ເປັນ 18.500 ໂດລາສິງກະໂປ ເພື່ອໃຫ້ສອດຄ່ອງກັບໜ້າທີ່ຄວາມຮັບຜິດຊອບຕົວຈິງທັງໃນສະພາ ແລະ ເຂດເລືອກຕັ້ງ ໂດຍບໍ່ໃຫ້ເປັນພຽງແຕ່ຄ່າຕອບແທນໃນເຊີງສັນຍະລັກ ລວມໄປເຖິງການປັບເງິນເດືອນຂອງປະທານາທິບໍດີ ແລະ ປະທານລັດຖະສະພາເຊັ່ນດຽວກັນ.
ສຳລັບຕຳແໜ່ງນາຍົກລັດຖະມົນຕີນັ້ນ ທ່ານ ຫວອງ ໄດ້ປະກາດຈຸດຢືນສ່ວນຕົວວ່າ ຈະບໍລິຈາກເງິນເດືອນໃນສ່ວນທີ່ເພີ່ມຂຶ້ນທັງໝົດຈາກການປັບຄັ້ງນີ້ ໃຫ້ແກ່ອົງກອນເພື່ອສັງຄົມເປັນເວລາ 5 ປີ ໂດຍບໍ່ໄດ້ຄາດຫວັງໃຫ້ນັກການເມືອງຄົນອື່ນໆຕ້ອງປະຕິບັດຕາມ.
ທ່ານນາຍົກລັດຖະມົນຕີຍັງໄດ້ເນັ້ນຢໍ້າຕື່ມວ່າ ເຖິງແມ່ນວ່າເລື່ອງຄ່າຕອບແທນທາງການເມືອງຈະເປັນປະເດັນທີ່ລະອຽດອ່ອນ ເນື່ອງຈາກເປັນຕົວເລກທີ່ສູງກວ່າລາຍໄດ້ຂອງປະຊາຊົນສ່ວນໃຫຍ່ ແຕ່ຄ່າຕອບແທນນີ້ບໍ່ໄດ້ຖືກປັບມາດົນເຖິງ 15 ປີແລ້ວ ໃນຂະນະທີ່ພາກສ່ວນອື່ນໆ ລວມເຖິງພາກເອກະຊົນມີການປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ.
ດັ່ງນັ້ນ ລັດຖະບານຈຶ່ງຈຳເປັນຕ້ອງດຳເນີນການຢ່າງໂປ່ງໃສ ໂດຍມີໂຄງສ້າງທີ່ເປີດເຜີຍຊັດເຈນ ແລະ ປາສະຈາກຜົນປະໂຫຍດແອບແຝງ ເພື່ອຮັກສາຄວາມສາມາດໃນການແຂ່ງຂັນ ແລະ ດຶງດູດບຸກຄະລາກອນທີ່ມີທັງຄວາມຮູ້ຄວາມສາມາດ ພ້ອມທັງມີຄວາມມຸ່ງໝັ້ນທີ່ຈະເຂົ້າມາຮັບໃຊ້ປະເທດຊາດ ແລະ ເປັນຜູ້ນຳພາສິງກະໂປໃນອະນາຄົດຕໍ່ໄປ.
#LaoX #ຂ່າວຕ່າງປະເທດ #ການເມືອງສິງກະໂປ #ເງິນເດືອນນັກການເມືອງ #ລັດຖະບານສິງກະໂປ #SingaporeNews #LawrenceWong


