ປົກເວັບ 2026 09 09T114115 461

ສານຕັດສິນຈຳຄຸກຕະຫຼອດຊີວິດ ອະດີດຜູ້ບໍລິຫານທະນາຄານ ແລະ ພັກພວກ ຄະດີສໍ້ລາດບັງຫຼວງ 2 ພັນຕື້ກີບ

ສານປະຊາຊົນນະຄອນຫຼວງວຽງຈັນ ຕັດສິນລົງໂທດຂັ້ນສູງສຸດດ້ວຍການຈຳຄຸກຕະຫຼອດຊີວິດ ອະດີດຜູ້ບໍລິຫານລະດັບສູງຂອງທະນາຄານກາງພ້ອມພັກພວກ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນຄັງສຳຮອງແຫ່ງຊາດ ເຊິ່ງສ້າງຄວາມເສຍຫາຍມະຫາສານກວ່າ 2 ພັນຕື້ກີບ ແລະ ກະທົບຕໍ່ສະຖຽນລະພາບທາງເສດຖະກິດຂອງປະເທດຢ່າງໜັກໜ່ວງ.

ທ່ານ ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງລາຍລະອຽດໃນວັນທີ 8 ກັນຍາ 2026 ວ່າ ຄະດີນີ້ແບ່ງອອກເປັນສອງສຳນວນຫຼັກ.

ສຳນວນທີໜຶ່ງ ແມ່ນການກະທຳຜິດຂອງ ທ້າວ ຄຳພຸດ ສິດທິລາດ ອາຍຸ 59 ປີ ອະດີດຫົວໜ້າກົມນະໂຍບາຍເງິນຕາ ແລະ ທ້າວ ອ໋ອດ ພົນຊຽງດີ ອະດີດຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ ທີ່ໄດ້ສວຍໃຊ້ອຳນາດໜ້າທີ່ ນຳເອົາເງິນຕາຕ່າງປະເທດໃນຄັງສຳຮອງຂອງລັດອອກມາໃຫ້ບໍລິການແລກປ່ຽນໂດຍບໍ່ຈຳກັດວົງເງິນ ສ້າງຄວາມເສຍຫາຍສູງເຖິງ 2,296 ຕື້ກວ່າກີບ. ສານໄດ້ຕັດສິນຈຳຄຸກຕະຫຼອດຊີວິດ ທ້າວ ຄຳພຸດ ພ້ອມປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ ແລະ ຮິບຊັບສິນທັງໝົດ; ສ່ວນ ທ້າວ ອ໋ອດ ແມ່ນໄດ້ເສຍຊີວິດລົງໃນລະຫວ່າງການດຳເນີນຄະດີ ເຮັດໃຫ້ການປະຕິບັດໂທດທາງອາຍາຕ້ອງຕົກໄປ.

ສຳລັບສຳນວນຄະດີທີສອງ ກ່ຽວພັນກັບອະດີດພະນັກງານທະນາຄານອີກ 8 ຄົນ ທີ່ມີພຶດຕິກຳຊື້ຂາຍເງິນຕາຕ່າງປະເທດໃນອັດຕາພິເສດ ແລະ ຮັບສິນບົນເພື່ອນຳເງິນໄປຟອກຊື້ອະສັງຫາລິມະຊັບ. ໃນນີ້ ສານໄດ້ຕັດສິນຈຳຄຸກຕະຫຼອດຊີວິດ ທ້າວ ຄຳແກ້ວ ອາຍຸ 49 ປີ ທີ່ໄດ້ຮັບຜົນປະໂຫຍດເກືອບ 1 ແສນໂດລາສະຫະລັດ ແລະ 1 ລ້ານບາດ, ທ້າວ ບຸນລ້ວນ ອາຍຸ 59 ປີ ທີ່ຕໍ່ລອງຮັບສິນບົນກວ່າ 24 ຕື້ກີບ ແລະ ທ້າວ ບຸນຖົມ ອາຍຸ 36 ປີ ໃນຂໍ້ຫາຟອກເງິນ ແລະ ສໍ້ລາດບັງຫຼວງເອົາຊັບຂອງລັດ. ນອກຈາກນັ້ນ, ຍັງມີການຕັດສິນລົງໂທດຈຳຄຸກ ນາງ ສຸກທາດາ ອາຍຸ 41 ປີ ແລະ ນາງ ສຸທິດາ ອາຍຸ 30 ປີ ຄົນລະ 16 ປີ ຫຼັງຈາກໄດ້ຮັບການຫຼຸດຜ່ອນໂທດຈາກ 20 ປີ ເນື່ອງຈາກຍອມໃຊ້ແທນຄ່າເສຍຫາຍ.

ໃນຂະນະດຽວກັນ, ທ້າວ ຢ່າງຈຸ ຕົ່ງຊາ ອາຍຸ 35 ປີ, ນາງ ມະນີລັກ ອາຍຸ 35 ປີ ແລະ ນາງ ວົງສາ ອາຍຸ 34 ປີ ຖືກຕັດສິນຈຳຄຸກຄົນລະ 17 ປີ ຫຼັງຈາກໄດ້ຮັບການຫຼຸດຜ່ອນໂທດລົງ 3 ປີ. ສ່ວນ ນາງ ຄຳຫຼ້າ ອາຍຸ 39 ປີ ທີ່ຮັບສິນບົນຈາກບໍລິສັດນຳເຂົ້ານ້ຳມັນຈຳນວນ 180 ລ້ານກີບ ຖືກຕັດສິນຈຳຄຸກ 4 ປີ ຈາກໂທດເດີມ 7 ປີ ຍ້ອນມີຄວາມຈິງໃຈໃນການຊົດໃຊ້ຄ່າເສຍຫາຍຄືນໃຫ້ລັດ.

ຈຳເລີຍທຸກຄົນທີ່ຍັງມີຊີວິດລ້ວນແຕ່ຖືກປັບໃໝ 1% ຂອງມູນຄ່າຄວາມເສຍຫາຍທີ່ແຕ່ລະຄົນກໍ່ຂຶ້ນ ພ້ອມທັງຖືກສານສັ່ງຮິບຊັບສິນທັງໝົດທີ່ໄດ້ມາຈາກການກະທຳຜິດ ບໍ່ວ່າຈະເປັນເງິນໃນບັນຊີ, ທີ່ດິນ ແລະ ພາຫະນະ ເຂົ້າເປັນຂອງລັດທັນທີ. ການເປີດເຜີຍລາຍຊື່, ຕຳແໜ່ງ ແລະ ພຶດຕິກຳຢ່າງລະອຽດໃນຄັ້ງນີ້ ຖືເປັນການສະແດງຄວາມໂປ່ງໃສ ແລະ ຄວາມເດັດຂາດຂອງຂະບວນການຍຸຕິທຳຂອງລາວ ໃນການຖອນຮາກຖອນໂຄນຂະບວນການຄໍຣັບຊັນພາຍໃນອົງກອນລະດັບຊາດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມຄືນໃໝ່.

#LaoX #ຂ່າວດ່ວນ #ໂທດສູງສຸດ #ຄະດີສໍ້ລາດບັງຫຼວງ #ທະນາຄານແຫ່ງສປປລາວ #ຟອກເງິນ #ເສດຖະກິດລາວ #ປາບປາມການສໍ້ລາດບັງຫຼວງ

Comments are disabled