ຫວຽດນາມ ຕັ້ງເປົ້າສົ່ງອອກທຸລຽນ 4 ຕື້ໂດລາ ໃນປີ 2026, ແນໃສ່ຕະຫຼາດໃໝ່ອອອກຈາກຈີນ
ກະຊວງກະສິກຳຫວຽດນາມ ຕັ້ງເປົ້າໝາຍຊຸກຍູ້ການສົ່ງອອກທຸລຽນໃນປີ 2026 ໃຫ້ບັນລຸເຖິງ 4 ຕື້ໂດລາສະຫະລັດ ເພື່ອສ້າງລາຍຮັບມະຫາສານເຂົ້າປະເທດ. ໂດຍເນັ້ນການແກ້ໄຂອຸປະສັກ, ຍົກລະດັບຄຸນນະພາບ ແລະ ເປີດກວ້າງສູ່ຕະຫຼາດໃໝ່ ເຊັ່ນ: ອິນເດຍ ເພື່ອຮັບມືກັບການແຂ່ງຂັນທີ່ດຸເດືອດຈາກປະເທດເພື່ອນບ້ານ ພ້ອມທັງຮັບປະກັນການເຕີບໂຕຂອງເສດຖະກິດກະສິກຳຢ່າງຍືນຍົງ.
ທ່ານ Dang Ngoc Diep ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ກ່າວໃນງານຖະແຫຼງຂ່າວວ່າ ທຸລຽນເປັນພືດເສດຖະກິດຫຼັກທີ່ກວມເອົາເຖິງ 40% ຂອງມູນຄ່າການສົ່ງອອກກະສິກຳທັງໝົດ ໂດຍມີເນື້ອທີ່ປູກກວ່າ 200,000 ເຮັກຕາ ແລະ ໃຫ້ຜົນຜະລິດປະມານ 2.08 ລ້ານໂຕນ.
ໃນໄລຍະ 8 ເດືອນຕົ້ນປີນີ້ ລາຍຮັບຈາກການສົ່ງອອກທຸລຽນບັນລຸແລ້ວ 1.95 ຕື້ໂດລາສະຫະລັດ ຊຶ່ງໃນນັ້ນ 95% ຫຼື ປະມານ 1.85 ຕື້ໂດລາ ແມ່ນສົ່ງອອກໄປຍັງຕະຫຼາດຈີນເປັນຫຼັກ. ດ້ວຍເຫດນີ້, ທາງກະຊວງຈຶ່ງເລັ່ງດຳເນີນການແກ້ໄຂຂັ້ນຕອນຕ່າງໆ ເພື່ອຊຸກຍູ້ຕົວເລກການສົ່ງອອກໃນປີ 2026 ໃຫ້ຮັກສາລະດັບໄວ້ໃຫ້ໄດ້ເທົ່າປີກາຍ ທີ່ 3.85 ຕື້ໂດລາ ຫຼື ຍູ້ໃຫ້ທະລຸເປົ້າໝາຍ 4 ຕື້ໂດລາສະຫະລັດ.
ເພື່ອບັນລຸເປົ້າໝາຍດັ່ງກ່າວ ທາງກະຊວງໄດ້ລົງພື້ນທີ່ເຮັດວຽກຮ່ວມກັບທ້ອງຖິ່ນທີ່ມີຜົນຜະລິດສູງ ເພື່ອປົດລັອກຂໍ້ຫຍຸ້ງຍາກຕ່າງໆ ພ້ອມທັງເປີດນຳໃຊ້ລະບົບຕິດຕາມແຫຼ່ງທີ່ມາແບບເອເລັກໂຕຣນິກ ເຊິ່ງໄດ້ຮັບການຕີລາຄາສູງຈາກທູດການຄ້າຂອງສະຫະລັດອາເມຣິກາ ແລະ ຈີນ ວ່າເປັນບາດກ້າວສຳຄັນໃນການສ້າງຄວາມໜ້າເຊື່ອຖືໃຫ້ແກ່ສິນຄ້າກະສິກຳຫວຽດນາມ.
ນອກຈາກນີ້, ຍັງໄດ້ມີການກະຈາຍອຳນາດໃຫ້ອຳນາດການປົກຄອງຂັ້ນບ້ານ ແລະ ເມືອງ ສາມາດອອກລະຫັດເຂດປູກຝັງ ແລະ ໂຮງງານຫຸ້ມຫໍ່ໄດ້ໂດຍກົງ. ຜົນຈາກການເຈລະຈາ ແລະ ຄວາມພະຍາຍາມເຫຼົ່ານີ້ ເຮັດໃຫ້ກົມໃຫຍ່ພາສີຈີນ ອະນຸມັດລະຫັດເຂດປູກທຸລຽນຫວຽດນາມເພີ່ມອີກ 567 ແຫ່ງ ລວມເປັນຫຼາຍກວ່າ 1,800 ແຫ່ງແລ້ວໃນປັດຈຸບັນ.
ເຖິງຢ່າງໃດກໍຕາມ ທ່ານ Dang Ngoc Diep ໄດ້ຊີ້ໃຫ້ເຫັນເຖິງສິ່ງທ້າທາຍທີ່ມາພ້ອມກັບການເຕີບໂຕທີ່ໄວເກີນໄປ ເຊິ່ງຍັງຂາດການຈັດຕັ້ງລະບົບຕ່ອງໂສ້ມູນຄ່າທີ່ສົມບູນ ລວມເຖິງມາດຕະຖານດ້ານເຕັກນິກຂອງຕະຫຼາດທີ່ນັບມື້ນັບເຂັ້ມງວດຂຶ້ນ ແລະ ການແຂ່ງຂັນຈາກມາເລເຊຍ ແລະ ໄທ ທີ່ພວມເລັ່ງນະໂຍບາຍສົ່ງອອກໄປຈີນເຊັ່ນກັນ.
ເພື່ອຮັບມືກັບບັນຫານີ້, ຫວຽດນາມຈຶ່ງເດີນໜ້າບຸກທະລຸຕະຫຼາດໃໝ່ຢ່າງຈິງຈັງ ໂດຍສະເພາະອິນເດຍ ທີ່ມີປະຊາກອນກວ່າ 1 ຕື້ຄົນ ແລະ ຫາກໍເປີດປະຕູຮັບທຸລຽນຫວຽດນາມເມື່ອເດືອນກໍລະກົດຜ່ານມາ ລວມເຖິງການເລັ່ງເຈລະຈາກັບ ອົດສະຕຣາລີ ແລະ ນິວຊີແລນ. ຄຽງຄູ່ກັນນັ້ນ ທາງການຍັງມຸ່ງຈັດລະບຽບການຜະລິດໃຫ້ເໝາະສົມກັບສະພາບແວດລ້ອມ, ຍົກລະດັບມາດຕະຖານຄວາມປອດໄພດ້ານອາຫານ, ໝູນໃຊ້ເຕັກໂນໂລຊີດິຈິຕອນ ພ້ອມທັງພັດທະນາລະບົບໂຄງລ່າງພື້ນຖານການຂົນສົ່ງ ແລະ ສາງເກັບຮັກສາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອຸດສາຫະກຳທຸລຽນຫວຽດນາມໃນໄລຍະຍາວ.
#LaoXperts #ທຸລຽນຫວຽດນາມ #ສົ່ງອອກກະສິກຳ #ເສດຖະກິດອາຊຽນ #VietnamDurian #DurianExport2026


