ລາຄາຄຳໂລກເລີ່ມປັບໂຕລົງ ກົດດັນຄຳລາວຫຼຸດຕາມ, ນັກລົງທຶນຈັບຕາດອກເບ້ຍສະຫະລັດ
ລາຄາຄຳໂລກເລີ່ມປັບຖານລົງແຮງຈາກຄວາມກັງວົນເລື່ອງການຂຶ້ນອັດຕາດອກເບ້ຍຂອງສະຫະລັດ ສົ່ງຜົນກະທົບໂດຍກົງຕໍ່ຕະຫຼາດຄຳໃນລາວທີ່ລາຄາຫຼຸດລົງຕາມ, ຂະນະທີ່ນັກລົງທຶນກຳລັງຕິດຕາມສະຖານະການຢ່າງໃກ້ຊິດເພື່ອຮັບມືກັບຄວາມຜັນຜວນໃນໄລຍະນີ້.
ຫຼັງຈາກລາຄາຄຳສະປອດໂລກເພີ່ມຂຶ້ນຢ່າງຮ້ອນແຮງກວ່າ 9–10% ໃນເດືອນສິງຫາທີ່ຜ່ານມາ ຫຼ້າສຸດໄດ້ເລີ່ມປັບຕົວລົງມາຢູ່ລະດັບ 4,430–4,460 ດອນລາສະຫະລັດຕໍ່ອອນ ເຊິ່ງສະຖານະການດັ່ງກ່າວໄດ້ກົດດັນໃຫ້ຕະຫຼາດຄຳພາຍໃນປະເທດປັບຕົວລົງເຊັ່ນດຽວກັນ.
ອີງຕາມຂໍ້ມູນອັບເດດ ແລະ ການວິເຄາະກຣາຟລາຄາຫຼ້າສຸດຈາກແອັບພລິເຄຊັນ Easy Gold ໃນຕອນເຊົ້າຂອງວັນທີ 1 ກັນຍາ 2026 ພົບວ່າທ່າອ່ຽງລາຄາຄຳແທ່ງໃນລາວໄດ້ປັບຫຼຸດລົງ 100,000 ກີບ (-0.21%) ເຮັດໃຫ້ປະຈຸບັນອັດຕາຊື້ຄຳ ຢູ່ທີ່ 48,500,000 ກີບ ແລະ ອັດຕາຂາຍຄຳຢູ່ທີ່ 47,970,000 ກີບຕໍ່ນ້ຳໜັກ 1 ບາດ.
ປັດໄຈຫຼັກທີ່ກົດດັນລາຄາຄຳໃນຊ່ວງນີ້ແມ່ນມາຈາກທ່າທີທີ່ເຂັ້ມງວດຂອງປະທານທະນາຄານກາງສະຫະລັດ (Fed) ທ່ານ Kevin Warsh ໃນກອງປະຊຸມ Jackson Hole ເຊິ່ງຢືນຢັນຢ່າງໜັກແໜ້ນວ່າຈະຕໍ່ສູ້ກັບອັດຕາເງິນເຟີ້ໃຫ້ກັບຄືນສູ່ເປົ້າໝາຍ 2% ສົ່ງຜົນໃຫ້ຕະຫຼາດເພີ່ມນ້ຳໜັກການຄາດການເຖິງຄວາມເປັນໄປໄດ້ທີ່ສູງກວ່າ 60% ວ່າຈະມີການປັບຂຶ້ນອັດຕາດອກເບ້ຍໃນເດືອນກັນຍາ ປະກອບກັບປັດໄຈຄວາມເຄັ່ງຕຶງທາງພູມສາດໃນຕາເວັນອອກກາງທີ່ຍູ້ລາຄານ້ຳມັນໃຫ້ສູງຂຶ້ນ.
ເຖິງແມ່ນວ່າຊັບສິນທີ່ບໍ່ໃຫ້ຜົນຕອບແທນຄືຄຳຈະສູນເສຍຄວາມດຶງດູດໃນໄລຍະສັ້ນຈາກດອກເບ້ຍທີ່ສູງຂຶ້ນ ແຕ່ນັກວິເຄາະຈາກ Goldman Sachs ຍັງຄົງມີທັດສະນະບວກໃນໄລຍະຍາວ ໂດຍຄາດຫວັງວ່າລາຄາອາດຈະທະລຸໄປຮອດ 4,900 ດອນລາຕໍ່ອອນຊ໌ພາຍໃນທ້າຍປີ 2026 ເນື່ອງຈາກການເຂົ້າຊື້ສະສົມຢ່າງຕໍ່ເນື່ອງຂອງທະນາຄານກາງຕ່າງໆ ແລະ ຄວາມກັງວົນກ່ຽວກັບການຫຼຸດຄ່າຂອງເງິນສະກຸນ.
#LaoXperts #ລາຄາຄຳ #GoldPrice #XAUUSD #ຕະຫຼາດຄຳ #Fed #ອັດຕາດອກເບ້ຍ #ການລົງທຶນ #ຄວາມເຄັ່ງຕຶງພູມສາດ #EasyGold


