ປົກເວັບ 97

ຈີນເລັ່ງປົດ Windows 10 ອອກຈາກພາກລັດ, ມຸ່ງສ້າງອະທິປະໄຕເຕັກໂນໂລຊີ

ຈີນເລັ່ງປົດປ່ຽນລະບົບປະຕິບັດການ Windows 10 ສະບັບລັດຖະບານອອກຈາກໜ່ວຍງານສຳຄັນກ່ອນກຳນົດ ເພື່ອສ້າງອະທິປະໄຕທາງເຕັກໂນໂລຊີພາຍໃນປະເທດແບບຄົບວົງຈອນ ເຊິ່ງຈະສົ່ງຜົນສະເທືອນຄັ້ງໃຫຍ່ຕໍ່ອຸດສາຫະກຳຊອບແວຕ່າງຊາດໃນຕະຫຼາດຈີນ.

ລາຍງານຫຼ້າສຸດລະບຸວ່າ ກະຊວງຄວາມໝັ້ນຄົງແຫ່ງລັດຂອງຈີນ ໄດ້ແຈ້ງໃຫ້ບາງໜ່ວຍງານພາກລັດຮີບຮ້ອນຖອນການຕິດຕັ້ງ Windows 10 CMIT Government Edition ອອກຈາກລະບົບໄວກວ່າແຜນເດີມທີ່ເຄີຍກຳນົດໄວ້ໃນເດືອນກຸມພາ 2027.  bloomberg ລາຍງານ.

ສິ່ງທີ່ໜ້າສົນໃຈຄື ລະບົບປະຕິບັດການລຸ້ນນີ້ ບໍ່ແມ່ນລຸ້ນທົ່ວໄປ ແຕ່ເປັນສະບັບທີ່ Microsoft ຮ່ວມມືກັບລັດວິສາຫະກິດຈີນພັດທະນາຂຶ້ນມາໂດຍສະເພາະ ໂດຍຍອມເປີດທາງໃຫ້ຈີນສາມາດຄວບຄຸມລະບົບຄວາມປອດໄພ, ການອັບເດດ ແລະ ການຈັດການຂໍ້ມູນໄດ້ຢ່າງເຕັມທີ່. 

ເຖິງຢ່າງໃດກໍຕາມ, ການຕັດສິນໃຈເຊົາໃຊ້ລະບົບດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນເຖິງຈຸດຢືນອັນເດັດດ່ຽວຂອງລັດຖະບານປັກກິ່ງ ທີ່ບໍ່ຕ້ອງການເພິ່ງພາໂຄງສ້າງພື້ນຖານທາງເຕັກໂນໂລຊີຈາກຕ່າງປະເທດອີກຕໍ່ໄປ ບໍ່ວ່າຈະຖືກປັບແຕ່ງມາໃຫ້ປອດໄພລະດັບໃດກໍຕາມ.

ການຫັນປ່ຽນຄັ້ງນີ້ ຖືເປັນການເປີດທາງໃຫ້ແກ່ລະບົບປະຕິບັດການສາຍເລືອດຈີນຢ່າງເຕັມຕົວ. ປັດຈຸບັນ ລະບົບທີ່ກຳລັງຖືກຈັບຕາມອງຫຼາຍທີ່ສຸດໃນການເຂົ້າແທນທີ່ແມ່ນ Kylin OS ແລະ UnionTech UOS ເຊິ່ງພັດທະນາບົນພື້ນຖານຂອງ Linux. 

ພ້ອມດຽວກັນນັ້ນ, HarmonyOS ຂອງ Huawei ກໍກຳລັງກ້າວເຂົ້າມາມີບົດບາດສຳຄັນ ຫຼັງຈາກລຸ້ນເດັສທັອບທີ່ໃຊ້ຄໍເນວ (Kernel) ທີ່ພັດທະນາຂຶ້ນເອງ ຜ່ານການຮັບຮອງມາດຕະຖານຄວາມປອດໄພຂັ້ນສູງຈາກລັດຖະບານ ເຮັດໃຫ້ກາຍເປັນອີກໜຶ່ງທາງເລືອກທີ່ມີສັກກະຍະພາບສູງສຳລັບຄອມພິວເຕີໃນໜ່ວຍງານລັດ.

ປາກົດການນີ້ບໍ່ແມ່ນພຽງແຕ່ການປ່ຽນຊອບແວ ແຕ່ເປັນຈິກຊໍສຳຄັນໃນຍຸດທະສາດໄລຍະຍາວຂອງຈີນ ທີ່ຕ້ອງການສ້າງລະບົບນິເວດເຕັກໂນໂລຊີທີ່ສາມາດຄວບຄຸມໄດ້ເອງຕັ້ງແຕ່ຕົ້ນນ້ຳຫາປາຍນ້ຳ ທັງຊິບປະມວນຜົນ, ເຊີບເວີ, ຖານຂໍ້ມູນ ແລະ ລະບົບຄລາວ. 

ບົດທົດສອບໃຫຍ່ຫຼັງຈາກນີ້ ຈຶ່ງຢູ່ທີ່ວ່າ ລະບົບພາຍໃນປະເທດເຫຼົ່ານີ້ ຈະສາມາດທົດແທນຄວາມແຂງແກ່ນຂອງອານາຈັກ Windows ທີ່ຝັງຮາກເລິກມາຫຼາຍທົດສະວັດ ໄດ້ຢ່າງມີປະສິດທິພາບ ແລະ ໄຮ້ຮອຍຕໍ່ຫຼາຍໜ້ອຍພຽງໃດໃນຕະຫຼາດລະດັບອົງກອນ.

#LaoX #ChinaTech #TechWar #Windows10 #HarmonyOS #KylinOS #ອະທິປະໄຕທາງເຕັກໂນໂລຊີ #ເຕັກໂນໂລຊີຈີນ #ຂ່າວໄອທີ

Comments are disabled