ປົກເວັບ 2026 08 20T092521 234

ມິຕິເສດຖະກິດໃໝ່, ດຶງທຸລະກິດທວຍຜົນ–ການພະນັນໃຫ້ ເຂົ້າລະບົບ ສ້າງລາຍຮັບໃຫ້ຊາດ

ສປປ ລາວ ປະກາດເປີດຕົວ ບໍລິສັດ ຊີແອວ ແຂ່ງໝາ ຈໍາກັດ ຢ່າງເປັນທາງການ ເຊິ່ງເປັນທຸລະກິດຄວບຄຸມຂອງລັດແຫ່ງທຳອິດ ທີ່ມຸ່ງດຶງເອົາການພະນັນນອກລະບົບໃຫ້ເຂົ້າມາຢູ່ພາຍໃຕ້ກົດໝາຍ. ບາດກ້າວສຳຄັນນີ້ແນໃສ່ສ້າງຖານລາຍຮັບໃໝ່ເຂົ້າສູ່ງົບປະມານແຫ່ງລັດ ເພື່ອປະກອບສ່ວນແກ້ໄຂວິກິດການທາງດ້ານເສດຖະກິດ-ການເງິນຂອງຊາດຢ່າງເປັນຮູບປະທຳ.

ການສ້າງຕັ້ງບໍລິສັດນີ້ ເປັນຮູບແບບການຮ່ວມມືທີ່ໜ້າສົນໃຈ ລະຫວ່າງລັດຖະບານທີ່ຖືຮຸ້ນ 20% ແລະ ກຸ່ມບໍລິສັດໂຊກໄຊ ຖືຮຸ້ນ 80% ແຕ່ພາກເອກະຊົນເປັນຜູ້ລົງທຶນຕົວຈິງທັງໝົດ 100% ໃນມູນຄ່າເບື້ອງຕົ້ນ 68 ຕື້ກີບ ພາຍໃຕ້ອາຍຸສັນຍາ 18 ປີ. 

ຮູບແບບດັ່ງກ່າວສະທ້ອນໃຫ້ເຫັນເຖິງຍຸດທະສາດການດຶງດູດທຶນຮອນຈາກພາກທຸລະກິດ ມາເປັນກົນໄກຂັບເຄື່ອນລາຍຮັບ ໂດຍທີ່ລັດບໍ່ຈຳເປັນຕ້ອງແບກຮັບພາລະຄວາມສ່ຽງໃນການລົງທຶນ.

ຕາມການລາຍງານຂອງ ບໍລິສັດ ຊີແອວ ແຂ່ງໝາ ຈໍາກັດ (CL Dog Racing) ພິທີເປີດດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 18 ສິງຫາ 2026 ທີ່ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງການນຳລະດັບສູງ ເຊັ່ນ: ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ພົນຈັດຕະວາ ພູທອນ ພົນໂພສີລາຫົງ ຮອງຫົວຫນ້າກົມໃຫຍ່ພະລາທິການ ກະຊວງ ປກສ ແລະ ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດໂຊກໄຊ.

ຖ້າແນມເບິ່ງໃນພາບລວມໃຫຍ່ລະດັບປະເທດ, ຍຸດທະສາດນີ້ຖືເປັນການຫັນປ່ຽນວິທີຄິດໃນການຄຸ້ມຄອງສັງຄົມ ແລະ ເສດຖະກິດຂອງ ສປປ ລາວ ຢ່າງກ້າຫານ. 

ທ່າມກາງສະພາບການທີ່ປະເທດກຳລັງຫາທາງອອກໃຫ້ກັບສິ່ງທ້າທາຍທາງດ້ານການເງິນ, ການຫັນເອົາກິດຈະກຳທີ່ເຄີຍຢູ່ໃຕ້ດິນ ຫຼື ການພະນັນທີ່ຜິດກົດໝາຍ ມາຢູ່ພາຍໃຕ້ການຄວບຄຸມຢ່າງລັດກຸມ ບໍ່ພຽງແຕ່ຊ່ວຍອຸດຊ່ອງໂຫວ່ຂອງການຮົ່ວໄຫຼຂອງເງິນຕາ ແຕ່ຍັງເປັນການປ່ຽນກະແສເງິນມະຫາສານນອກລະບົບ ໃຫ້ກາຍເປັນພາສີ ແລະ ພັນທະທີ່ຖືກຕ້ອງ. 

ຜົນກະທົບທາງບວກທີ່ຕາມມາຍັງລວມເຖິງການກະຕຸ້ນເສດຖະກິດຮາກຖານ ຜ່ານການສ້າງວຽກເຮັດງານທຳໃຫ້ແຮງງານໃນທ້ອງຖິ່ນ ແລະ ພັດທະນາພື້ນຖານໂຄງລ່າງໄປພ້ອມໆກັນ. ປະຈຸບັນ, ຜູ້ທີ່ສົນໃຈເຂົ້າຮ່ວມກິດຈະກຳທວຍຜົນທີ່ຖືກກົດໝາຍນີ້ ສາມາດເຂົ້າເຖິງໄດ້ຢ່າງທັນສະໄໝຜ່ານແອັບພລິເຄຊັນ Sokxay One plus ຫຼື ສາມາດເຂົ້າຊົມສະຖານທີ່ຈິງໄດ້ທີ່ ສະໜາມແຂ່ງບ້ານໜອງດ້ວງທົ່ງ, ເມືອງສີໂຄຕະບອງ, ນະຄອນຫຼວງວຽງຈັນ.

#ເສດຖະກິດລາວ #ການເງິນລາວ #ທຸລະກິດລາວ #ຊີແອວແຂ່ງໝາ #SokxayGroup #ແກ້ໄຂເສດຖະກິດ #ພັດທະນາປະເທດຊາດ

Comments are disabled