ປົກເວັບ 2026 08 17T094814 342

ທະນາຄານກາງເກົາຫຼີໃຕ້ຕັດສິນໃຈລົງທຶນໃນຊັບສິນທີ່ຜູກພັນກັບຄຳເປັນຄັ້ງທຳອິດໃນຮອບ 13 ປີ ດ້ວຍມູນຄ່າກວ່າ 250 ລ້ານໂດລາສະຫະລັດ ເພື່ອຮັບມືກັບຄວາມສ່ຽງທາງເສດຖະກິດ ແລະ ພູມສາດການເມືອງໂລກ. ບາດກ້າວດັ່ງກ່າວບໍ່ພຽງແຕ່ຊ່ວຍກະຈາຍຄວາມສ່ຽງໃນທຶນສຳຮອງ ແຕ່ຍັງສ້າງສະພາບຄ່ອງທີ່ດີກວ່າການຖືຄອງຄຳແທ່ງຕົວຈິງຢ່າງມີໄນສຳຄັນ.

ສຳນັກຂ່າວ Bloomberg ລາຍງານວ່າ ເອກະສານທີ່ຍື່ນຕໍ່ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ, ທະນາຄານກາງເກົາຫຼີໃຕ້ (BOK) ໄດ້ເຂົ້າຖືຄອງຮຸ້ນ SPDR Gold Shares ເຊິ່ງເປັນກອງທຶນ ETF ຄຳທີ່ໃຫຍ່ທີ່ສຸດໃນໂລກ ຈຳນວນ 679.765 ຮຸ້ນ ເມື່ອທ້າຍໄຕມາດທີ 2 ທີ່ຜ່ານມາ ເຊິ່ງແຕກຕ່າງຈາກເມື່ອ 3 ເດືອນກ່ອນໜ້ານັ້ນທີ່ບໍ່ມີການຖືຄອງຮຸ້ນດັ່ງກ່າວເລີຍ. 

ການເຄື່ອນໄຫວຄັ້ງນີ້ຖືເປັນການຊື້ຊັບສິນທີ່ກ່ຽວຂ້ອງກັບຄຳເປັນເທື່ອທຳອິດນັບຕັ້ງແຕ່ປີ 2013 ເຊິ່ງສອດຄ່ອງກັບທ່າອ່ຽງຂອງທະນາຄານກາງທົ່ວໂລກ ທີ່ພາກັນສະສົມຄຳເພື່ອເປັນຊັບສິນປອດໄພ. 

ຂໍ້ມູນຈາກສະພາຄຳໂລກ (World Gold Council) ລະບຸວ່າ ທະນາຄານກາງຕ່າງໆທົ່ວໂລກໄດ້ເຂົ້າຊື້ຄຳສຸດທິສູງເຖິງ 289 ໂຕນ ໃນໄຕມາດທີ 2 ເຊິ່ງເປັນສະຖິຕິສູງສຸດເປັນປະຫວັດການສຳລັບໄຕມາດນີ້.

ເຖິງຢ່າງໃດກໍຕາມ, ການລົງທຶນໃນຄັ້ງນີ້ບໍ່ໄດ້ເປັນການເພີ່ມຈຳນວນຄຳແທ່ງໃນຄັງສຳຮອງຢ່າງເປັນທາງການຂອງເກົາຫຼີໃຕ້ ເນື່ອງຈາກກອງທຶນ ETF ຄຳ ຖືກຈັດປະເພດໃຫ້ເປັນຫຼັກຊັບ ແລະ ເປັນສ່ວນໜຶ່ງຂອງທຶນສຳຮອງເງິນຕາຕ່າງປະເທດ. 

ການເລືອກລົງທຶນໃນຮູບແບບ ETF ຈະຊ່ວຍໃຫ້ທະນາຄານກາງສາມາດເຂົ້າເຖິງການລົງທຶນໃນຄຳໄດ້ໂດຍບໍ່ຕ້ອງແບກຮັບພາລະໃນການເກັບຮັກສາຄຳແທ່ງຕົວຈິງ, ທັງຍັງໃຫ້ສະພາບຄ່ອງທີ່ສູງກວ່າ ແລະ ສາມາດຊື້ຂາຍປ່ຽນມືໄດ້ງ່າຍ. 

ປັດຈຸບັນ, ປະລິມານການຖືຄອງຄຳແທ່ງຕົວຈິງຂອງ BOK ຍັງຄົງຄົງທີ່ຢູ່ທີ່ປະມານ 104,4 ໂຕນ ມາຕັ້ງແຕ່ປີ 2013 ໂດຍບໍ່ໄດ້ເຂົ້າຮ່ວມມະຫະກຳການກວາດຊື້ຄຳແທ່ງຂອງທະນາຄານກາງອື່ນໆໃນຊ່ວງທີ່ຜ່ານມາ.

ນັກເສດຖະສາດຈາກ Hanwha Investment & Securities Co. ໃຫ້ຄວາມເຫັນວ່າ ສັດສ່ວນການລົງທຶນໃນຄຳຂອງທະນາຄານກາງເກົາຫຼີໃຕ້ຍັງຖືວ່າຢູ່ໃນລະດັບຕໍ່າຫຼາຍ. ດັ່ງນັ້ນ, ເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ BOK ຈຶ່ງຍັງມີຊ່ອງຫວ່າງໃນການເຂົ້າຊື້ຄຳເພີ່ມຕື່ມ ແລະ ຄາດວ່າພວກເຂົາຈະຍັງຄົງເດີນໜ້າເພີ່ມການຖືຄອງຄຳຕໍ່ໄປໃນອະນາຄົດ. 

ນອກຈາກການລົງທຶນໃນກອງທຶນແລ້ວ, ເມື່ອຕົ້ນເດືອນທີ່ຜ່ານມາ BOK ຍັງໄດ້ປະກາດແຜນການສ້າງໂຄງຮ່າງການຊື້ຄຳທີ່ສະກັດພາຍໃນປະເທດ ເຊິ່ງຖືເປັນການເຄື່ອນໄຫວຄັ້ງສຳຄັນໃນຮອບເກືອບ 60 ປີ ໂດຍແນໃສ່ກະຈາຍແຫຼ່ງທີ່ມາຂອງການຊື້ຄຳ ແລະ ສະໜັບສະໜູນການເພີ່ມສັດສ່ວນຄຳໃນທຶນສຳຮອງເງິນຕາຕ່າງປະເທດຢ່າງຄ່ອຍເປັນຄ່ອຍໄປ.

#LaoXperts #ທະນາຄານກາງເກົາຫຼີໃຕ້ #ການລົງທຶນ #ຄຳ #ເສດຖະກິດໂລກ #BOK #GoldETF #SPDRGoldShares

Comments are disabled