ປົກເວັບ 2026 07 28T220809 116

ລັດຖະບານ ໄດ້ເຫັນດີຜ່ອນຜັນລະບຽບການລົງທຶນ ໂດຍຕັດບັນຊີກິດຈະການຄວບຄຸມລົງກວ່າເຄິ່ງ ໃນຂະນະທີ່ພວມຊຸກຍູ້ການປະຕິຮູບດ້ານເສດຖະກິດ ແລະ ກະກຽມກົດໝາຍສະບັບໃໝ່ ເພື່ອສະໜັບສະໜູນການພັດທະນາປະເທດຊາດ.

ໃນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ ໃນວັນທີ 27-28 ກໍລະກົດ, ເຊິ່ງເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ລັດຖະບານໄດ້ເຫັນດີດ້ານຫຼັກການ ໃນການຫຼຸດຈຳນວນກິດຈະການຄວບຄຸມ ພາຍໃຕ້ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ຈາກ 44 ລົງມາເປັນ 20 ກິດຈະການ.

ການປ່ຽນແປງດັ່ງກ່າວ ແມ່ນແນໃສ່ເຮັດໃຫ້ລະບຽບການລົງທຶນສອດຄ່ອງກັບຄວາມຕ້ອງການໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ນິຕິກຳທີ່ກ່ຽວຂ້ອງ, ເຊິ່ງຈະຊ່ວຍໃຫ້ການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ງ່າຍຂຶ້ນ.

ບັນຊີກິດຈະການຄວບຄຸມການລົງທຶນ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຂອງ ສປປ ລາວ ແມ່ນກຳນົດເອົາບັນດາປະເພດທຸລະກິດ ຫຼື ກິດຈະການ ທີ່ອາດສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮີດຄອງປະເພນີ, ສິ່ງແວດລ້ອມ ແລະ ສັງຄົມຢ່າງຮ້າຍແຮງ. 

ເນື່ອງຈາກເປັນກິດຈະການທີ່ມີຄວາມອ່ອນໄຫວ ແລະ ມີຜົນກະທົບສູງ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດທີ່ຕ້ອງການດຳເນີນທຸລະກິດໃນກຸ່ມນີ້ ຈະບໍ່ສາມາດຂໍອະນຸຍາດສ້າງຕັ້ງບໍລິສັດໄດ້ງ່າຍຄືກັບທຸລະກິດທົ່ວໄປ ແຕ່ຈະຕ້ອງຜ່ານຂັ້ນຕອນການຄົ້ນຄວ້າ, ກັ່ນຕອງ ແລະ ໄດ້ຮັບການອະນຸມັດຈາກລັດຖະບານ ຫຼື ກະຊວງທີ່ກ່ຽວຂ້ອງຢ່າງເຄັ່ງຄັດກ່ອນ ຈຶ່ງຈະສາມາດອອກໃບອະນຸຍາດລົງທຶນໄດ້.

ສຳລັບປະເພດກິດຈະການທີ່ຖືກຈັດຢູ່ໃນບັນຊີຄວບຄຸມຂອງລາວນັ້ນ ສ່ວນໃຫຍ່ຈະກວມເອົາຂະແໜງການຍຸດທະສາດທີ່ສຳຄັນຂອງປະເທດ ເປັນຕົ້ນແມ່ນຂະແໜງຊັບພະຍາກອນທຳມະຊາດ ແລະ ພະລັງງານ ເຊັ່ນ: ການສຳຫລວດ, ຂຸດຄົ້ນ, ປຸງແຕ່ງແຮ່ທາດ, ການສ້າງເຂື່ອນໄຟຟ້າພະລັງນໍ້າ ແລະ ໂຮງໄຟຟ້າປະເພດຕ່າງໆ. 

ນອກຈາກນັ້ນ ຍັງລວມເຖິງຂະແໜງທີ່ດິນ ແລະ ກະສິກຳຂະໜາດໃຫຍ່ ທີ່ຕິດພັນກັບການຂໍສຳປະທານທີ່ດິນຂອງລັດເພື່ອປູກຕົ້ນໄມ້ອຸດສາຫະກຳ ຫຼື ການຂຸດຄົ້ນໄມ້ທຳມະຊາດ. 

ພ້ອມດຽວກັນນີ້, ກິດຈະການດ້ານການເງິນການທະນາຄານ, ຂະແໜງໂຍທາທິການ ແລະ ການຂົນສົ່ງໂຄງລ່າງພື້ນຖານ ເຊັ່ນ: ທຸລະກິດການບິນ, ການສ້າງທາງລົດໄຟ, ທາງດ່ວນ, ລວມເຖິງການໃຫ້ບໍລິການດ້ານໂທລະຄົມມະນາຄົມ, ອິນເຕີເນັດ ແລະ ລ້ວນແຕ່ຖືກຈັດຢູ່ໃນກຸ່ມນີ້. 

ອີກໜຶ່ງພາກສ່ວນສຳຄັນທີ່ຂາດບໍ່ໄດ້ຄື ກິດຈະການທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊັ່ນ: ການຜະລິດອາວຸດ, ການນຳເຂົ້າສານເຄມີອັນຕະລາຍຮ້າຍແຮງ ແລະ ບໍລິສັດໃຫ້ບໍລິການຮັກສາຄວາມປອດໄພ ກໍລ້ວນແຕ່ຕ້ອງໄດ້ຮັບການຄວບຄຸມຢ່າງໃກ້ຊິດເຊັ່ນດຽວກັນ.

ຢ່າງໃດກໍຕາມ, ຕາມການລາຍງານຂອງ ກົມປະຊາສຳພັນຫ້ອງວ່າການນາຍົກລັດຖະມົນຕີ ຍັງບໍ່ເປັນທິ່ຊັດເຈນວ່າ ບັນຊີທີ່ຈະຕັດອອກນັ້ນມີກິດຈະການໃດແນ່.

#LaoXperts #ປົດລັອກການລົງທຶນ #ດຶງດູດນັກລົງທຶນ #ທຸລະກິດລາວ #FDI #ການຄ້າການລົງທຶນ #ສະພາບແວດລ້ອມທຸລະກິດ #EaseOfDoingBusiness

Comments are disabled