ປົກເວັບ 2026 07 24T135830 830

ແຂວງຄຳມ່ວນເດີນໜ້າດຶງດູດການລົງທຶນພາກເອກະຊົນ ອະນຸມັດສຳປະທານທີ່ດິນ 5.600 ຕາແມັດ ໃຫ້ບໍລິສັດ ສຸກສົມບູນກໍ່ສ້າງ ຈຳກັດຜູ້ດຽວ ສ້າງໂຮງແຮມ ແລະ ແຫຼ່ງທ່ອງທ່ຽວສະໄຕລ໌ໃໝ່ກາງເມືອງທ່າແຂກ ດ້ວຍສັນຍາ 50 ປີ. ໂຄງການນີ້ແນໃສ່ຍົກລະດັບພູມສັນຖານການທ່ອງທ່ຽວ, ສ້າງວຽກເຮັດງານທຳ ແລະ ກະຕຸ້ນເສດຖະກິດຮາກຖານ ເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ຕາມການລາຍງານຂອງ ຂປລ, ພິທີລົງນາມສັນຍາໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດ 2026 ທີ່ຜ່ານມາ ທີ່ຫ້ອງການຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນແຂວງຄຳມ່ວນ. 

ການຮ່ວມມືຄັ້ງນີ້ ເປັນການສອດປະສານກັນຢ່າງລົງຕົວລະຫວ່າງພາກລັດ ແລະ ເອກະຊົນ ໂດຍພາຍໃຕ້ສັນຍາ ແມ່ນໄດ້ແບ່ງພື້ນທີ່ການພັດທະນາອອກເປັນສອງຈຸດຍຸດທະສາດ ຄື: ການນຳໃຊ້ເນື້ອທີ່ 3.000 ຕາແມັດ ຢູ່ເຂດບ້ານນາໂບ ເພື່ອພັດທະນາເປັນໂຄງການກໍ່ສ້າງໂຮງແຮມທີ່ພັກມາດຕະຖານ ແລະ ອີກ 2.600 ຕາແມັດ ຢູ່ເຂດບ້ານເລົ່າ ເມືອງທ່າແຂກ ຈະຖືກເນລະມິດໃຫ້ກາຍເປັນຈຸດພັກຜ່ອນ ແລະ ສິ່ງອໍານວຍຄວາມສະດວກດ້ານການບໍລິການທີ່ທັນສະໄໝ ເຊິ່ງຈະປະກອບມີ ຮ້ານກາເຟເຮືອນຊົງຝຣັ່ງ, ຫໍສະໝຸດ ແລະ ຮ້ານບິງຊູ ເພື່ອຕອບໂຈດວິຖີຊີວິດ ຂອງນັກທ່ອງທ່ຽວລຸ້ນໃໝ່ທີ່ມັກການຖ່າຍຮູບ ແລະ ຊື່ນຊົມບັນຍາກາດ.

ການລົງທຶນດັ່ງກ່າວ ຖືເປັນກ້າວສຳຄັນໃນການກະຕຸ້ນເສດຖະກິດການທ່ອງທ່ຽວຂອງແຂວງຄຳມ່ວນ ເຊິ່ງເປັນແຂວງທີ່ຕັ້ງໃນພາກກາງຂອງປະເທດ ແລະ ມີທ່າແຮງສູງທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ. ປັດຈຸບັນ ເມືອງທ່າແຂກເປັນທີ່ຮູ້ຈັກກັນດີໃນນາມຈຸດເລີ່ມຕົ້ນຂອງເສັ້ນທາງທ່ອງທ່ຽວວົງແຫວນ “The Thakhek Loop” ທີ່ດຶງດູດນັກທ່ອງທ່ຽວແບບຜະຈົນໄພຈາກທົ່ວໂລກ, ລວມເຖິງການເປັນປະຕູສູ່ແຫລ່ງທ່ອງທ່ຽວລະດັບຊາດ ແລະ ສາກົນ ເຊັ່ນ: ຖ້ຳກອງລໍ, ກຳແພງຍັກ ແລະ ພະທາດສີໂຄດຕະບອງ. 

ການເຂົ້າມາຂອງໂຄງການພັດທະນາໂຮງແຮມ ແລະ ແຫຼ່ງບໍລິການແບບຄົບວົງຈອນນີ້ ບໍ່ພຽງແຕ່ຈະຊ່ວຍເພີ່ມຂີດຄວາມສາມາດໃນການຮອງຮັບນັກທ່ອງທ່ຽວທີ່ນັບມື້ນັບເພີ່ມຂຶ້ນ ແຕ່ຍັງເປັນການສ້າງມູນຄ່າເພີ່ມໃຫ້ກັບເມືອງທ່າແຂກ ປ່ຽນຈາກເມືອງທາງຜ່ານ ໃຫ້ກາຍເປັນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວຢາກໃຊ້ເວລາພັກຜ່ອນດົນຂຶ້ນ ພ້ອມທັງຈະເປັນການສ້າງວຽກເຮັດງານທຳ ແລະ ກະຈາຍລາຍຮັບລົງສູ່ທ້ອງຖິ່ນຢ່າງຍືນຍົງ.

#LaoX #Thakhek #Khammouane #LaosTourism #TourismInvestment #LaoEconomy #TheThakhekLoop

Comments are disabled