ປົກເວັບ 61 1

ລັດຖະບານໄທ ເລັ່ງຊຸກຍູ້ຍຸດທະສາດການເປັນສູນກາງປັນຍາປະດິດ (AI) ແລະ ເຄິ່ງຊັກນຳ (Semiconductor) ລະດັບພາກພື້ນ ຫວັງດຶງດູດເມັດເງິນລົງທຶນມະຫາສານ ແລະ ສ້າງງານທີ່ມີທັກສະສູງ ຫຼັງຈາກກອງທຶນການເງິນລະຫວ່າງປະເທດ (IMF) ຈັດອັນດັບໃຫ້ໄທເປັນ 1 ໃນ 4 ປະເທດຜູ້ສົ່ງອອກຮາດແວ AI ລາຍໃຫຍ່ຂອງໂລກ ເຊິ່ງຈະຊ່ວຍຍົກລະດັບເສດຖະກິດ ແລະ ຫັນປ່ຽນບົດບາດສູ່ອຸດສາຫະກຳເຕັກໂນໂລຊີມູນຄ່າສູງຢ່າງເຕັມໂຕ.

ຕາມການລາຍງານຂອງ The Nation Thailand, ການເຄື່ອນໄຫວຄັ້ງນີ້ມີຂຶ້ນຫຼັງຈາກທີ່ IMF ໄດ້ປະເມີນແລະລະບຸວ່າ ປະເທດໄທ, ໄຕ້ຫວັນ, ເກົາຫຼີໃຕ້ ແລະ ມາເລເຊຍ ຄືສີ່ຜູ້ສົ່ງອອກສຸດທິດ້ານຮາດແວທີ່ກ່ຽວຂ້ອງກັບ AI ລາຍໃຫຍ່ທີ່ສຸດໃນໂລກ ໂດຍກວມເອົາທັງອຸປະກອນຄອມພິວເຕີ, ເຄື່ອງຈັກຜະລິດເຊມີຄອນດັກເຕີ, ໜ່ວຍປະມວນຜົນ ແລະ ຊິບໜ່ວຍຄວາມຈຳ ເຊິ່ງປະເທດທີ່ມີການເຊື່ອມໂຍງຢ່າງໃກ້ຊິດກັບຕ່ອງໂສ້ອຸປະທານເຕັກໂນໂລຊີເຫຼົ່ານີ້ ແມ່ນໄດ້ຮັບຜົນປະໂຫຍດຢ່າງມະຫາສານຈາກຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງຮ້ອນແຮງ.

ໂຄສົກລັດຖະບານໄທ ໄດ້ເປີດເຜີຍວ່າ ໄທຈະນຳໃຊ້ທ່າແຮງແລະຄວາມພ້ອມດ້ານຖານການຜະລິດເອເລັກໂຕຣນິກທີ່ມີຢູ່ແລ້ວ ມາເປັນແທ່ນຢຽບໃນການພັດທະນາໂຄງລ່າງພື້ນຖານດ້ານດິຈິຕອນ ແລະ ພະລັງງານ ຄວບຄູ່ໄປກັບການຂະຫຍາຍກຳລັງແຮງງານທີ່ມີທັກສະສູງ ແລະ ສົ່ງເສີມການຄົ້ນຄວ້ານະວັດຕະກຳ ເພື່ອເຊື່ອມຕໍ່ເຂົ້າກັບຕ່ອງໂສ້ອຸປະທານເຕັກໂນໂລຊີລະດັບໂລກຢ່າງໝັ້ນຄົງ ໂດຍການປະເມີນໃນທາງບວກຂອງ IMF ຄັ້ງນີ້ ຍັງໄດ້ສົ່ງຜົນໃຫ້ມີການປັບເພີ່ມຄາດຄະເນການເຕີບໂຕທາງເສດຖະກິດຂອງໄທໃນປີ 2026 ຂຶ້ນເປັນ 1.9% ອີກດ້ວຍ.

ພາຍໃຕ້ຮ່າງຍຸດທະສາດໄລຍະຍາວຂອງຄະນະກຳມະການນະໂຍບາຍເຊມີຄອນດັກເຕີ ແລະ ເອເລັກໂຕຣນິກຂັ້ນສູງແຫ່ງຊາດ, ໄທໄດ້ຕັ້ງເປົ້າໝາຍໄລຍະຍາວທີ່ຈະດຶງດູດການລົງທຶນໃຫ້ໄດ້ຫຼາຍກວ່າ 2.5 ລ້ານລ້ານບາດ ພາຍໃນປີ 2050 ພ້ອມທັງສ້າງບຸກຄະລາກອນທີ່ມີທັກສະສູງກວ່າ 230,000 ຄົນ ເພື່ອຮອງຮັບອຸດສາຫະກຳຂັ້ນຕົ້ນ ນັບຕັ້ງແຕ່ການອອກແບບວົງຈອນລວມ (IC design) ໄປຈົນເຖິງການຜະລິດແຜ່ນວຽດເຟີ (Wafer fabrication) ເຊິ່ງຈະຊ່ວຍຫັນປ່ຽນບົດບາດຂອງໄທຈາກການເປັນພຽງໂຮງງານປະກອບ ໄປສູ່ການເປັນຜູ້ຜະລິດເຕັກໂນໂລຊີມູນຄ່າສູງ.

ນອກຈາກນີ້, ຍຸດທະສາດດັ່ງກ່າວຍັງໄດ້ຮັບການສະໜັບສະໜູນຈາກຄວາມຕ້ອງການພາຍໃນປະເທດທີ່ມີຄວາມແຂງແກ່ນຢູ່ແລ້ວ ໃນຂະແໜງຍານຍົນ, ພະລັງງານ ແລະ ສູນຂໍ້ມູນ (Data Centre) ໃນຂະນະດຽວກັນ, ລັດຖະບານໄທກໍກຳລັງເລັ່ງສົ່ງເສີມການບໍລິຫານຈັດການ AI ທີ່ເນັ້ນມະນຸດເປັນສູນກາງ, ມີຄວາມໂປ່ງໃສ ແລະ ປົກປ້ອງສິດທິຂອງປະຊາຊົນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນຕ່າງປະເທດ ທີ່ຈະເຂົ້າມາຕັ້ງຖານປະຕິບັດການດ້ານເຕັກໂນໂລຊີໃນພາກພື້ນໃນໄລຍະຍາວ.

#ຂ່າວເສດຖະກິດ #ເຕັກໂນໂລຊີ #AI #Semiconductor #ປະເທດໄທ #IMF

Comments are disabled