ປົກເວັບ 70

ທະນາຄານພັດທະນາອາຊີ (ADB) ປັບຫຼຸດຄາດຄະເນການເຕີບໂຕທາງເສດຖະກິດຂອງອາຊີ-ປາຊີຟິກ ປີ 2026 ລົງເຫຼືອພຽງ 4,9% ຍ້ອນວິກິດການພະລັງງານໂລກທີ່ແກ່ຍາວ ພ້ອມເຕືອນໃຫ້ຜູ້ກຳນົດນະໂຍບາຍທົ່ວພາກພື້ນຮີບຮ່ວມກັນຮັບມືກັບພາວະເງິນເຟີ້ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຄ່າຄອງຊີບຂອງປະຊາຊົນ ແລະ ຄວາມໝັ້ນຄົງທາງສະບຽງອາຫານ.

ບົດລາຍງານການຄາດຄະເນເສດຖະກິດອາຊີ (ADO) ສະບັບເດືອນກໍລະກົດ 2026 ລະບຸວ່າ ບັນຫາຄວາມຂັດແຍ່ງໃນຕາເວັນອອກກາງໄດ້ສົ່ງຜົນກະທົບຕໍ່ຕະຫຼາດພະລັງງານຮ້າຍແຮງກວ່າທີ່ຄາດໄວ້ ເຮັດໃຫ້ຕ່ອງໂສ້ອຸປະທານ ແລະ ລາຄາສິນຄ້າກະເສດເຊັ່ນຝຸ່ນເຄມີປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ. 

ສະຖານະການດັ່ງກ່າວໄດ້ຍູ້ໃຫ້ອັດຕາເງິນເຟີ້ໃນພາກພື້ນພຸ່ງສູງຂຶ້ນເຖິງ 4,3% ໃນປີນີ້ ເຊິ່ງເພີ່ມຂຶ້ນຈາກເດີມທີ່ເຄີຍຄາດການໄວ້, ຂະນະທີ່ການເຕີບໂຕໃນປີ 2027 ຍັງຄົງຄາດຫວັງໄວ້ທີ່ 5,1% ໂດຍອາໄສຄວາມຫວັງວ່າແຮງກົດດັນຕ່າງໆຈະຄ່ອຍໆຜ່ອນຄາຍລົງພາຍຫຼັງການລົງນາມໃນຂໍ້ຕົກລົງຮ່ວມກັນເມື່ອເດືອນມິຖຸນາຜ່ານມາ.

ເຈາະຈົງມາທີ່ກຸ່ມປະເທດກຳລັງພັດທະນາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ (Developing Southeast Asia), ການເຕີບໂຕໂດຍລວມຄາດວ່າຈະຊ້າລົງຈາກ 4,8% ໃນປີ 2025 ມາຢູ່ທີ່ 4,6% ໃນປີ 2026. ສຳລັບ ສປປ ລາວ, ບົດລາຍງານຄາດຄະເນວ່າເສດຖະກິດຈະມີການຂະຫຍາຍຕົວໃນລະດັບ 4,0% ສຳລັບປີ 2026 ເຊິ່ງປັບຕົວຫຼຸດລົງຈາກ 4,4% ໃນປີ 2025, ແນວໃດກໍຕາມ ຄາດວ່າຈະມີທ່າອ່ຽງຟື້ນຕົວດີຂຶ້ນມາແຕະທີ່ລະດັບ 4,5% ໃນປີ 2027.

ເມື່ອພິຈາລະນາປະເທດເພື່ອນບ້ານອ້ອມຂ້າງ ພົບວ່າລ້ວນແຕ່ໄດ້ຮັບຜົນກະທົບຈາກປັດໄຈທ້າທາຍພາຍນອກເຊັ່ນກັນ ໂດຍຫວຽດນາມຄາດວ່າຈະມີການເຕີບໂຕຢູ່ທີ່ 7,2% ໃນປີ 2026 (ຫຼຸດລົງຈາກ 8,0% ໃນປີ 2025) ແຕ່ຍັງຄົງເປັນອັດຕາການຂະຫຍາຍຕົວທີ່ສູງທີ່ສຸດໃນພາກພື້ນ. ຂະນະທີ່ກຳປູເຈຍຄາດວ່າຈະເຕີບໂຕ 4,1% ໃນປີ 2026 ເຊິ່ງຫຼຸດລົງຈາກ 5,3% ໃນປີກ່ອນໜ້າ. 

ທາງດ້ານປະເທດໄທມີການຄາດຄະເນການເຕີບໂຕທີ່ຊ້າລົງມາຢູ່ທີ່ 1,8% ໃນປີ 2026 ທຽບກັບ 2,4% ໃນປີ 2025. ໃນທາງກົງກັນຂ້າມ, ມຽນມາແມ່ນມີການຄາດຄະເນທີ່ເປັນບວກຂຶ້ນມາແຕະທີ່ 2,4% ໃນປີ 2026 ຫຼັງຈາກທີ່ຕົວເລກເຄີຍຕິດລົບເຖິງ -2,2% ໃນປີ 2025.

ທ່ານ ອັນເບີດ ປາກ (Albert Park) ຫົວໜ້ານັກເສດຖະສາດຂອງ ADB ໄດ້ເນັ້ນຢໍ້າວ່າ ເຖິງແມ່ນວ່າເສດຖະກິດໃນພາກພື້ນຈະຍັງຄົງມີຄວາມຢືດຢຸ່ນ ແຕ່ຜົນກະທົບທີ່ແກ່ຍາວຈາກຂໍ້ຂັດແຍ່ງທາງພູມສາດການເມືອງ ຮຽກຮ້ອງໃຫ້ລັດຖະບານຕ້ອງສ້າງຄວາມດຸ່ນດ່ຽງທາງນະໂຍບາຍຢ່າງລະມັດລະວັງ ລະຫວ່າງການສະໜັບສະໜູນການເຕີບໂຕ ແລະ ການຄວບຄຸມອັດຕາເງິນເຟີ້. 

ຄວາມສ່ຽງຈາກຄວາມບໍ່ແນ່ນອນເຫຼົ່ານີ້ອາດເຮັດໃຫ້ຕົ້ນທຶນການກູ້ຢືມສູງຂຶ້ນ ເພີ່ມພາລະໜີ້ສິນພາກລັດ ແລະ ສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນຄົງທາງດ້ານສະບຽງອາຫານຈາກລາຄາຝຸ່ນທີ່ແພງຂຶ້ນ ບວກກັບຄວາມກັງວົນເລື່ອງກຳແພງພາສີທີ່ອາດກະທົບຕໍ່ການຄ້າ.

ສຳລັບການຄາດຄະເນການເຕີບໂຕຂອງອະນຸພາກພື້ນສ່ວນໃຫຍ່ແມ່ນຖືກປັບຫຼຸດລົງເຊັ່ນດຽວກັນ ໂດຍສະເພາະອາຊີຕາເວັນອອກສ່ຽງໃຕ້ ແລະ ອິນເດຍ ທີ່ໄດ້ຮັບຜົນກະທົບຈາກຕົ້ນທຶນພະລັງງານທີ່ສູງຂຶ້ນ ອຸປະສົງພາຍໃນທີ່ອ່ອນແອລົງ ແລະ ການຫຼຸດລົງຂອງການທ່ອງທ່ຽວ, ມີພຽງແຕ່ປະເທດຈີນທີ່ຍັງຄົງຮັກສາລະດັບການເຕີບໂຕໄວ້ໄດ້ທີ່ 4,6% ໃນປີ 2026 ຍ້ອນການສົ່ງອອກ ແລະ ການລົງທຶນໃນໂຄງລ່າງພື້ນຖານທີ່ເຂັ້ມແຂງ. 

#LaoXperts #ADB #ເສດຖະກິດອາຊີ #ວິກິດພະລັງງານ #ເງິນເຟີ້ #ຂ່າວເສດຖະກິດ

Comments are disabled