ປົກເວັບ 47

ທະນາຄານກາງທົ່ວໂລກ ໂດຍສະເພາະກຸ່ມຕະຫຼາດເກີດໃໝ່ ຫັນມາກວ້ານຊື້ຄຳສະສົມເພີ່ມຂຶ້ນຢ່າງຄຶກຄັກໃນເດືອນພຶດສະພາ 2026 ໂດຍມີໂປແລນ ແລະ ຈີນ ເປັນຜູ້ນຳໜ້າ ເພື່ອຫຼຸດຄວາມສ່ຽງທາງເສດຖະກິດ ແລະ ກະຈາຍຄວາມສ່ຽງຂອງຄັງສຳຮອງລະຫວ່າງປະເທດ ເຊິ່ງການເຄື່ອນໄຫວດັ່ງກ່າວພວມສົ່ງຜົນໃຫ້ຄຳກາຍເປັນສິນຊັບຍຸດທະສາດທີ່ໄດ້ຮັບຄວາມເຊື່ອໝັ້ນສູງສຸດໃນເວທີການເງິນໂລກ ຍ້ອນທະນາຄານກາງສ່ວນໃຫຍ່ຄາດວ່າທ່າອ່ຽງການຖືຄອງຄຳຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ.

The Nation Thailand ລາຍງານໂດຍອ້າຍງອີງ ຂໍ້ມູນຈາກສະພາຄຳໂລກ (World Gold Council) ວ່າ ທະນາຄານກາງທົ່ວໂລກໄດ້ກັບມາມີຍອດການຊື້ຄຳສຸດທິເພີ່ມຂຶ້ນເຖິງ 41 ໂຕນໃນເດືອນພຶດສະພາ ໂດຍມີທະນາຄານກາງໂປແລນເປັນຜູ້ຊື້ລາຍໃຫຍ່ທີ່ສຸດດ້ວຍຈຳນວນ 18 ໂຕນ ເຊິ່ງເປັນການຊື້ເພີ່ມໃນລະດັບສອງຫຼັກຕິດຕໍ່ກັນເປັນເດືອນທີ 4 ສົ່ງຜົນໃຫ້ຍອດລວມແຕ່ຕົ້ນປີ 2026 ຂອງໂປໂລຍພຸ່ງສູງເຖິງ 64 ໂຕນ ແລະ ຂະຫຍັບເຂົ້າໃກ້ເປົ້າໝາຍການຖືຄອງຄຳທີ່ 700 ໂຕນ. 

ໃນຂະນະດຽວກັນ, ທະນາຄານກາງຈີນກໍຍັງເດີນໜ້າເກັບຊື້ຄຳຢ່າງຕໍ່ເນື່ອງເປັນເດືອນທີ 20 ຕິດພັນ ໂດຍຊື້ເພີ່ມອີກ 10 ໂຕນໃນເດືອນພຶດສະພາ ເຊິ່ງເປັນຍອດການຊື້ລາຍເດືອນທີ່ສູງທີ່ສຸດນັບຕັ້ງແຕ່ທ້າຍປີ 2024 ເຮັດໃຫ້ປັດຈຸບັນຈີນມີຄຳສະສົມໃນຄັງສຳຮອງສູງເຖິງ 2,331 ໂຕນ ຫຼື ຄິດເປັນ 9% ຂອງຄັງສຳຮອງທັງໝົດ ພ້ອມທັງຮັກສາຕຳແໜ່ງ 1 ໃນ 3 ປະເທດທີ່ຊື້ຄຳຫຼາຍທີ່ສຸດໃນປີນີ້.

ນອກຈາກນີ້, ປະເທດໃນກຸ່ມອາຊີກາງຢ່າງ ອຸສເບກິດສະຖານ ແລະ ຄາຊັກສະຖານ ກໍຍັງຄົງເດີນໜ້າຊື້ຄຳເຂົ້າຄັງສຳຮອງຢ່າງຕໍ່ເນື່ອງ ໂດຍອຸສເບກິດສະຖານຊື້ເພີ່ມ 9 ໂຕນ ແລະ ຄາຊັກສະຖານຊື້ເພີ່ມ 7 ໂຕນ. 

ທີ່ໜ້າສົນໃຈແມ່ນ ທະນາຄານກາງສິງກະໂປ ໄດ້ກັບມາຮ່ວມວົງໄກຍານການຊື້ຄຳອີກຄັ້ງເປັນຄັ້ງທຳອິດນັບຕັ້ງແຕ່ເດືອນກັນຍາ 2025 ໂດຍຊື້ສຸດທິໄປ 4 ໂຕນ ສົ່ງຜົນໃຫ້ຍອດຖືຄອງຄຳລວມຢູ່ທີ່ 197 ໂຕນ ຄວາມເຄື່ອນໄຫວນີ້ສອດຄ່ອງກັບແຜນການຂອງສິງກະໂປ ທີ່ຈະເປີດບໍລິການຫ້ອງນິລະໄພເກັບຮັກສາຄຳຂອງທະນາຄານກາງພະຍາຍາມພາຍໃນເດືອນຕຸລາ 2026 ເພື່ອຍົກລະດັບປະເທດສູ່ການເປັນສູນກາງການຄ້າຄຳລະດັບໂລກ ບວກກັບທະນາຄານກາງສາທາລະນະລັດເຊັກ ແລະ ຈໍແດນ ທີ່ຍັງຄົງມີຍອດຊື້ເພີ່ມເຂົ້າມາເຊັ່ນກັນ.

ພ້ອມກັນນັ້ນ, ສະພາຄຳໂລກຍັງພົບສັນຍານການຊື້ຄຳທີ່ເພີ່ມຂຶ້ນໃນກຸ່ມທະນາຄານກາງລາຕິນອາເມລິກາ ນຳໂດຍ ຊີລີ ທີ່ເກັບຊື້ຄຳໄປແລ້ວ 8 ໂຕນຕັ້ງແຕ່ຕົ້ນປີ 2026 ຕາມມາດ້ວຍ ກົວເຕມາລາ, ໂບລິເວຍ ແລະ ອູຣູກວາຍ ເຖິງວ່າພາກພື້ນດັ່ງກ່າວຈະຜ່ານຜ່າຄວາມຕຶງຄຽດທາງພູມສາດການເມືອງມາ ແຕ່ກໍສະທ້ອນໃຫ້ເຫັນວ່າ ຄວາມເຊື່ອໝັ້ນຕໍ່ຄຳໃນຖານະສິນຊັບປອດໄພແມ່ນກຳລັງແຜ່ຂະຫຍາຍເປັນວົງກວ້າງ. 

ຈາກຜົນສຳຫຼວດຄວາມຄິດເຫັນຂອງຜູ້ບໍລິຫານທະນາຄານກາງໃນປີ 2026 ພົບວ່າ 89% ຄາດວ່າຄັງສຳຮອງຄຳທົ່ວໂລກຈະເພີ່ມຂຶ້ນໃນອີກ 12 ເດືອນຂ້າງໜ້າ ແລະ ມີເຖິງ 45% ທີ່ຕັ້ງເປົ້າຈະເພີ່ມການຖືຄອງຄຳຂອງສະຖາບັນຕົນເອງ ເຊິ່ງເປັນຕົວເລກທີ່ສູງເປັນປະຫວັດສາດ ແລະ ຢືນຢັນວ່າຄຳຍັງຄົງເປັນຫຼັກຊັບຄ້ຳປະກັນຄວາມໝັ້ນຄົງທາງການເງິນໃນຍຸກປັດຈຸບັນ.

#LaoXperts #ເສດຖະກິດໂລກ #ຄັງສຳຮອງຄຳ #ທະນາຄານກາງ #ການເງິນລະຫວ່າງປະເທດ #ລາຄາຄຳ #GoldReserves2026

Comments are disabled