ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໃນລາວກຽມຮັບໂອກາດຄັ້ງສຳຄັນໃນການເຂົ້າເຖິງແຫຼ່ງທຶນ ຜ່ານການເປີດຕົວໂຄງການສິນເຊື່ອແບ່ງປັນຄວາມສ່ຽງມູນຄ່າ 10 ລ້ານໂດລາສະຫະລັດ ທີ່ແນໃສ່ປົດລັອກຂໍ້ຈຳກັດດ້ານການເງິນ, ຊຸກຍູ້ການຂະຫຍາຍຕົວຂອງທຸລະກິດ ແລະ ສ້າງວຽກເຮັດງານທຳໃຫ້ໝັ້ນຄົງໃນທ່າມກາງສະພາບເສດຖະກິດທີ່ທ້າທາຍ.
ໂຄງການດັ່ງກ່າວແມ່ນເກີດຈາກການຮ່ວມມືລະຫວ່າງ ທະນາຄານ ບີເອັຟແອວ (BFL) ແລະ ອົງການການເງິນສາກົນ (IFC) ທີ່ໄດ້ຕົກລົງຮ່ວມກັນລົງທຶນຝ່າຍລະ 5 ລ້ານໂດລາສະຫະລັດ ເພື່ອແບ່ງເບົາຄວາມສ່ຽງໃນການອະນຸມັດເງິນກູ້.
ຕາມການລາຍງານຂອງ ຂອງ ວຽງຈັນທາມ, ປັດຈຸບັນ ເຖິງແມ່ນວ່າ SME ຈະກວມເອົາເຖິງ 99 ເປີເຊັນຂອງທຸລະກິດທີ່ຈົດທະບຽນ ແລະ ສ້າງວຽກເຮັດງານທຳໃນລະບົບເຖິງ 94 ເປີເຊັນໃນລາວ, ແຕ່ມີພຽງ 27 ເປີເຊັນເທົ່ານັ້ນທີ່ສາມາດເຂົ້າເຖິງສິນເຊື່ອຈາກທະນາຄານ.
ສະພາບການນີ້ໄດ້ກາຍເປັນອຸປະສັກໃຫຍ່ຕໍ່ການເຕີບໂຕຂອງເສດຖະກິດ. ການສ້າງກົນໄກແບ່ງປັນຄວາມສ່ຽງໃນຄັ້ງນີ້ ຈະຊ່ວຍໃຫ້ທະນາຄານສາມາດປ່ອຍກູ້ໃຫ້ຜູ້ປະກອບການທີ່ເຄີຍປະສົບຄວາມຫຍຸ້ງຍາກໃນການຂໍທຶນໃນລະບົບໄດ້ງ່າຍຂຶ້ນ ພ້ອມທັງຍັງຮັກສາມາດຕະຖານການຄຸ້ມຄອງຄວາມສ່ຽງທີ່ຮັດກຸມໄວ້ໄດ້ເປັນຢ່າງດີ.
ນອກຈາກການອັດສີດເມັດເງິນເພື່ອເພີ່ມສະພາບຄ່ອງແລ້ວ, ອົງການ IFC ຍັງຈະໃຫ້ການສະໜັບສະໜູນດ້ານເຕັກນິກແກ່ ທະນາຄານ BFL ເພື່ອພັດທະນາຜະລິດຕະພັນການເງິນທີ່ຕອບໂຈດຄວາມຕ້ອງການຂອງຕະຫຼາດໃໝ່ໆ ລວມເຖິງການຍົກລະດັບລະບົບຄຸ້ມຄອງຄວາມສ່ຽງດ້ານສິ່ງແວດລ້ອມ ແລະ ສັງຄົມ.
ຜ່ານການຮ່ວມມືດັ່ງກ່າວ, ທະນາຄານ ບີເອັຟແອວ ໄດ້ຕັ້ງເປົ້າໝາຍທີ່ຈະຂະຫຍາຍການປ່ອຍສິນເຊື່ອ SME ໃຫ້ເພີ່ມຂຶ້ນເປັນສອງເທົ່າພາຍໃນປີ 2028, ເຊິ່ງການປະສົມປະສານລະຫວ່າງທຶນຮອນ ແລະ ຄວາມຊ່ຽວຊານໃນຄັ້ງນີ້ ຈະເປັນກຳລັງສຳຄັນໃນການປົດລັອກສັກກະຍະພາບຂອງພາກເອກະຊົນລາວ, ສ້າງຄວາມເຂັ້ມແຂງໃຫ້ລະບົບນິເວດການເງິນ ແລະ ຊຸກຍູ້ການເຕີບໂຕຂອງເສດຖະກິດແບບຍືນຍົງໃນໄລຍະຍາວ.
ທ່ານ ນິໂຄລັດ ພລູຊາດ (Nicolas Pluchart), ຮອງຜູ້ອຳນວຍການໃຫຍ່ ທະນາຄານ ບີເອັຟແອວ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງໂຄງການນີ້ໃນພິທີລົງນາມວ່າ: “ການຂະຫຍາຍພອດສິນເຊື່ອ SME ຖືເປັນບຸລິມະສິດຍຸດທະສາດຫຼັກຂອງ BFL, ແຕ່ການບໍລິຫານຈັດການຄວາມສ່ຽງດ້ານສິນເຊື່ອໃນສະພາບການຕະຫຼາດທີ່ມີຄວາມຜັນຜວນນັ້ນ ຈຳເປັນຕ້ອງອາໄສເຄື່ອງມືທາງການເງິນທີ່ເປັນນະວັດຕະກຳໃໝ່.”
ທ່ານຍັງໄດ້ອະທິບາຍຕື່ມວ່າ ກອງທຶນດັ່ງກ່າວຈະຊ່ວຍເພີ່ມຂີດຄວາມສາມາດໃຫ້ທະນາຄານ ໃນການສະໜອງທຶນໃຫ້ແກ່ຜູ້ປະກອບການທີ່ປະກອບສ່ວນໂດຍກົງເຂົ້າໃນການເຄື່ອນໄຫວທາງເສດຖະກິດ ແລະ ສ້າງການເຕີບໂຕທີ່ລວມສູນ (Inclusive growth).
ຈຸດທີ່ໜ້າສົນໃຈອີກປະການໜຶ່ງຄື ການເຄື່ອນໄຫວທຸລະກຳນີ້ຖືກຈັດຕັ້ງປະຕິບັດພາຍໃຕ້ໂຄງການຄ້ຳປະກັນເງິນກູ້ຂະໜາດນ້ອຍຂອງ IFC, ເຊິ່ງໄດ້ຮັບການສະໜັບສະໜູນຈາກກອງທຶນຄ້ຳປະກັນຄວາມເສຍຫາຍເບື້ອງຕົ້ນ (First-loss guarantee) ໂດຍໜ້າຕ່າງພາກເອກະຊົນຂອງສະມາຄົມການພັດທະນາສາກົນ (IDA). ກົນໄກທີ່ຊັບຊ້ອນແຕ່ຊົງພະລັງນີ້ ຖືກອອກແບບມາເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງໃນການປ່ອຍກູ້ໃນຕະຫຼາດທີ່ມີຄວາມບອບບາງ ແລະ ລາຍຮັບຕໍ່າ.
#LaoXperts #LaoEconomy #SMEGrowth #BFL #IFC #BusinessDevelopment #LaoBusiness


