ປົກເວັບ 37

ປະທານປະເທດຈີນ, ທ່ານ ສີ ຈິ້ນຜິງ ໄດ້ຮຽກຮ້ອງໃຫ້ມີຄວາມຄືບໜ້າທີ່ໄວຂຶ້ນກ່ຽວກັບໂຄງການທາງລົດໄຟ ຈີນ-ລາວ-ໄທ ໃນລະຫວ່າງການພົບປະໂອ້ລົມກັບ ປະທານປະເທດລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ລາວ ໃນຂະນະທີ່ທັງສອງປະເທດພວມຊອກຫາຊ່ອງທາງເພື່ອລົງເລິກການເຊື່ອມໂຍງເຊື່ອມຈອດ ແລະ ເປີດໂອກາດໃໝ່ສຳລັບການເຕີບໂຕຂອງພາກພື້ນ.

ທ່ານ ສີ ຈິ້ນຜິງ ໄດ້ກ່າວຄຳເຫັນດັ່ງກ່າວໃນວັນສຸກ ລະຫວ່າງການພົບປະຢູ່ທີ່ນະຄອນຫຼວງປັກກິ່ງ ກັບ ທ່ານ ທອງລຸນ, ເຊິ່ງພວມຢ້ຽມຢາມປະເທດຈີນເປັນເວລາ 5 ວັນ ເພື່ອຮັດແໜ້ນສາຍພົວພັນສອງຝ່າຍ ແລະ ຂະຫຍາຍການຮ່ວມມືໃນຫຼາຍຂະແໜງການ.

ທ່ານໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເລັ່ງລັດການພັດທະນາທາງລົດໄຟ ຈີນ-ລາວ-ໄທ ເພື່ອໃຫ້ພາກພື້ນສາມາດໄດ້ຮັບຜົນປະໂຫຍດໄວຂຶ້ນຈາກການເຊື່ອມຕໍ່ດ້ານການຄົມມະນາຄົມທີ່ເຂັ້ມແຂງກວ່າເດີມ, ການເດີນທາງທີ່ສະດວກສະບາຍຂຶ້ນ ແລະ ການຄ້າທີ່ເພີ່ມຂຶ້ນ. ອີງຕາມການລາຍງານຂອງໜັງສືພິມ China Daily.

ໂຄງການທາງລົດໄຟທີ່ສະເໜີມານີ້ ຄາດວ່າຈະກາຍເປັນພາກສ່ວນສຳຄັນຂອງໂຄງຂ່າຍທາງລົດໄຟ ຄຸນໝິງ-ສິງກະໂປ ທີ່ກວ້າງຂວາງກວ່າເກົ່າ, ເຊິ່ງຈະເຊື່ອມຕໍ່ ຈີນ, ລາວ, ໄທ, ມາເລເຊຍ ແລະ ສິງກະໂປ ຜ່ານແລວທາງການຄົມມະນາຄົມທີ່ສະໜິດແໜ້ນ ໄຮ້ຮອຍຕໍ່ ທີ່ທອດຍາວໄປທົ່ວອາຊີຕາເວັນອອກສ່ຽງໃຕ້.

ເຖິງແມ່ນວ່າມີຄວາມຄືບໜ້າແລ້ວກໍຕາມ, ໂຄງການດັ່ງກ່າວຍັງຄົງປະເຊີນກັບສິ່ງທ້າທາຍຕ່າງໆ. ປັດຈຸບັນ ປະເທດໄທກຳລັງກໍ່ສ້າງທາງລົດໄຟຄວາມໄວສູງໄລຍະທາງ 253 ກິໂລແມັດ ຈາກບາງກອກຫາແຂວງນະຄອນຣາຊະສີມາ, ເຊິ່ງຄາດວ່າຈະເລີ່ມເປີດໃຫ້ບໍລິການໃນປີ 2028.

ອີງຕາມໜັງສືພິມ Bangkok Post, ຄະນະລັດຖະມົນຕີໄທໄດ້ອະນຸມັດໂຄງການໄລຍະທີສອງ ຍາວ 357 ກິໂລແມັດ ໃນເດືອນກຸມພາ ປີ 2025, ໂດຍຂະຫຍາຍເສັ້ນທາງໄປຫາແຂວງໜອງຄາຍ ທີ່ຕິດກັບຊາຍແດນລາວ. ຄາດວ່າຈະສາມາດເປີດດຳເນີນການໄດ້ໃນປີ 2031.

ສິ່ງທ້າທາຍໜຶ່ງທີ່ຍັງຄົງຄ້າງແມ່ນຄວາມແຕກຕ່າງໃນລະບົບລາງລົດໄຟ. ປັດຈຸບັນ ໄທນຳໃຊ້ໂຄງຂ່າຍລາງລົດໄຟຂະໜາດ 1 ແມັດ, ໃນຂະນະທີ່ທາງລົດໄຟ ລາວ-ຈີນ ດຳເນີນການບົນລາງລົດໄຟມາດຕະຖານຂະໜາດ 1.435 ແມັດ, ເຊິ່ງໝາຍຄວາມວ່າ ລົດໄຟຍັງບໍ່ສາມາດເດີນທາງຂ້າມຊາຍແດນໄດ້ຢ່າງລຽບງ່າຍໂດຍບໍ່ມີການປັບປ່ຽນທາງດ້ານເຕັກນິກ.

ເພື່ອແກ້ໄຂຊ່ອງຫວ່າງດັ່ງກ່າວ, ພາກສ່ວນກ່ຽວຂ້ອງພວມພັດທະນາລາງລົດໄຟແບບລາງຄູ່ (dual-gauge) ແລະ ວາງແຜນສ້າງທາງລົດໄຟຄວາມໄວສູງ ເພື່ອເຊື່ອມຕໍ່ໂຄງຂ່າຍຕ່າງໆເຂົ້າກັນຢ່າງລຽບງ່າຍພາຍໃນປີ 2030.

ຫຼັງຈາກສຳເລັດແລ້ວ, ຂົວທາງລົດໄຟແຫ່ງທີສອງຢູ່ໜອງຄາຍ ຈະສະໜອງການເຊື່ອມຕໍ່ໂດຍກົງລະຫວ່າງ ສະຖານີລົດໄຟ ນາທາ ຂອງໄທ ກັບສະຖານີລົດໄຟ ນະຄອນຫຼວງວຽງຈັນ ແລະ ສະຖານີທ່ານາແລ້ງ ໃນລາວ.

ທາງລົດໄຟດັ່ງກ່າວເປັນເສົາຄ້ຳສຳຄັນຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” (Belt and Road Initiative) ຂອງຈີນ ແລະ ໂຄງຂ່າຍທາງລົດໄຟອາຊີ (Pan-Asian Railway Network). ນອກຈາກນີ້ ຍັງສະໜັບສະໜູນແຜນແມ່ບົດວ່າດ້ວຍການເຊື່ອມໂຍງເຊື່ອມຈອດອາຊຽນ ປີ 2025, ເຊິ່ງມີຈຸດປະສົງເພື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງ, ປັບປຸງການເຊື່ອມຕໍ່ທາງດ້ານການຄ້າ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງທາງດ້ານເສດຖະກິດໃນທົ່ວພາກພື້ນ.

ສຳລັບປະເທດລາວແລ້ວ, ໂຄງການນີ້ມີຄວາມໝາຍຫຼາຍກວ່າການເປັນພຽງທາງລົດໄຟ. ມັນຄືເສັ້ນທາງໄປສູ່ການເຊື່ອມໂຍງພາກພື້ນທີ່ຍິ່ງໃຫຍ່ຂຶ້ນ, ໂດຍຍົກລະດັບປະເທດໃຫ້ກາຍເປັນສູນກາງການເຊື່ອມໂຍງທາງບົກ ທີ່ເຊື່ອມຕໍ່ບັນດາປະເທດທີ່ມີເສດຖະກິດທີ່ຂະຫຍາຍຕົວໄວທີ່ສຸດໃນອາຊີ.

ຄວາມສຳເລັດທີ່ນັບມື້ນັບເພີ່ມຂຶ້ນຂອງທາງລົດໄຟ ລາວ-ຈີນ ໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ໂຄງການທີ່ກວ້າງຂວາງຂຶ້ນນີ້. ອີງຕາມໜັງສືພິມ China Daily, ສິນຄ້າທີ່ຂົນສົ່ງຜ່ານທາງລົດໄຟດັ່ງກ່າວມີຫຼາຍກວ່າ 80 ລ້ານໂຕນ ໃນທ້າຍເດືອນມີນາ 2026, ລວມທັງສິນຄ້າຂ້າມຊາຍແດນຫຼາຍກວ່າ 18 ລ້ານໂຕນ.

ປັດຈຸບັນ, ທາງລົດໄຟໄດ້ຂົນສົ່ງສິນຄ້າຫຼາກຫຼາຍປະເພດ ລວມທັງຜະລິດຕະພັນກະສິກຳ, ອຸປະກອນເອເລັກໂຕຣນິກ, ກົນຈັກ, ອຸປະກອນພະລັງງານແສງຕາເວັນ ແລະ ຜະລິດຕະພັນໃນລະບົບຕ່ອງໂສ້ຄວາມເຢັນ, ເຊິ່ງຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ການສະໜອງໃນພາກພື້ນ ແລະ ສ້າງໂອກາດທາງກາລະຕະຫຼາດໃໝ່ໆໃຫ້ແກ່ພາກທຸລະກິດ.

ໃນລະຫວ່າງການພົບປະໂອ້ລົມ, ທ່ານ ສີ ຈິ້ນຜິງ ກ່າວວ່າ ຈີນຈະເຮັດວຽກຢ່າງໃກ້ຊິດກັບລາວເພື່ອພັດທະນາແລວທາງເສດຖະກິດຕາມເສັ້ນທາງລົດໄຟ. ທ່ານກ່າວວ່າ ທັງສອງປະເທດຄວນຂະຫຍາຍການຮ່ວມມືດ້ານກະສິກຳ ແລະ ໄຟຟ້າ ໃນຂະນະດຽວກັນກໍສຳຫຼວດຂະແໜງການໃໝ່ໆ ເຊັ່ນ: ປັນຍາປະດິດ (AI) ແລະ ເສດຖະກິດດິຈິຕອລ.

ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະໃຫ້ການສະໜັບສະໜູນບັນດາໂຄງການຂະໜາດນ້ອຍທີ່ແນໃສ່ປັບປຸງຊີວິດການເປັນຢູ່ປະຈຳວັນຂອງປະຊາຊົນລາວ ແລະ ປະກາດແຜນການສຳລັບໂຄງການພັດທະນາບຸກຄະລາກອນຊຸດໃໝ່ ທີ່ແນໃສ່ສ້າງທັກສະສຳລັບການເຕີບໂຕໃນອະນາຄົດ.

ຜູ້ນຳທັງສອງຍັງໄດ້ຮ່ວມເປັນສັກຂີພິຍານໃນການລົງນາມໃນສັນຍາຕ່າງໆ ທີ່ກວມເອົາດ້ານການເງິນ, ພາສີອາກອນ, ການຄ້າ, ການແລກປ່ຽນຊາວໜຸ່ມ ແລະ ການຮ່ວມມືດ້ານສື່ມວນຊົນ. ການມາຢ້ຽມຢາມຄັ້ງນີ້ຈັດຂຶ້ນໃນຂະນະທີ່ ລາວ ແລະ ຈີນ ພວມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 65 ປີ.

ທ່ານ ທອງລຸນ ກ່າວວ່າ ປະເທດລາວໃຫ້ຄຳໝັ້ນສັນຍາທີ່ຈະເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະດັບສູງ ແລະ ຂະຫຍາຍການຮ່ວມມືກັບຈີນໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ. ທ່ານຍັງກ່າວຕື່ມວ່າ ລາວຈະສືບຕໍ່ຮ່ວມມືກັບຈີນ ເພື່ອປາບປາມການພະນັນອອນລາຍ ແລະ ການສໍ້ໂກງຜ່ານທາງໂທລະຄົມມະນາຄົມ.

ໂດຍບອກວ່າລາວເປັນປະເທດເພື່ອນບ້ານທີ່ສຳຄັນ, ທ່ານ ສີຈິ້ນຜິງ ໄດ້ຢືນຢັນຄືນການສະໜັບສະໜູນຂອງຈີນ ຕໍ່ລາວໃນການເດີນຕາມເສັ້ນທາງການພັດທະນາຂອງຕົນເອງ ແລະ ກ່າວວ່າທັງສອງປະເທດຈະສືບຕໍ່ແບ່ງປັນປະສົບການໃນການປົກຄອງ ແລະ ຮັກສາການຕິດຕໍ່ສື່ສານຢ່າງໃກ້ຊິດໃນບັນດາປະເດັນພາກພື້ນ ແລະ ສາກົນ. ທ່ານຍັງໄດ້ສະແດງຄວາມສະໜັບສະໜູນໃຫ້ລາວມີບົດບາດຫຼາຍຂຶ້ນໃນວຽກງານພາກພື້ນ ໃນຂະນະທີ່ສອງປະເທດເພື່ອນບ້ານສືບຕໍ່ລົງເລິກການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຂະນະທີ່ລາງເຫຼັກແຫ່ງການເຊື່ອມໂຍງພາກພື້ນສືບຕໍ່ທອດຍາວຂ້າມຊາຍແດນ, ຜູ້ນຳທັງສອງປະເທດໄດ້ສະແດງຄວາມມຸ່ງໝັ້ນທີ່ຈະຊຸກຍູ້ໂຄງການນີ້ໃຫ້ກ້າວໄປໜ້າຢ່າງຕໍ່ເນື່ອງ, ໂດຍເບິ່ງວ່າທາງລົດໄຟບໍ່ພຽງແຕ່ເປັນເສັ້ນທາງຄົມມະນາຄົມເທົ່ານັ້ນ ແຕ່ຍັງເປັນຂົວຕໍ່ທີ່ເຊື່ອມໂຍງເສດຖະກິດ, ຊຸມຊົນ ແລະ ໂອກາດໃນອະນາຄົດໃນທົ່ວອາຊີຕາເວັນອອກສ່ຽງໃຕ້.

#ລົດໄຟຈີນລາວໄທ #ລົດໄຟລາວຈີນ #ສາຍພົວພັນລາວຈີນ #ການຮ່ວມມືລາວຈີນ #ທອງລຸນສີສຸລິດ #ສີຈິ້ນຜິງ #ໜຶ່ງແລວໜຶ່ງເສັ້ນທາງ #ຂ່າວລາວ

Comments are disabled