ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະກາດເປົ້າໝາຍຫຼຸດການປ່ອຍທາດອາຍເຮືອນແກ້ວໃຫ້ເປັນສູນພາຍໃນປີ 2050 ເພື່ອຮັບມືກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດຢ່າງເປັນຮູບປະທຳ.
ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ 2026, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະບຸວ່າ ປັດຈຸບັນໂລກໄດ້ກ້າວເຂົ້າສູ່ພາວະໂລກຮ້ອນແບບຟົດເດືອດ. ເຖິງວ່າ ສປປ ລາວ ຈະບໍ່ແມ່ນປະເທດທີ່ປ່ອຍອາຍພິດເຮືອນແກ້ວລາຍໃຫຍ່ ແຕ່ກໍໄດ້ຮັບຜົນກະທົບຢ່າງຮຸນແຮງ.
ໃນໄລຍະ 5 ປີຜ່ານມາ ສປປ ລາວ ໄດ້ຮັບຜົນກະທົບຈາກໄພທຳມະຊາດເຖິງ 236 ຄັ້ງ ເຊິ່ງລວມມີໄພນໍ້າຖ້ວມ, ໄຟໄໝ້ ແລະ ລົມພາຍຸ ທີ່ສ້າງຄວາມເສຍຫາຍມູນຄ່າຫຼາຍພັນຕື້ກີບ.
ຕໍ່ກັບສະພາບການດັ່ງກ່າວ, ລັດຖະບານໄດ້ເຊື່ອມສານວຽກງານການປ່ຽນແປງດິນຟ້າອາກາດເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).
ທ່ານນາຍົກລັດຖະມົນຕີ ກ່າວເນັ້ນວ່າ: “ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າຂໍຢັ້ງຢືນຄຳໝັ້ນສັນຍາ ແລະ ຄວາມມຸ່ງໝັ້ນໃນການແກ້ໄຂ ແລະ ຮັບມືກັບການປ່ຽນດິນຟ້າອາກາດຮ່ວມກັບປະຊາຄົມໂລກ ໂດຍຫັນເອົາບັນດານະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງເຂົ້າສູ່ການປະຕິບັດຕົວຈິງຢ່າງເປັນຮູບປະທຳ.”
ທ່ານນາຍົກລັດຖະມົນຕີ ເປີດເຜີຍຕື່ມວ່າ ສປປ ລາວ ໄດ້ກຳນົດຄາດໝາຍສູ້ຊົນຫຼຸດຜ່ອນການປ່ອຍອາຍເຮືອນແກ້ວໃຫ້ໄດ້ 60 ເປີເຊັນ ພາຍໃນປີ 2030 ແລະ ໃຫ້ເປັນສູນໃນປີ 2050.
ພ້ອມນັ້ນ, ລັດຖະບານຍັງວາງມາດຕະການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70 ເປີເຊັນ ຂອງເນື້ອທີ່ທົ່ວປະເທດໃນປີ 2035 ພ້ອມທັງເພີ່ມກຳລັງຕິດຕັ້ງພະລັງງານທົດແທນ ແລະ ການນຳໃຊ້ລົດໄຟຟ້າໃຫ້ບັນລຸ 30 ເປີເຊັນ ໃນປີ 2030 ອີກດ້ວຍ.
ເພື່ອບັນລຸເປົ້າໝາຍເຫຼົ່ານີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຜູ້ປະກອບການທຸລະກິດ, ອົງການຈັດຕັ້ງສັງຄົມ ແລະ ປະຊາຊົນ ເປັນເຈົ້າການຮ່ວມກັນ.
ທ່ານລະບຸວ່າ: “ຕ້ອງຫັນຈາກການຜະລິດກະສິກໍາແບບດັ້ງເດີມເປັນຕົ້ນການຖາງປ່າເຮັດໄຮ່, ການຈູດພື້ນທີ່ກະສິກຳ, ການຈູດປ່າລ່າສັດ ແລະ ອື່ນໆ ໄປສູ່ການຜະລິດກະສິກໍາແບບຍືນຍົງ ແລະ ຫຼຸດຜ່ອນການປ່ອຍມົນລະພິດ ເພື່ອຊ່ວຍກັນປົກປ້ອງໂລກຂອງພວກເຮົາໃຫ້ໜ້າຢູ່ ແລະ ຍືນຍົງ.”
ສຳລັບການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແມ່ນຈັດຂຶ້ນພາຍໃຕ້ຄຳຂວັນ “NowForClimate” ໂດຍມີ ສາທາລະນະລັດ ອາແຊກບາຍຊານ ເປັນເຈົ້າພາບ. ຂະນະທີ່ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ຂອງ ສປປ ລາວ ແມ່ນຈັດຂຶ້ນພາຍໃຕ້ຄຳຂວັນ “ເຖິງເວລາແລ້ວ ທີ່ພວກເຮົາຕ້ອງໃສ່ໃຈຕໍ່ສະພາບພູມອາກາດ ໃຫ້ສົດໃສ ແລະ ສົດຊື່ນ”.
#ວັນສິ່ງແວດລ້ອມໂລກ2026 #ວັນສິ່ງແວດລ້ອມແຫ່ງຊາດ #NowForClimate #NetZero2050 #ສປປລາວ #ຂ່າວສິ່ງແວດລ້ອມ


