ປົກເວັບ 34

ບົດລາຍງານ ProFIT ສະບັບຫຼ້າສຸດຈາກ LNCCI ແລະ ADB ເປີດເຜີຍທິດທາງການປະຕິຮູບທຸລະກິດຄັ້ງໃຫຍ່ຂອງລາວ ເພື່ອດຶງດູດການລົງທຶນ ແລະ ຕັດຮອນຂັ້ນຕອນທີ່ຫຍຸ້ງຍາກ. ພ້ອມດຽວກັນນີ້ ຍັງໄດ້ຍົກໃຫ້ເຫັນມາດຕະການເຄັ່ງຄັດໃນການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອແກ້ໄຂບັນຫາເງິນເຟີ້ ແລະ ຮັກສາສະຖຽນລະພາບຄ່າເງິນກີບ ເຊິ່ງເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ເສດຖະກິດມະຫາພາກ.

ອີງຕາມການເປີດເຜີຍຫຼ້າສຸດຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ໃນບົດລາຍງານການສຳຫຼວດດັດຊະນີການອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ (ProFIT) ປະຈຳປີ 2024 ເຊິ່ງໄດ້ລວບລວມຂໍ້ມູນຕົວຈິງຈາກວິສາຫະກິດເຖິງ 1,386 ແຫ່ງ ໃນ 17 ແຂວງທົ່ວປະເທດ ໄດ້ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຢ່າງຈິງຈັງຂອງລັດຖະບານໃນການຫັນປ່ຽນສະພາບແວດລ້ອມທາງທຸລະກິດ. 

ບົດລາຍງານລະບຸວ່າ ນັບແຕ່ປີ 2018 ເປັນຕົ້ນມາ ພາກລັດໄດ້ມີການກຳນົດຂອບເວລາອະນຸມັດເອກະສານຢ່າງຊັດເຈນ ເຮັດໃຫ້ປັດຈຸບັນການສ້າງຕັ້ງທຸລະກິດທົ່ວໄປໃຊ້ເວລາລວມພຽງແຕ່ 17 ວັນ. 

ໃນນີ້ລວມມີການອອກໃບທະບຽນວິສາຫະກິດພາຍໃນ 10 ວັນ, ການຄວັດຕາປະທັບ 5 ວັນ ແລະ ຂຶ້ນທະບຽນປະກັນສັງຄົມພາຍໃນ 2 ວັນ. 

ຂະນະດຽວກັນ ກະຊວງແຜນການ ແລະ ການລົງທຶນ ກໍໄດ້ປົດລັອກອຸປະສັກການລົງທຶນ ໂດຍຫຼຸດບັນຊີກິດຈະການຄວບຄຸມຈາກ 44 ລາຍການ ລົງເຫຼືອພຽງ 19 ລາຍການ, ບວກກັບກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ຍົກເລີກການຂໍອະນຸຍາດສຳລັບທຸລະກິດຄວາມສ່ຽງຕໍ່າເຖິງ 14 ປະເພດ ເຊິ່ງຊ່ວຍໃຫ້ການເລີ່ມຕົ້ນທຸລະກິດມີຄວາມຄ່ອງຕົວຂຶ້ນຢ່າງຫຼວງຫຼາຍ.

ບົດລາຍງານສະບັບນີ້ຍັງໄດ້ຊີ້ໃຫ້ເຫັນເຖິງຄວາມຄືບໜ້າດ້ານການຄ້າລະຫວ່າງປະເທດ ທີ່ລັດຖະບານໄດ້ນຳໃຊ້ລະບົບແຈ້ງພາສີປະຕູດຽວ (NSWA+) ເຂົ້າໃນ 28 ດ່ານສາກົນທົ່ວປະເທດໃນເດືອນມີນາ 2024 ເຊິ່ງຊ່ວຍຍົກລະດັບຄວາມໄວໃນການນຳເຂົ້າ-ສົ່ງອອກໄດ້ມາດຕະຖານສາກົນ. 

ແນວໃດກໍຕາມ ການປະຕິຮູບເຫຼົ່ານີ້ບໍ່ໄດ້ມີພຽງແຕ່ການອຳນວຍຄວາມສະດວກ ແຕ່ຍັງຕ້ອງດຸ່ນດ່ຽງກັບການຄຸ້ມຄອງເສດຖະກິດມະຫາພາກ. 

ການສຳຫຼວດໄດ້ຍົກໃຫ້ເຫັນຜົນກະທົບຈາກຄຳສັ່ງເລກທີ 10/ນຍ ເມື່ອເດືອນກໍລະກົດ 2023 ທີ່ບັງຄັບໃຫ້ທຸລະກິດນຳເຂົ້າ-ສົ່ງອອກ ຕ້ອງລາຍງານການຝາກເງິນຕາຕ່າງປະເທດ ຕໍ່ທະນາຄານແຫ່ງ ສປປ ລາວ ເຊິ່ງເປັນມາດຕະການສຳຄັນທີ່ລັດຖະບານນຳໃຊ້ເພື່ອກອບກູ້ຄັງສຳຮອງເງິນຕາ, ຫຼຸດຜ່ອນອັດຕາເງິນເຟີ້ ແລະ ຮັກສາຄ່າເງິນກີບບໍ່ໃຫ້ອ່ອນຄ່າລົງໄປກວ່ານີ້.

ເຖິງແມ່ນວ່າຕົວເລກສະຖິຕິການປະຕິຮູບຈະເບິ່ງຄືວ່າເປັນໄປໃນທິດທາງບວກ, ແຕ່ສຽງສະທ້ອນຈາກພາກທຸລະກິດຜ່ານການສຳຫຼວດ ProFIT ກໍຍັງໄດ້ເນັ້ນຢໍ້າເຖິງບັນຫາຄົງຄ້າງທີ່ລັດຖະບານຕ້ອງເລັ່ງແກ້ໄຂເພື່ອສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນຕ່າງຊາດ. 

ບັນຫາເຫຼົ່ານັ້ນກວມເອົາຄວາມບໍ່ຊັດເຈນໃນລະບຽບການເຂົ້າ-ອອກຂອງລົດບັນທຸກສິນຄ້າຕ່າງປະເທດ, ຂໍ້ຈຳກັດທີ່ກີດກັນບໍ່ໃຫ້ຊາວຕ່າງຊາດນັ່ງຕຳແໜ່ງບໍລິຫານໃນສະມາຄົມທຸລະກິດຂອງຕົນ, ຕະຫຼອດຮອດອຸປະສັກທາງດ້ານກົດໝາຍ ເຊັ່ນ: ການຂາດລະບົບຮັບຮອງເອກະສານສັນຍາເງິນກູ້ແບບອອນລາຍ ແລະ ຄວາມຊັກຊ້າໃນການບັງຄັບໃຊ້ຄຳຕັດສິນຂອງສານ. 

#LaoXperts #LNCCI #ADB #ProFIT2024 #ເສດຖະກິດລາວ #ການລົງທຶນໃນລາວ #ທຸລະກິດລາວ #ແກ້ໄຂເງິນເຟີ້ #ເງິນກີບ

Comments are disabled