ປົກເວັບ 17

ລັດຖະບານລາວເປີດໂຕລະບົບ “Agro-Link” ຢ່າງເປັນທາງການ ເພື່ອຫັນການຕິດຕາມການນຳເຂົ້າ-ສົ່ງອອກສິນຄ້າກະສິກຳເຂົ້າສູ່ລະບົບດິຈິຕອນ ໂດຍເນັ້ນໃສ່ແກ້ໄຂບັນຫາເສດຖະກິດ, ຫຼຸດຂັ້ນຕອນໃຫ້ຜູ້ປະກອບການ ແລະ ຍູ້ແຮງມູນຄ່າການສົ່ງອອກໃຫ້ບັນລຸ 1,9 ຕື້ໂດລາສະຫະລັດຕໍ່ປີ.

ຕາມການລາຍງານຂອງ ຂປລ, ພິທີເປີດນຳໃຊ້ລະບົບດັ່ງກ່າວໄດ້ຈັດຂຶ້ນຢ່າງສົມກຽດ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂັ້ນສູງຈາກຂະແໜງການທີ່ກ່ຽວຂ້ອງ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ລະດັບຊາດໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ. 

ລະບົບ Agro-Link ທີ່ພັດທະນາຂຶ້ນພາຍໃຕ້ການຮ່ວມມືລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ບໍລິສັດ AIDC ຈະເຂົ້າມາເປັນເຄື່ອງມືຫຼັກໃນການບັນທຶກ, ກວດກາ ແລະ ຕິດຕາມຂໍ້ມູນແບບທັນເວລາ ເຮັດໃຫ້ການບໍລິຫານຈັດການມີຄວາມໂປ່ງໃສ ແລະ ມີເອກະພາບສູງ.

ການຫັນປ່ຽນສູ່ລະບົບທັນສະໄໝໃນຄັ້ງນີ້ ຈະສ້າງຜົນກະທົບດ້ານບວກຢ່າງມະຫາສານຕໍ່ລະບົບເສດຖະກິດ ໂດຍສະເພາະການຊ່ວຍຜູ້ປະກອບການຫຼຸດຜ່ອນຕົ້ນທຶນ ແລະ ປະຢັດເວລາໃນຂະບວນການຂົນສົ່ງ.

ທັງໝົດນີ້ ເປັນບາດກ້າວອັນສຳຄັນໃນການຊຸກຍູ້ການຜະລິດພາຍໃນເພື່ອທົດແທນການນຳເຂົ້າ ແລະ ຂັບເຄື່ອນໃຫ້ຂະແໜງກະສິກຳເຕີບໂຕສະເລ່ຍ 4,1% ຕໍ່ປີ ເພື່ອໃຫ້ກວມເອົາ 20,7% ຂອງ GDP ຕາມຄາດໝາຍທີ່ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຢ່າງມີປະສິດທິພາບ.

#AgroLink #ກະສິກຳລາວ #ສົ່ງອອກສິນຄ້າກະສິກຳ #ເສດຖະກິດລາວ #DigitalTransformationLaos #AIDC

Comments are disabled