ທົ່ວໂລກກຳລັງຈັບຕາ COVID-19 ສາຍພັນໃໝ່ທີ່ມີຊື່ວ່າ NB.1.8.1 ຫຼັງອົງການອະນາໄມໂລກ (WHO) ຈັດເປັນ “Variant Under Monitoring” ຫຼື ສາຍພັນທີ່ຕ້ອງເຝົ້າລະວັງ ເນື່ອງຈາກເລີ່ມແຜ່ກະຈາຍຢ່າງວ່ອງໄວໃນຫຼາຍປະເທດ ໂດຍສະເພາະໃນພາກພື້ນອາຊີ.
ຂໍ້ມູນຫຼ້າສຸດລະບຸວ່າ NB.1.8.1 ເປັນສາຍພັນຍ່ອຍຂອງ Omicron ທີ່ຖືກກວດພົບຄັ້ງທຳອິດໃນປີ 2025 ກ່ອນແຜ່ໄປຫຼາຍກວ່າ 20 ປະເທດ ລວມມີປະເທດຈີນ, ສິງກະໂປ, ໄທ, ສະຫະລັດອາເມຣິກາ ແລະ ສະຫະລາຊາອະນາຈັກ.
ນັກວິທະຍາສາດພົບວ່າ ສາຍພັນນີ້ມີຄວາມສາມາດໃນການແຜ່ເຊື້ອສູງຂຶ້ນ ເມື່ອທຽບກັບສາຍພັນກ່ອນໜ້າ ໂດຍສະເພາະການກາຍພັນບໍລິເວນ spike protein ຫຼື ໂປຣຕີນໜາມ ທີ່ຊ່ວຍໃຫ້ໄວຣັສກັບເຊວມະນຸດໄດ້ງ່າຍຂຶ້ນ.
ແນວໃດກໍຕາມ, ຂໍ້ມູນປັດຈຸບັນຍັງບໍ່ພົບຂໍ້ມູນຫຼັກຖານວ່າ NB.1.8.1 ເຮັດໃຫ້ເກີດອາການຮຸນແຮງກວ່າ COVID ສາຍພັນກ່ອນໆ ໂດຍອາການສ່ວນໃຫຍ່ຈະຍັງຄ້າຍຄືເກົ່າ ເຊັ່ນ ເຈັບຄໍ, ໄຂ້ສູງ, ອ່ອນເພຍ, ໄອ, ປວດກ້າມເນື້ອ ແລະ ຄັນດັງ.
ຫຼາຍປະເທດໃນພາກພື້ນອາຊີເລີ່ມພົບຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຊັດເຈນ ໂດຍປະເທດສິງກະໂປໄດ້ລາຍງານວ່າ ຈຳນວນຜູ້ຕິດເຊື້ອ COVID ເພີ່ມຈາກປະມານ 8,000 ຄົນ ເປັນ 12,700 ຄົນພາຍໃນເວລາພຽງອາທິດດຽວ ແລະ NB.1.8.1 ກາຍເປັນສາຍພັນຫຼັກທີ່ລະບາດໃນຫຼາຍປະເທດແລ້ວ.
ຂະນະທີ່ປະເທດຫວຽດນາມເປີດເຜີຍວ່າ ຕົວຢ່າງຄົນເຈັບຈຳນວນຫຼາຍໃນນະຄອນ Ho Chi Minh ກໍເປັນສາຍພັນ NB.1.8.1 ເຊັ່ນກັນ ແມ້ທາງການຢືນຢັນວ່າ ຍັງບໍ່ພົບສັນຍານຂອງການລະບາດໃຫຍ່ ຫຼື ອາການຮຸນແຮງເພີ່ມຂຶ້ນ.
ຄຳຖາມສຳຄັນສຳລັບປະຊາຊົນໃນ ສປປ ລາວ ແມ່ນ “NB.1.8.1 ຈະກະທົບຕໍ່ປະເທດເຮົາຫຼືບໍ່?”
ເຖິງແມ້ວ່າຕອນນີ້ຍັງບໍ່ມີລາຍງານຢ່າງເປັນທາງການວ່າ ສປປ ລາວ ພົບການລະບາດໃຫຍ່ຂອງ NB.1.8.1, ແຕ່ຜູ້ຊ່ຽວຊານເຫັນວ່າ ສປປ ລາວກໍມີຄວາມສ່ຽງໄດ້ຮັບຜົນກະທົບ ເນື່ອງຈາກປະເທດເພື່ອນບ້ານຢ່າງປະເທດໄທ, ຫວຽດນາມ ແລະ ຈີນ ຕ່າງກໍເລີ່ມພົບສາຍພັນນີ້ເພີ່ມຂຶ້ນແລ້ວ ປະກອບກັບການເດີນທາງຂ້າມພົບແດນ ແລະ ການທ່ອງທ່ຽວໃນພາກພື້ນທີ່ກັບມາຄຶກຄັກອີກຄັ້ງ.
ແນວໃດກໍຕາມ, ຫຼາຍຝ່າຍເຊື່ອວ່າ ຫາກມີການລະບາດໃນ ສປປ ລາວແທ້ ສະຖານະການອາດບໍ່ຮຸນແຮງເທົ່າຊ່ວງ COVID ຮອບທຳອິດ ເນື່ອງຈາກປະຊາຊົນຈຳນວນຫຼາຍເຄີຍໄດ້ຮັບວັກຊີນ ຫຼື ເຄີຍຕິດເຊື້ອມາກ່ອນ ເຮັດໃຫ້ຮ່າງກາຍຍັງມີພູມຄຸ້ມກັນລະດັບໜຶ່ງຢູ່.
ເຖິງແມ້ວ່າ WHO ຍັງບໍ່ປະກາດພາວະສຸກເສີນໃໝ່ ແຕ່ຫຼາຍປະເທດເລີ່ມກັບມາແນະນຳໃຫ້ປະຊາຊົນກຸ່ມສ່ຽງ ໂດຍສະເພາະຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດປະຈຳໂຕ ເຂົ້າຮັບວັກຊີນ Booster ເພີ່ມເຕີມ ເພາະວັກຊີນປັດຈຸບັນຊ່ວຍຫຼຸດອາການໜັກ ແລະ ການເສຍຊີວິດໄດ້ດີ ແມ້ໄວຣັສຈະກາຍພັນຕໍ່ເນື່ອງ.
ຜູ້ຊ່ຽວຊານດ້ານສາທາລະນະສຸກຍັງເຕືອນວ່າ ສິ່ງທີ່ເປັນຕາຢ້ານທີ່ສຸດຂອງ NB.1.8.1 ອາດບໍ່ແມ່ນເລື່ອງ”ຄວາມຮຸນແຮງ” ແຕ່ເປັນ “ຄວາມໄວຂອງການແຜ່ເຊື້ອ” ເພາະຫາກຜູ້ຕິດເຊື້ອເພີ່ມຂຶ້ນພ້ອມກັນຈຳນວນຫຼາຍ ກໍອາດສົ່ງຜົນຕໍ່ລະບົບສາທາລະນະສຸກ, ໂຮງໝໍ ແລະ ເສດຖະກິດໄດ້ອີກຄັ້ງ ໂດຍສະເພາະປະເທດທີ່ມີຊັບພະຍາກອນແພດຈຳກັດ.
ສຳລັບປະຊາຊົນທົ່ວໄປ ວິທີປ້ອງກັນຍັງຄົງຄືເກົ່າ ໄດ້ແກ່ ການລ້າງມື, ໃສ່ໜ້າກາກໃນພື້ນທີ່ແອອັດ ຫຼີກລ້ຽງການໃກ້ຊິດເມື່ອຮູ້ສຶກບໍ່ສະບາຍ ແລະ ຕິດຕາມຂ່າວສານຈາກໜ່ວຍງານສາທາລະນະສຸກຢ່າງໃກ້ຊິດ ເພາະແມ້ວ່າ COVID ຈະບໍ່ໄດ້ຖືກແນມວ່າເປັນ “ພາວະສຸກເສີນລະດັບໂລກ” ແລ້ວ ແຕ່ໄວຣັສຍັງຄົງກາຍພັນ ແລະ ກັບມາລະບາດໄດ້ເປັນໄລຍະໆ ຄ້າຍຄືໄຂ້ຫວັດໃຫຍ່ຕາມລະດູການ.
ແຫຼ່ງຂໍ້ມູນ: ABC News, WHO, The Star, vietnamnews, Ktlv, Kentuckytlantern, Contemporarypediatrics


