Platform ວີດີໂອຊື່ດັງ YouTube ກຳລັງເລີ່ມເປີດໃຫ້ຜູ້ໃຊ້ຟຣີສາມາດໃຊ້ຟີເຈີ້ Picture-in-Picture (PiP) ຫຼື ການເບິ່ງວີດີໂອແບບລອຍຢູ່ໜ້າຈໍ ໂດຍບໍ່ຈຳເປັນຕ້ອງສະໝັກ Premium ອີກຕໍ່ໄປ.
ລາຍງານຫຼ້າສຸດ ລະບຸວ່າ YouTube ກຳລັງທະຍອຍປ່ອຍຟີເຈີ້ນີ້ ໃຫ້ຜູ້ໃຊ້ທົ່ວໂລກທັງ Android ແລະ iOS ແລະ ຈະຄ່ອຍໆເປີດຄົບທຸກປະເທດໃນອີກບໍ່ດົນ.
📌 ລາຍລະອຽດສຳຄັນ:
– ຜູ້ໃຊ້ຟຣີຈະໃຊ້ PiP ໄດ້ກັບແຕ່ວີດີໂອທົ່ວໄປ (non-music content)
– ຟີເຈີ້ນີ້ເຮັດໃຫ້ສາມາດເບິ່ງວີດີໂອໄປພ້ອມກັບໃຊ້ແອັບອື່ນໄດ້
– ວີດີໂອເພງ (music videos) ຍັງຕ້ອງໃຊ້ Premium ຢູ່
🔄 ກ່ອນໜ້ານີ້ເປັນແນວໃດ?
– ໃນຫຼາຍປະເທດ (ລວມເຖິງພາກພື້ນອາຊີ) → ຕ້ອງໄດ້ສະໝັກ Premium ຈຶ່ງຈະສາມາດໃຊ້ PiP ໄດ້.
– ມີແຕ່ບາງປະເທດ ເຊັ່ນ ສະຫະລັດ ທີ່ໃຊ້ຟຣີໄດ້ບາງສ່ວນ.
⚠️ ແຕ່ກໍຍັງມີຂໍ້ຈຳກັດ
ເຖິງແມ້ວ່າຈະໃຊ້ຟຣີໄດ້ແລ້ວ ແຕ່ຍັງມີ”ເສັ້ນແບ່ງ”ລະຫວ່າງຟຣີກັບ Premium:
– ເບິ່ງເພງແບບ PiP ບໍ່ໄດ້ (ຕ້ອງໄດ້ສະໝັກ Premium)
– ບໍ່ສາມາດເຮັດ Background play (ປິດຈໍແລ້ວສຽງຍັງຄົງຫຼິ້ນຢູ່) → ຕ້ອງໄດ້ສະໝັກ Premium
– ຍັງຄົງມີໂຄສະນາຢູ່
💬 ພາບລວມ
ການເປີດ PiP ຟຣີເທື່ອນີ້ຖືເປັນການປ່ຽນແປງສຳຄັນ ເພາະເປັນໜຶ່ງໃນຟີເຈີ້ຫຼັກທີ່ເຄີຍຖືກລັອກໄວ້ຫຼັງ paywall (ກຳແພງການຈ່າຍເງິນ) ມາດົນ ແລະ ອາດເປັນກົນລະຍຸດຂອງ YouTube ໃນການແຂ່ງຂັນກັບ TikTok/Netflix ແລະ ດຶງຜູ້ໃຊ້ຟຣີໃຫ້ໃຊ້ງານຫຼາຍຂຶ້ນ.
ແຫຼ່ງຂໍ້ມູນ: 9to5Google, Digilogy


