ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມລັດຖະບານປະຈຳເດືອນເມສາ 2026 ເພື່ອເລັ່ງວາງມາດຕະການແກ້ໄຂອັດຕາແລກປ່ຽນ, ຄວບຄຸມເງິນເຟີ້ ແລະ ຮັບມືກັບຜົນກະທົບຈາກເສດຖະກິດໂລກ ແນໃສ່ບັນເທົາຄ່າຄອງຊີບຂອງປະຊາຊົນ.
ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 27 ເມສາ 2026 ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ການນຳຂັ້ນແຂວງເຂົ້າຮ່ວມ. ທ່າມກາງສະພາບການພາກພື້ນ ແລະ ສາກົນທີ່ສືບຕໍ່ເຄັ່ງຮ້ອນ ໂດຍສະເພາະຂໍ້ຂັດແຍ່ງໃນເຂດຕາເວັນອອກກາງ, ລັດຖະບານໄດ້ຍົກເອົາບັນຫາລາຄາສິນຄ້າ ແລະ ຄ່າຂົນສົ່ງທີ່ເພີ່ມສູງຂຶ້ນມາເປັນວາລະຮີບດ່ວນ ເພື່ອຫາທາງອອກໃນການຫຼຸດຜ່ອນຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ.
ນອກຈາກການຄຸ້ມຄອງເສດຖະກິດມະຫາພາກ, ທີ່ປະຊຸມຍັງໄດ້ປຶກສາຫາລືການປະຕິບັດຄຳສັ່ງເລກທີ 40/ນຍ ເພື່ອຫັນວິກິດດ້ານພະລັງງານເປັນໂອກາດ ດ້ວຍການຊຸກຍູ້ການນຳໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ. ພ້ອມດຽວກັນນັ້ນ, ຍັງມີການວາງມາດຕະການແກ້ໄຂການລັກລອບຂຸດຄົ້ນແຮ່ທາດ ໂດຍຈະກວດກາຄືນບັນດາໂຄງການທີ່ໄດ້ອະນຸມັດຜ່ານມາ ເພື່ອຈັດລະບຽບການຄຸ້ມຄອງໃໝ່ໃຫ້ມີປະສິດທິຜົນກວ່າເກົ່າ.
ໃນດ້ານສິ່ງແວດລ້ອມ ແລະ ການເງິນ, ລັດຖະບານໄດ້ວາງທິດທາງຮັບມືກັບໄພແຫ້ງແລ້ງ, ໄຟໄໝ້ປ່າ ແລະ ບັນຫາໝອກຄວັນ (PM2.5). ສຳລັບການສ້າງຄວາມເຂັ້ມແຂງທາງດ້ານການເງິນໃນໄລຍະຍາວ, ກອງປະຊຸມໄດ້ພິຈາລະນາຮ່າງແຜນຍຸດທະສາດການພັດທະນາຕະຫຼາດທຶນ 10 ປີ (2026-2035) ຮ່ວມກັບຮ່າງດຳລັດວ່າດ້ວຍການຖອນສິດນຳໃຊ້ທີ່ດິນ ເພື່ອຮັບປະກັນການນຳໃຊ້ຊັບພະຍາກອນໃຫ້ເກີດປະໂຫຍດສູງສຸດ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງປະກອບຄຳເຫັນຢ່າງແທດເໝາະກັບສະພາບຄວາມເປັນຈິງ. ທ່ານ ນາຍົກລັດຖະມົນຕີ ກ່າວເນັ້ນວ່າ: “ຕ້ອງສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ການຈັດຕັ້ງປະຕິບັດມີຜົນສຳເລັດເປັນຮູບປະທຳ.”
ກອງປະຊຸມສະໄໝສາມັນຄັ້ງນີ້ດຳເນີນໄປເປັນເວລາ 2 ວັນ ເຊິ່ງເປັນໄລຍະທີ່ທົ່ວປະເທດກຳລັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເພື່ອຮັບປະກັນສະຖຽນລະພາບທາງດ້ານເສດຖະກິດຂອງ ສປປ ລາວ.
#ເສດຖະກິດລາວ #ກອງປະຊຸມລັດຖະບານ #ເງິນເຟີ້ #ລົດໄຟຟ້າ #ສະພາບການເງິນ #ແກ້ໄຂວິກິດ


