ປົກເວັບ 1

ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ກ້າວຂຶ້ນເປັນ 1 ໃນ 5 ເມືອງທີ່ເຕີບໂຕໄວທີ່ສຸດໃນໂລກຈາກການຈັດອັນດັບຂອງ Savills. ການເຕີບໂຕນີ້ຖືກຂັບເຄື່ອນໂດຍຄວາມໄດ້ປຽບທາງໂຄງສ້າງ ແລະ ເງິນທຶນ FDI ເຊິ່ງບໍ່ພຽງແຕ່ຊຸກຍູ້ຂະແໜງອະສັງຫາລິມະຊັບ ແຕ່ຍັງຍົກລະດັບບົດບາດຂອງຫວຽດນາມໃນຕ່ອງໂສ້ມູນຄ່າສາກົນຢ່າງຊັດເຈນ. ຕາມການລາຍງານຂອງ Vietnamnews

ອີງຕາມບົດລາຍງານດັດຊະນີ Growth Hubs ທີ່ປະເມີນ 245 ເມືອງທົ່ວໂລກ, ທະວີບອາຊີພວມກາຍເປັນກົນໄກຫຼັກໃນການຂັບເຄື່ອນການເຕີບໂຕຂອງຕົວເມືອງໃນທົດສະວັດໜ້າ. ສຳລັບຫວຽດນາມ, ນະຄອນໂຮ່ຈີມິນສາມາດຄອງອັນດັບ 2 ແລະ ຮ່າໂນ້ຍຢູ່ອັນດັບ 5 ຂອງໂລກ ຍ້ອນປັດໄຈສະໜັບສະໜູນທີ່ແຂງແກ່ນ ເຊັ່ນ: ສັດສ່ວນປະຊາກອນໜຸ່ມສາວ, ການຫັນເປັນຕົວເມືອງຢ່າງໄວວາ ແລະ ຜົນປະໂຫຍດຈາກຍຸດທະສາດ “China + 1” ທີ່ເລັ່ງໃຫ້ເກີດການຍົກຍ້າຍຖານການຜະລິດມາສູ່ຕະຫຼາດເກີດໃໝ່.

ທ່ານ Chris Marriott ຜູ້ບໍລິຫານຂອງ Savills ປະຈຳພາກພື້ນອາຊີຕາເວັນອອກສຽງໃຕ້ ລະບຸວ່າ ກໍາລັງແຮງງານທີ່ອຸດົມສົມບູນບວກກັບການບໍລິໂພກທີ່ເພີ່ມຂຶ້ນ ພວມຊຸກຍູ້ຄວາມຕ້ອງການໃນທຸກພາກສ່ວນຂອງອະສັງຫາລິມະຊັບ ນັບຕັ້ງແຕ່ເຂດອຸດສາຫະກຳ, ໂລຈິສຕິກ ໄປຈົນເຖິງທີ່ພັກອາໄສ ແລະ ໂຄງການພັດທະນາແບບປະສົມປະສານ.

ເຖິງຢ່າງໃດກໍຕາມ, ການເຕີບໂຕຢ່າງໄວວາພຽງຢ່າງດຽວອາດບໍ່ຮັບປະກັນຄວາມຍືນຍົງໃນໄລຍະຍາວ ຖ້າປາສະຈາກການສ້າງຄວາມເຂັ້ມແຂງ ຫຼື ຄວາມຢືດຢຸ່ນ (Resilience) ທີ່ສາມາດດຸ່ນດ່ຽງລະຫວ່າງການຂະຫຍາຍຕົວທາງເສດຖະກິດ ແລະ ຄຸນນະພາບຊີວິດ. ປັດຈຸບັນ, ຫວຽດນາມພວມນຳໃຊ້ການລົງທຶນດ້ານໂຄງລ່າງພື້ນຖານເປັນກົນໄກສຳຄັນເພື່ອປ່ຽນທ່າແຮງດັ່ງກ່າວໃຫ້ເປັນການພັດທະນາທີ່ຍືນຍົງ ໂດຍມີໂຄງການພັດທະນາກວ່າ 234 ໂຄງການ ມູນຄ່າລວມກວ່າ 129 ຕື້ໂດລາສະຫະລັດ ເຊັ່ນ: ສະໜາມບິນສາກົນລອງແທ່ງ, ລະບົບລົດໄຟໃຕ້ດິນ ແລະ ທາງດ່ວນເໜືອ-ໃຕ້.

ໂຄງການເຫຼົ່ານີ້ບໍ່ພຽງແຕ່ເຊື່ອມໂຍງພື້ນທີ່ໃຫ້ເຂົ້າຫາກັນ, ແຕ່ຍັງຊ່ວຍສ້າງແຫຼ່ງເຕີບໂຕໃໝ່ຢູ່ເຂດຊານເມືອງ ແລະ ຊຸກຍູ້ລະບົບນິເວດການຜະລິດໄປພ້ອມໆກັນ. ນອກຈາກນັ້ນ, ປັດໄຈ “ໂຄງລ່າງພື້ນຖານແບບອ່ອນ” ເຊັ່ນ: ສິ່ງແວດລ້ອມ, ການສຶກສາ ແລະ ສາທາລະນະສຸກ ກໍເລີ່ມມີບົດບາດສຳຄັນໃນການດຶງດູດນັກລົງທຶນ ແລະ ແຮງງານສີມືສູງເຊັ່ນດຽວກັນ.

ພາບລວມໃນໄລຍະຍາວຊີ້ໃຫ້ເຫັນວ່າ ດ້ວຍພື້ນຖານເສດຖະກິດທີ່ໝັ້ນຄົງ, ກະແສເງິນທຶນ FDI ທີ່ໄຫຼເຂົ້າຢ່າງຕໍ່ເນື່ອງ ແລະ ໂຄງລ່າງພື້ນຖານທີ່ກຳລັງຂະຫຍາຍຕົວ, ຫວຽດນາມຍັງຄົງມີທິດທາງອະນາຄົດທີ່ສົດໃສຫຼາຍ. ສິ່ງສຳຄັນທີ່ສຸດໃນຕອນນີ້ແມ່ນການແປງແຜນຍຸດທະສາດລັດຖະບານໃຫ້ກາຍເປັນການປະຕິບັດຕົວຈິງຢ່າງມີປະສິດທິພາບ ບໍ່ວ່າຈະເປັນເລື່ອງກອບເວລາຂອງໂຄງການ, ຂໍ້ກຳນົດທາງກົດໝາຍ ຫຼື ສະພາບແວດລ້ອມທາງການເງິນ ເຊິ່ງປັດໄຈເຫຼົ່ານີ້ຈະເປັນຕົວຕັດສິນວ່າ ສອງເມືອງໃຫຍ່ແຫ່ງນີ້ຈະສາມາດຍາດແຍ່ງກາລະໂອກາດທອງ ແລະ ຮັກສາຄວາມສາມາດໃນການແຂ່ງຂັນລະດັບໂລກໄດ້ຢ່າງຍືນຍົງແທ້ຫຼືບໍ່.

#VietnamEconomy #Hanoi #HoChiMinhCity #FDI #UrbanDevelopment #SavillsIndex #RealEstate #EconomicGrowth #Infrastructure

Comments are disabled