GDP ລາວ Q1 ເຕີບໂຕ 55 ລັດມຸ່ງສ້າງເສດຖະກິດເອກະລາດ ກຽມຮັບມືເງິນເຟີ້ ແລະ ລາຄານ້ຳມັນ 2

ອົງການ NASA ຍັງຄົງສະແດງຄວາມໝັ້ນໃຈວ່າ ພາລະກິດ Artemis IV ຈະສາມາດພາມະນຸດກັບໄປປະຕິບັດວຽກງານເທິງດວງຈັນໄດ້ຕາມແຜນໃນປີ 2028 ເຖິງແມ້ການສົ່ງມອບຊຸດອາວະກາດລຸ້ນໃໝ່ຈະເກີດຄວາມຊັກຊ້າ. ໂດຍໂຄງການດັ່ງກ່າວຖືເປັນໜຶ່ງໃນກ້າວສຳຄັນຂຊອງແຜນໄລຍະຍາວໃນການສ້າງໂຄງສ້າງພື້ນຖານເທິງດວງຈັນ ແລະ ກຽມຄວາມພ້ອມສຳລັບພາລະກິດເດີນທາງສູ່ດາວອັງຄານໃນອະນາຄົດ.

ລາຍງານລະບຸວ່າ ຊຸດອາວະກາດສຳລັບໃຊ້ງານເທິງພື້ນຜິວດວງຈັນຍັງຢູ່ລະຫວ່າງການພັດທະນາ ແລະ ອາດສົ່ງມອບຊ້າກວ່າກຳນົດ. ແນວໃດກໍຕາມ, NASA ຍ້ຳວ່າຍັງມີເວລາສຳລັບການທົດສອບ ແລະ ປັບແຜນການປະຕິບັດພາລະກິດ ໂດຍພາລະກິດ Artemis IV ຈະຖືກວາງບົດບາດໃຫ້ເປັນການຂະຫຍາຍການປະຕິບັດວຽກງານຂອງມະນຸດເທິງດວງຈັນ, ລວມເຖິງການຕິດຕັ້ງສ່ວນສຳຄັນຂອງສະຖານີອາວະກາດໂຄຈອນອ້ອມດວງຈັນ ຫຼື Lunar Gateway ເຊິ່ງຈະເຮັດໜ້າທີ່ເປັນຖານພັກພີງ ແລະ ສູນສະໜັບສະໜູນພາລະກິດໄລຍະຍາວ.

ເປົ້າໝາຍຂອງພາລະກິດບໍ່ໄດ້ຈຳກັດຢູ່ພຽງແຕ່ຍັງລວມເຖິງການທົດສອບເຕັກໂນໂລຊີໃໝ່ທີ່ຈຳເປັນຕໍ່ການຢູ່ອາໄສນອກໂລກ ເຊັ່ນ ລະບົບສະໜັບສະໜູນຊີວິດໄລຍະຍາວ, ການເຄື່ອນທີ່ເທິງພື້ນຜິວດວງຈັນ ແລະ ການໃຊ້ຊັບພະຍາກອນໃນພື້ນທີ່ຈິງ. ໂດຍນັກວິທະຍາສາດເຫັນວ່າ ດວງຈັນເປັນສະໜາມທົດສອບທີ່ສຳຄັນກ່ອນການເດີນທາງໄປດາວອັງຄານ ເນື່ອງຈາກມີສະພາບແວດລ້ອມຮຸນແຮງ ແລະ ຢູ່ຫ່າງຈາກໂລກພໍສົມຄວນ ແຕ່ຍັງສາມາດສະໜັບສະໜູນພາລະກິດໄດ້ງ່າຍກວ່າດາວເຄາະອື່ນ.

ນອກຈາກນີ້, ພາລະກິດ Artemis IV ຍັງຖືກຄາດຫວັງວ່າຈະຊ່ວຍຂະຫຍາຍຄວາມເຂົ້າໃຈກ່ຽວກັບຊັບພະຍາກອນເທິງດວງຈັນ ໂດຍສະເພາະນ້ຳແຂງບໍລິເວນຂົ້ວດວງຈັນ ເຊິ່ງອາດນຳມາໃຊ້ຜະລິດນ້ຳ, ອອກຊີເຈນ ແລະ ເຊື້ອໄຟຈະຫຼວດໃນອະນາຄົດ. ຫາກປະສົບຄວາມສຳເລັດ ຈະຊ່ວຍຫຼຸດຕົ້ນທຶນການເດີນທາງສູ່ອາວະກາດລຶກ ແລະ ເປີດທາງສູ່ເສດຖະກິດອາວະກາດຍຸກໃໝ່ທີ່ອາດມີທັງສະຖານີວິໄຈ, ການຜະລິດໃນສະພາວະໄຮ້ນ້ຳໜັກ ແລະ ພາລະກິດສຳຫຼວດໄລຍະໄກ.

ເຖິງແມ້ວ່າຄວາມຊັກຊ້າຂອງຊຸດອາວະກາດຈະຍັງເປັນປັດໄຈສ່ຽງ ແຕ່ NASA ລະບຸວ່າພາລະກິດ Artemis IV ມີຄວາມສຳຄັນຕໍ່ການວາງຮາກຖານການສຳຫຼວດອາວະກາດໃນໄລຍະຍາວ. ບໍ່ພຽງແຕ່ເພື່ອການແຂ່ງຂັນດ້ານເຕັກໂນໂລຊີເທົ່ານັ້ນ ແຕ່ຍັງເປັນກ້າວສຳຄັນທີ່ອາດເຮັດໃຫ້ມະນຸດຊາດສາມາດຕັ້ງຫຼັກນອກໂລກ ແລະ ໃຊ້ດວງຈັນເປັນຈຸດເລີ່ມຕົ້ນຂອງການເດີນທາງສູ່ດາວອັງຄານ ແລະ ອາວະກາດໃນອະນາຄົດໄດ້.

ແຫຼ່ງຂໍ້ມູນ: NASA, Space, Live Science, News feed, Aol

Comments are disabled