GDP ລາວ Q1 ເຕີບໂຕ 55 ລັດມຸ່ງສ້າງເສດຖະກິດເອກະລາດ ກຽມຮັບມືເງິນເຟີ້ ແລະ ລາຄານ້ຳມັນ 1 1

ລັດຖະບານສະຫະລັດປະກາດຍົກລະດັບການປາບປາມແກ໊ງຫຼອກລວງຂ້າມຊາດຢ່າງຈິງຈັງ ໂດຍມຸ່ງເປົ້າໄປທີ່ ສປປ ລາວ, ກຳປູເຈຍ ແລະ ມຽນມາ ທີ່ຖືກລະບຸວ່າເປັນຈຸດຮ້ອນຂອງການກໍ່ອາຊະຍາກຳ. ປະຕິບັດການຄັ້ງນີ້ແນໃສ່ທະລາຍເຄືອຂ່າຍຄ້າມະນຸດ ແລະ ການຫຼອກລວງທາງການເງິນ ທີ່ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ປະຊາຊົນທົ່ວໂລກ.

ທ່ານນາງ ຈີນີນ ພິໂຣ (Jeanine Pirro) ໄອຍະການສະຫະລັດ ປະຈຳເຂດເມືອງຫຼວງວໍຊິງຕັນ ດີຊີ ໄດ້ຖະແຫຼງຂ່າວຜ່ານລະບົບທາງໄກ ກ່ຽວກັບຜົນສຳເລັດຂອງໜ່ວຍສະເພາະກິດປາບປາມສູນກາງການຫຼອກລວງ (Scam Center Strike Force) ທີ່ສ້າງຕັ້ງຂຶ້ນໃນເດືອນພະຈິກ 2025 ພາຍໃຕ້ຄຳສັ່ງຝ່າຍບໍລິຫານຂອງປະທານາທິບໍດີ. 


ໃນນັ້ນ ໄດ້ມີການເປີດເຜີຍເຖິງການຈັບກຸມສອງຫົວໜ້າແກ໊ງຊາວຈີນ ທີ່ຢູ່ເບື້ອງຫຼັງສູນກາງການຫຼອກລວງຊຸນດາ (Shunda) ໃນມຽນມາ ເຊິ່ງປັດຈຸບັນຖືກຄວບຄຸມຕົວຢູ່ປະເທດໄທ ແລະ ທາງສະຫະລັດກຳລັງດຳເນີນການຂໍສົ່ງຜູ້ຮ້າຍຂ້າມແດນ.


ນອກຈາກນີ້, ໜ່ວຍສະເພາະກິດຍັງໄດ້ຮ່ວມມືກັບພາກເອກະຊົນ ເຊັ່ນ JPMorgan Chase ແລະ Microsoft ເພື່ອທະລາຍໂຄງລ່າງອອນລາຍ ໂດຍໄດ້ປິດເວັບໄຊຫຼອກລວງໄປແລ້ວຫຼາຍກວ່າ 500 ແຫ່ງ ແລະ ສັ່ງຢຶດຊ່ອງທາງໃນແອັບພລິເຄຊັນ Telegram ທີ່ໃຊ້ລໍ້ລວງຄົນງານໄປເປັນທາດແຮງງານຫຼາຍເຖິງ 6,000 ຄົນ.

ທ່ານນາງ ພິໂຣ ຍັງໄດ້ເນັ້ນຢ້ຳວ່າ ສປປ ລາວ ຍັງຄົງເປັນໜຶ່ງໃນສາມປະເທດເປົ້າໝາຍຫຼັກທີ່ກຸ່ມອາຊະຍາກອນຂ້າມຊາດນຳໃຊ້ເປັນຈຸດສູນລວມການເຄື່ອນໄຫວ. 

ບັນຫາດັ່ງກ່າວບໍ່ພຽງແຕ່ເປັນໄພຂົ່ມຂູ່ທາງດ້ານເສດຖະກິດທີ່ສ້າງຄວາມເສຍຫາຍມະຫາສານຜ່ານການຫຼອກລວງລົງທຶນ ຫຼື “ການເຊືອດໝູ” (Pig Butchering) ແຕ່ຍັງຕິດພັນກັບການຄ້າມະນຸດ ແລະ ການທໍລະມານຮ່າງກາຍຢ່າງໂຫດຮ້າຍ. ພ້ອມດຽວກັນນີ້, ກະຊວງການຕ່າງປະເທດສະຫະລັດຍັງໄດ້ປະກາດມອບເງິນລາງວັນສູງເຖິງ 10 ລ້ານໂດລາສະຫະລັດ ສຳລັບຜູ້ທີ່ໃຫ້ເບາະແສນຳໄປສູ່ການຢຶດຊັບສິນທີ່ກ່ຽວຂ້ອງກັບເຄືອຂ່າຍຄໍເຊັນເຕີຂະໜາດໃຫຍ່. 

ປັດຈຸບັນ, ສະຫະລັດພວມປະສານງານກັບເຈົ້າໜ້າທີ່ທ້ອງຖິ່ນໃນພາກພື້ນຢ່າງໃກ້ຊິດ ເພື່ອສະກັດກັ້ນ ແລະ ທະລາຍເຄືອຂ່າຍເຫຼົ່ານີ້ໃຫ້ສິ້ນຊາກ ກ່ອນທີ່ຈະສ້າງຄວາມເສຍຫາຍໄປຫຼາຍກວ່ານີ້.

.

#LaoX #LaoXperts #ScamCenter #CyberCrime #Laos #USStrikeForce #HumanTrafficking #PigButchering

Comments are disabled