GDP ລາວ Q1 ເຕີບໂຕ 55 ລັດມຸ່ງສ້າງເສດຖະກິດເອກະລາດ ກຽມຮັບມືເງິນເຟີ້ ແລະ ລາຄານ້ຳມັນ 1

ເສດຖະກິດລາວສະແດງສັນຍານຟື້ນຕົວຢ່າງແຂງແກ່ນ ດ້ວຍຕົວເລກການຂະຫຍາຍຕົວຂອງ GDP ເຖິງ 5,5% ໃນໄຕມາດທຳອິດຂອງປີ 2026 ສວນກະແສວິກິດໂລກ. ລັດຖະບານມຸ່ງເປົ້າສ້າງເສດຖະກິດເອກະລາດ ເພື່ອສ້າງທຶນສະສົມແກ້ໄຂໜີ້ສິນ ແລະ ກຽມຮັບມືກັບສິ່ງທ້າທາຍຈາກອັດຕາເງິນເຟີ້ ລວມເຖິງລາຄານ້ຳມັນທີ່ກຳລັງເພີ່ມສູງຂຶ້ນ.

.

ຜົນສຳເລັດດັ່ງກ່າວໄດ້ຖືກລາຍງານໃນກອງປະຊຸມສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດປະຈຳງວດທີ I ເຊິ່ງຈັດຂຶ້ນໃນວັນທີ 21 ເມສາ 2026 ຜ່ານມາ, ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ. 

.

ນອກຈາກການເຕີບໂຕຂອງ GDP ທີ່ເປັນທີ່ໜ້າພໍໃຈແລ້ວ, ສປປ ລາວ ຍັງສາມາດຄວບຄຸມອັດຕາເງິນເຟີ້ສະເລ່ຍໃນໄຕມາດທຳອິດໃຫ້ຢູ່ທີ່ລະດັບ 7% ເຊິ່ງຫຼຸດລົງຢ່າງຫຼວງຫຼາຍເມື່ອທຽບກັບຕົວເລກ 13,1% ໃນໄລຍະດຽວກັນຂອງປີຜ່ານມາ. 

.

ພ້ອມດຽວກັນນັ້ນ, ການຈັດເກັບລາຍຮັບກໍສາມາດທະລຸເປົ້າໝາຍເຖິງ 112% ຂອງແຜນງວດທຳອິດ (ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 15%) ໃນຂະນະທີ່ລາຍຈ່າຍປະຕິບັດໄດ້ພຽງ 41% ເຊິ່ງສະທ້ອນໃຫ້ເຫັນເຖິງປະສິດທິພາບໃນການບໍລິຫານຈັດການງົບປະມານທີ່ຮັດກຸມ ແລະ ມີວິໄນຫຼາຍຂຶ້ນ.

.

ຕົວເລກເສດຖະກິດມະຫາພາກທີ່ເປັນບວກເຫຼົ່ານີ້ ຖືເປັນບາດກ້າວເລີ່ມຕົ້ນທີ່ສຳຄັນຫຼາຍສຳລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). 

.
ທ່ານ ສັນຕິພາບ ພົມວິຫານ ໄດ້ເນັ້ນຢ້ຳເຖິງຍຸດທະສາດການສ້າງບາດລ້ຽວໃໝ່ ໂດຍຖືເອົາຫຼັກການສ້າງເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງເປັນຫົວໃຈສຳຄັນ ເພື່ອຮັບປະກັນໃຫ້ລາຍຮັບພາຍໃນກຸ້ມລາຍຈ່າຍປົກກະຕິ ແລະ ສ້າງສ່ວນເກີນດຸນສຳລັບສະສົມໄວ້ຊຳລະໜີ້ສິນທັງພາຍໃນ ແລະ ຕ່າງປະເທດ, ແນໃສ່ສ້າງຄວາມຍືນຍົງດ້ານງົບປະມານ ແລະ ເປັນພູມຄຸ້ມກັນທີ່ເຂັ້ມແຂງເພື່ອຮັບມືກັບຄວາມບໍ່ແນ່ນອນໃນອະນາຄົດ.

ເຖິງຢ່າງໃດກໍຕາມ, ທ່າມກາງຕົວເລກທີ່ສົດໃສ ພາກລັດຍັງຄົງເຝົ້າລະວັງຢ່າງໃກ້ຊິດ ຍ້ອນເສດຖະກິດລາວຍັງຄົງມີຄວາມອ່ອນໄຫວຕໍ່ປັດໄຈພາຍນອກ ໂດຍສະເພາະວິກິດສົງຄາມຢູ່ຕາເວັນອອກກາງທີ່ຍັງສືບຕໍ່ແກ່ຍາວ. 

.
ສິ່ງທ້າທາຍໃຫຍ່ທີ່ກຳລັງຈະມາເຖິງໃນໄຕມາດທີ II ແມ່ນແນວໂນ້ມຂອງອັດຕາເງິນເຟີ້ທີ່ອາດຈະດີດຕົວສູງຂຶ້ນອີກຄັ້ງ ເຊິ່ງເປັນຜົນພວງມາຈາກລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກທີ່ປັບຕົວເພີ່ມຂຶ້ນເປັນເທົ່າຕົວຕັ້ງແຕ່ທ້າຍເດືອນມີນາເປັນຕົ້ນມາ. 

.

ປັດໄຈດັ່ງກ່າວຈະສົ່ງຜົນກະທົບໂດຍກົງຕໍ່ຕົ້ນທຶນການຜະລິດພາຍໃນ ແລະ ອາດຍູ້ໃຫ້ລາຄາສິນຄ້າອຸປະໂພກ-ບໍລິໂພກ ລວມເຖິງຄ່າບໍລິການຕ່າງໆຖີບຕົວສູງຂຶ້ນຕາມລຳດັບ ເຊິ່ງເປັນວຽກງານຮີບດ່ວນທີ່ທຸກພາກສ່ວນຕ້ອງຮ່ວມກັນຄົ້ນຄວ້າຫາທາງອອກ ເພື່ອຮັກສາທ່າແຮງການຂະຫຍາຍຕົວຂອງເສດຖະກິດໃນປີ 2026 ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ຢ່າງແຂງແກ່ນ.

.

#LaoXperts #ເສດຖະກິດລາວ #GDPລາວ #ກະຊວງການເງິນ #ແຜນພັດທະນາເສດຖະກິດສັງຄົມ #ລາວ2026 #ເສດຖະກິດມະຫາພາກ #LaosEconomy

Comments are disabled