ລັດຖະບານໄທ ກຽມອອກມາດຕະການເລັ່ງດ່ວນ “ແອ່ວເໜືອຄົນລະເຄິ່ງ” ຫຼື ທ່ຽວເໜືອຄົນລະເຄິ່ງ ກະຕຸ້ນເສດຖະກິດການທ່ອງທ່ຽວພາກເໜືອ ຫຼັງຖືກນໍ້າຖ້ວມໜັກ ໂດຍລັດອອກເງິນຊ່ວຍ 400 ບາດ ຈາກ 800 ບາດ ຕໍ່ຄົນຕໍ່ການເດີນທາງ ໃນຈຳນວນ 10,000 ຄົນ.

ອີງຕາມການລາຍງານຂອງ ໜັງສືພີມ ກຸງເທບທຸລະກິດ, ທ່ານ ສໍລະວົງ ທຽນທອງ ລັດຖະມົນຕີທ່ອງທ່ຽວ ແລະ ກິລາ ກ່າວວ່າ: ສຳລັບການກະຕຸ້ນ​ການທ່ອງທ່ຽວ ​ແມ່ນ​ກົນ​ໄກ​ຕົ້ນຕໍ​ຂອງ​ການ​ສ້າງ​ລາຍ​ຮັບ​ໃຫ້​ທັງ​ສອງ​ແຂວງ. ຈະ​ມີ​ການ​ນໍາ​ສະ​ເໜີໂຄງ​ການ “ທ່ຽວເໜືອຄົນລະເຄິ່ງ” ໂດຍ ການ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ໄທ (TAT) ໃນໄວໆນີ້ ເຊິ່ງໄດ້​ວາງ​ແຜນ​ການ​ຈະ​ສະ​ໜັບ​ສະ​ໜູນ 400 ບາດ​ຈາກ 800 ບາດ​ຕໍ່​ຄົນ​ຕໍ່​ການ​ເດີນ​ທາງ​ສໍາ​ລັບ​ການ​ທັງ​ຫມົດ 10,000ຄົນ. ​ເຊິ່ງ​ຈະ​ເປັນ​ໂຄງການ​ທົດ​ລອງ​ເລັ່ງລັດ ສໍາລັບຊຸດສົ່ງເສີມການທ່ອງທ່ຽວໃນທ້າຍປີນີ້ ​ແລະ ຖ້າ​ຫາກ​ມີ​ຜົນ​ດີ​ຕໍ່​ເສດຖະກິດ ​ແລະ ສ້າງ​ລາຍ​ຮັບ​ໃຫ້​ແກ່​ພົນລະ​ເມືອງ ​ແລະ ຜູ້​ປະກອບ​ການ​ດ້ວຍ​ໝາກຜົນ​ທີ່​ຈະ​ແຈ້ງ, ກໍ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ ຍົກ​ສູງ​ລະດັບ​ສູງ​ຂຶ້ນ.

ໃນປີ 2022 ທີ່ຜ່ານມາ ລັດຖະບານໄທ ໄດ້ເຄີນອອກນະໂຍບາຍລັກສະນະນີ້ມາແລ້ວ ເພື່ອຟື້ນຟູການທ່ອງທ່ຽວ ຫຼັງການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ 19 ໂດຍຕອນນັ້ນອອກເປັນນະໂຍບາຍ “ເຮົາທ່ຽວນໍາກັນ” ໂດຍຕອນນັ້ນລັດຖະບານໄດ້ອອກຊ່ວຍຄ່າທີ່ພັກ ແລະ ຄ່າອາຫານ ສູງເຖິງ 40%.

https://www.facebook.com/photo/?fbid=952462410252679&set=a.605386548293602