ລັດຖະບານ ແຫ່ງ ສປປ ລາວ ແຈ້ງການໃຫ້ ຜູ້ໃຊ້ແຮງງານ ຫຼື ຜູ້ປະກອບການ ຂອງຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການ ຈ່າຍເງິນ ອຸດໜູນຄ່າຄອງຊີບໃຫ້ແກ່ຜູ້ອອກແຮງງານ ລວມເງິນເດືອນ ບໍ່ໃຫ້ຫຼຸດ 2,500,000 ກີບຕໍ່ເດືອນ.

ອີງຕາມແຈ້ງການຂອງ ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ໃນວັນທີ 27 ກັນຍາ 2024 ໄດ້ລະບຸໃຫ້ ຜູ້ໃຊ້ແຮງງານ ຫຼື ຜູ້ປະກອບການ ຂອງຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການ ຈ່າຍເງິນ ອຸດໜູນຄ່າຄອງຊີບໃຫ້ແກ່ຜູ້ອອກແຮງງານ ຜູ້ທີ່ບໍ່ມີວິຊາຊີບ ບໍ່ມີວຸດທິການສຶກສາ ເປັນແຮງງານທີ່ບໍ່ໄດ້ຜ່ານການຝຶກອົບຮົມມາກ່ອນ ທີ່ເຮັດວຽກໃນຄວາມຮັບຜິດຊອບຂອງຕົນ ຈໍານວນ 900,000 ກີບ/ຄົນ/ເດືອນ ລວມຄ່າແຮງງານ ຫຼື ເງິນເດືອນຂອງຜູ້ອອກແຮງງານ ບໍ່ໃຫ້ຕໍ່າກວ່າ 2,500,000 ກີບ/ຄົນ/ເດືອນ ແລະ ໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ຕຸລາ 2024 ເປັນຕົ້ນໄປ.

ປັດຈຸບັນ ຄ່າແຮງງານຂັ້ນຕໍ່າຂອງ ສປປ ລາວ ແມ່ນຢູ່ທີ 1,600,000 ກີບ ຕໍ່ເດືອນ ເຊິ່ງເປັນການປັບຄ່າແຮງຂຶ້ນຄັ້ງຫຼ້າສຸດ ເມື່ອປີ 2023 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ, ມາຮອດປັດຈຸບັນນີ້ ເຫັນວ່າ ຄ່າແຮງງານຂັ້ນຕໍ່າທີ່ໄດ້ກໍານົດໄວ້ໃນຈໍານວນດັ່ງກ່າວນັ້ນບໍ່ສົມຄູ່ກັບຄ່າຄອງຊີບຂອງຜູ້ອອກແຮງງານໃນປັດຈຸບັນ, ຕາມຄຳກ່າວຂອງ ທ່ານ ນ. ໃບຄຳ ຂັດທິຍະລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກອງປະຊຸມຄະນະກໍາມະການແຮງງານແຫ່ງຊາດ ໃນເດືອນ ກໍລະກົດທີ່ຜ່ານມາ.

ອີງຕາມການລາຍງານ ຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໃນກອງປະຊຸມສະພາແຫ່ງຊາດ ເມື່ອບໍ່ດົນມານີ້, ກະຊວງການເງິນກຳລັງຄົ້ນຄວ້າ ປັບປຸງໂຄງສ້າງເງິນເດືອນຄືນໃໝ່ ເຊິ່ງຄາດວ່າຈະປັບ ຄ່າຈ້າງແຮງງານຂັ້ນຕໍ່າໃຫ້ຂຶ້ນເປັນ 2 ລ້ານ ຫາ 2,2 ລ້ານ ໃນຕົ້ນປີ 2025.

ການເຄື່ອນໄຫວຕ່າງໆ ແມ່ນຄວາມພະຍາຍາມຂອງລັດຖະບານໃນການຊ່ວຍເຫຼືອ ແລະ ແກ້ໄຂຊີວິດການເປັນຢູ່ຂອງ ປະຊາຊົນ ທ່າມກາງຄ່າຄອງຊີບ ແລະ ສະພາວະເງິນເຟີ້ ທີ່ຍັງຢູ່ໃນລະດັບສູງ

ອັດຕາເງິນເຟີ້ຂອງລາວ ໃນເດືອນກັນຍາ 2024 ຢູ່ໃນລະດັບ 21.7% ຫຼຸດລົງຈາກເດືອນສິງຫາແມ່ນ 24.3%. ຕາມຂໍ້ມູນຈາກ ສູນສະຖິຕິແຫ່ງຊາດ.

ອີງຕາມທະນາຄານແຫ່ງ ສປປ ລາວ, ອັດຕາເງິນເຟີ້ໃນລາວ ໄດ້ບັນລຸເຖິງ 2 ຕົວເລກ ນັບຕັ້ງແຕ່ເດືອນພຶດສະພາ 2022 ແລະ ສູງສຸດ 41.26 ເປີເຊັນ ໃນເດືອນກຸມພາ 2023. ເຊິ່ງລັດຖະບານລາວ ວາງເປົ້າໝາຍ ທີ່ຈະດຶງອັດຕາເງິນເຟີ້ລົງມາເປັນຕົວເລກດຽວ ພາຍໃນທ້າຍປີນີ້. ເຖິງຢ່າງໃດກໍຕາມ, ເມື່ອບໍ່ດົນມານີ້, ຄະນະລັດຖະບານໄດ້ກ່າວຕໍ່ສະພາແຫ່ງຊາດວ່າບໍ່ມີທ່ອ່ຽງທີ່ຈະສາມາດ ບັນລຸຕາດເປົ້າໝາຍດັ່ງກ່າວໄດ້.