ສປປ ລາວ ກໍາລັງກະກຽມຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແບບໂລ່ງລຽນ ຫຼື Smooth LDC Transition ໃນປີ 2026, ທ່າມກາງສິ່ງທ້າທາຍຕ່າງໆ ເຊັ່ນ: ການສູນເສຍສິດທິພິເສດທາງດ້ານການຄ້າ.

ໂດຍກອງປະຊຸມ ກອງປະຊຸມຮັບຮອງຮ່າງບົດແນະນຳສໍາລັບການຂ້າມຜ່ານສະຖານະພາບປະເທດດ້ອຍພັດທະນາແບບໂລ່ງລ່ຽນຂອງ ສປປ ລາວ: ແຜນງານການປະຕີບັດວຽກບູລິມະສິດຂອງຂະແໜງການຄ້າ ແລະ ຂົງເຂດອື່ນໆ ທີ່ກ່ຽວຂ້ອງ ໃນໄລຍະ ປີ 2024-2030 ໄດ້ຈັດຂຶ້ນໃນວັນທີ 30 ກັນຍາ, ໂດຍການເປັນປະທ່ານຂອງທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Heather Variava ເອກອັກຄະລະຖະທູດ ສະຫະລັດ ອາເມຣິກາ ປະຈຳລາວ.

ສປປ ລາວ ແມ່ນຖືກຈັດຢູ່ໃນລາຍຊື່ບັນດາປະເທດດ້ອຍພັດທະນານັບຕັ້ງແຕ່ການສ້າງຕັ້ງກຸ່ມດັ່ງກ່າວ ມາ ແຕ່ປີ 1971 ຕາມຢັດຕິຂອງ ສະມັດຊາໃຫ່ຍ ຂອງ ສປຊ. ຈຸດປະສົງໃນການສ້າງຕັ້ງກຸ່ມດັ່ງກ່າວ ກໍ່ເພື່ອຈະຊ່ວຍໃຫ້ປະເທດດ້ວຍພັດທະນາ ສາມາດເຂົ້າເຖິງມາດຕະການການສະໜັບສະໜູນຈາກສາກົນໄດ້ທັນການ ແລະ ວ່ອງໄວ ແລະ ສາມາດສະໜອງກັບຄວາມຕ້ອງການ ໃນການພັດທະນາ.

ຕະຫຼອດໄລຍະຜ່ານມາ, ລັດຖະບານ ກໍ່ໄດ້ກຳນົດນະໂຍບາຍ ແລະ ຖືເອົາເປັນບູລີມະສິດແຫ່ງຊາດໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ຕັດສິນໃຈວ່າງຄາດໝາດສູ້ຊົນ ແລະ ສຸມທຸກຄວາມພະຍາຍາມ ນໍາພາປະເທດຊາດຫຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຕັ້ງແຕ່ຊຸມປີ 2000.

ໃນກອງປະຊຸມດັ່ງກ່າວ, ທ່ານ ປອ ມະໂນທອງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຮ່າງບົດແນະນຳ, ເຊິ່ງໄດ້ວາງອອກເພື່ອເລັ່ງການພັດທະນາໃນທົ່ວຂະແໜງການທີ່ສຳຄັນ.

ທ່ານ​ຊີ້ໃຫ້ເຫັນວ່າ, ການ​ຫັນ​ປ່ຽນ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ໝາຍ​ເຖິງ​ຄວາມ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ເທົ່າ​ນັ້ນ, ແຕ່ຍັງເປັນການ​​ເປີດ​ຊ່ອງ​ທາງ​ໃໝ່​ເພື່ອ​ໃຫ້​ສາ​ກົນ​ຮັບ​ຮູ້​ຄວາມ​ຄືບ​ໜ້າ​ຂອງ​ປະ​ເທດ​ລາວ. ການ​ຫັນປ່ຽນ​ນີ້​ຄາດ​ວ່າ​ຈະ​ເພີ່ມ​ຄວາມ​ເຊື່ອ​ໝັ້ນ​ໃນ​ການ​ລົງທຶນ​ພາຍ​ໃນ​ຕ່ອງ​ໂສ້​ມູນ​ຄ່າ​ພາກ​ພື້ນ ​ແລະ ສາກົນ.

​ແຕ່ຢ່າງໃດກໍຕາມ, ທ່ານ​ຮອງ​ລັດຖະມົນຕີ​ໄດ້ໃຫ້ຮູ້ອີກວ່າວ່າ ການ​ອອກ​ຈາກ​ສະຖານະ LDC ມາ​ພ້ອມ​ກັບ​ສິ່ງ​ທ້າ​ທາຍ, ​ໂດຍ​ສະ​ເພາະ​ແມ່ນ​ການ​ສູນ​ເສຍ​ສິດທິ​ພິ​ເສດ​ດ້ານ​ການ​ຄ້າ ​ແລະ ຜົນ​ປະ​ໂຫຍ​ດອື່ນໆ​ທີ່​ອາດ​ຈະ​ກີດຂວາງ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ.

ທ່ານ ດຣ ມາໂນທອງ ໄດ້ຍົກໃຫ້ເຫັນເຖິງ ໂອກາດທີ່ສຳຄັນ ທີ່ສາມາດອຳນວຍຄວາມສະດວກ ໃຫ້ແກ່ລາວ ອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ເຊັ່ນ: ການນຳໃຊ້ເສັ້ນທາງລົດໄຟ ແລະ ທ່າບົກ ຂອງປະເທດ ເພື່ອສົ່ງເສີມການຄ້າ, ຫຼຸດຜ່ອນການເພິ່ງພາອາໄສນໍ້າມັນເຊື້ອໄຟທີ່ນຳເຂົ້າ ໂດຍການນຳໃຊ້ພະລັງງານໄຟຟ້າທີ່ຜະລິດຢູ່ພາຍໃນປະເທດໃຫ້ໄດ້ສູງສຸດ ແລະ ນຳໃຊ້ຊັບພະຍາກອນກະສິກຳ ຢ່າງເຕັມທີ່ ເພື່ອຕອບສະໜອງໃຫ້ກັບທົ່ວໂລກ.

ທ່ານ​ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ສົ່ງ​ອອກ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ, ສ້າງ​ຜະລິດ​ຕະພັນ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ຂຶ້ນ ​ແລະ​ ເຊື່ອມ​ໂຍງ​ເຂົ້າ​ກັບ​ຕ່ອງ​ໂສ້​ມູນ​ຄ່າ​ຂອງ​ພາກ​ພື້ນ ​ແລະ ​ໂລກ​ຢ່າງ​ເລິກ​ເຊິ່ງ.

ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເຊື່ອມ​ໂຍງ​ເສດຖະກິດ​ໂດຍ​ຜ່ານ​ສັນຍາ​ການ​ຄ້າ​ເສລີ, ​ໂດຍ​ສະ​ເພາະ​ແມ່ນ​ກັບ​ອາ​ຊຽນ, ອາ​ຊຽນ+6, ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ, ​ແລະ​ເປີດ​ກວ້າງ​ການ​ເຂົ້າ​ເຖິງ​ຕະຫຼາດ​ໂດຍ​ຜ່ານ​ການ​ເຈລະຈາ​ກັບ​ບັນດາ​ປະ​ເທດ​ຄື: ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ສະຫະພາບ​ເອີ​ລົບ. ກາ​ນາ​ດາ ​ແລະ ອາ​ເມ​ຣິ​ກາ.

ການ​ຮັບຮອງ​ຮ່າງ​ບົດ​ແນະນຳ​ກ່ຽວ​ກັບ​ການ​ຫັນປ່ຽນ​ຂອງ​ລາວ​ຈາກ​ສະຖານະ​ການ LDC ​ແມ່ນ​ລວມມີ​ການ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ຂໍ້​ແນະນຳ​ທີ່​ຊີ້​ອອກ​ບັນດາ​ການ​ກະທຳ​ບຸລິມະສິດ​ຂອງ​ຂະ​ແໜງ​ການ​ຄ້າ ​ແລະ ຂົງ​ເຂດ​ທີ່​ກ່ຽວຂ້ອງ​ແຕ່​ປີ 2024 ຫາ 2030.

ທ່ານ Heather Variava ຍັງໄດ້ເນັ້ນເຖິງ ຄວາມສໍາຄັນ ຂອງການໃຫ້ລາວພົ້ນຈາກສະຖານພາບປະເທດ LDC ແລະ ຄວາມທ້າທາຍທີ່ຈະນຳມາ.

ໂດຍທ່ານ ທູດກ່າວວ່າ:“ກອງ​ປະຊຸມ​ສຳ​ມະ​ນາ​ຮັບຮອງ​ເອົາ​ທິດ​ຊີ້​ນຳ​ຄັ້ງ​ນີ້ ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ເດີນທາງ​ທີ່​ສຳຄັນ​, ​ແຕ່​ຍັງ​ນຳ​ມາ​ໃຫ້​ບັນດາ​ສິ່ງ​ທ້າ​ທາຍ, ​ໂດຍ​ສະ​ເພາະ​ແມ່ນ​ການ​ສູນ​ເສຍ​ບຸລິມະສິດ, ​ເຊິ່ງສາມາດ​ສົ່ງ​ຜົນກະທົບຕໍ່​ການ​ສົ່ງ​ອອກ​ຕົ້ນຕໍ​ຄື: ​ເຄື່ອງ​ນຸ່ງ, ເກີບ​ໜັງ, ​ເຂົ້າສານ, ນ້ຳຕານ. “

ທ່ານ​ເອກ​ອັກຄະ​ລັດຖະທູດ ສະຫະລັດ ອາເມຣິກາ ປະຈຳລາວ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ກະກຽມ​ໃຫ້​ແກ່​ການ​ຫັນປ່ຽນທີ່​ສຳຄັນ​ນີ້ ເພື່ອຈະ​ປະຕິບັດ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຄວາມສ່ຽງຕ່າງໆທີ່ຈະເກີດໃນ​ໄລຍະ​ສັ້ນ.

ທ່ານ​ນາງ​ໄດ້​ຊຸກຍູ້​ໃຫ້ມີການການ​ປະຕິ​ຮູບ​ຢ່າງ​ຕໍ່​ເນື່ອງ ​ແລະ​ ການ​ເຊື່ອມ​ໂຍງ​ເຂົ້າກັນ​ໃນ​ທົ່ວ​ໂລກ, ລວມທັງ​ການ​ເປີດ​ກວ້າງ ​ແລະ ຄວາມ​ຫຼາກ​ຫຼາຍ​ຂອງ​ຕະຫຼາດ​ສົ່ງ​ອອກ ​ແລະ ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ທີ່​ອຳນວຍ​ຄວາມ​ສະດວກ​ດ້ານ​ການ​ຄ້າ.

ອີງຕາມຄຳເວົ້າຂອງ ທ່ານ ມະໂນທອງ ວົງໄຊ, ນັບແຕ່ການສ້າງກຸ່ມປະເທດດ້ອຍພັດທະນາ ໃນປີ 1971 ໂດຍອົງການສະຫະປະຊາຊາດ ແລ້ວ ຮອດປັດຈຸບັນມີພຽງແຕ່ 07 ປະເທດເທົ່ານັ້ນ ທີ່ສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ ຄື: ປະເທດບົດສະວານາ ຫຼຸດພົ້ນໃນປີ 1994,  ກັບແວກ ໃນປິ 2007, ມານດິວ ໃນປີ 2011, ຊາມົວ ໃນປີ 2014, ເອກົວຕໍເຣຍ ກີນີ ໃນປີ 2017, ວານຸອາຕູ ໃນປິ 2020 ແລະ ປະເທດບູຖານ ຈະຫຼຸດພົ້ນໃນທ້າຍປີນີ້.