ທະນາຄານ ປະຊາຊົນ ສປຈີນ ຫຼື ທະນາຄານກາງ ສປຈີນ PBOC ປະກາດແຜນກະຕຸ້ນເສດຖະກິດຮອບໃໝ່ ປັບຫຼຸດອັດຕາດອກເບ້ຍ ອີກ 0,25-0,50%.

ສຳນັກຂ່າວຕ່າງປະເທດ ລາຍງານ ເມື່ອວັນທີ 24 ກັນຍາ: ທ່ານ ພານ ກົງເຊິ່ງ ປະທານທະນາຄານ ປະຊາຊົນ ສປຈີນ ຖະແຫລງ ກ່ຽວກັບ ມາດຕະການ ກະຕຸ້ນ ເສດຖະກິດຮອບໃໝ່ ລວມເຖິງ ການປັບຫຼຸດ ອັດຕາສ່ວນ ການສຳຮອງຂອງທະນາຄານການຄ້າ ຫຼື ເງິນສຳຮອງຂັ້ນຕໍ່າ ທີ່ສະຖາບັນ ການເງິນພາຍໃນປະເທດ ຕ້ອງສຳຮອງໄວ້ກັບ ພີບີໂອຊີ ອີກ 0,50% ,ຂະນະດຽວກັນ ພີບີໂອຊີ ມີແຜນປັບຫຼຸດ ອັດຕາດອກເບ້ຍ ອີກ 0,25-0,50%.

ການປັບຫຼຸດ ອັດຕາສ່ວນ ການສຳຮອງຂອງທະນາຄານການຄ້າ ຫຼື ເງິນສຳຮອງຂັ້ນຕໍ່າ ຄາດວ່າ ຈະຊ່ວຍເສີມສ້າງ ສະພາບຄ່ອງ ໃຫ້ແກ່ຕະຫຼາດການເງິນ ຂອງປະເທດອີກປະມານ 1 ພັນຕື້ຢວນ ແລະ ການປັບຫຼຸດ ອັດຕາດອກເບ້ຍ ຈະສ້າງປະໂຫຍດ ໃຫ້ແກ່ປະຊາຊົນ ປະມານ 150 ລ້ານຄົວເຮືອນ ທົ່ວປະເທດ, ເນື່ອງຈາກຈະຊ່ວຍ ຫຼຸດໜີ້ຄົວເຮືອນ ໂດຍສະເລ່ຍປີລະ ປະມານ 150.000 ລ້ານຢວນ.

ທີ່ມາ: Reuters

https://www.reuters.com/markets/asia/china-central-bank-cuts-medium-term-loan-rate-2024-09-25