ໃນເດືອນສິງຫາທີ່ຜ່ານມາ ສປປ ລາວ ມີກມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະມານ 1,211 ລ້ານໂດລາ, ໃນນັ້ນ ມີການສົ່ງອອກ 541 ລ້ານໂດລາ ເພີ່ມຂື້ນ 1,4% ທຽບໃສ່ ເດືອນກໍລະກົດ ຜ່ານມາ.

ແຕ່ຢ່າງໃດກໍຕາມ ໃນເດືອນ ສິງຫາທີ່ຜ່ານມາ ສປປ ລາວກໍມີການນຳເຂົ້າປະມານ 670 ລ້ານໂດລາ ຫຼຸດລົງ 2,4% ທຽບໃສ່ ເດືອນກໍລະກົດ ຜ່ານມາ ເຮັດໃຫ້ ສປປ ລາວ ຍັງຂາດດຸນການຄ້າໃນເດືອນສິງຫາໄປປະມານ 129 ລ້ານໂດລາ. ໂຕເລກດັ່ງກ່າວ ແມ່ນຍັງບໍ່ລວມການສົ່ງອອກໄຟຟ້າ.

ສິນຄ້າສົ່ງອອກຫຼັກ ປະກອບມີ: ເຄື່ອງໃຊ້ໄຟຟ້າ 94 ລ້ານໂດລາ, ຄໍາປະສົມ 57 ລ້ານໂດລາ, ຢາງພາລາ 38 ລ້ານໂດລາ, ເຈ້ຍ 38 ລ້ານໂດລາ, ແຮ່ທອງ 36 ລ້ານໂດລາ, ເຍື່ອໄມ້ 25 ລ້ານໂດລາ, ນໍ້າຕານ 11 ລ້ານໂດລາ, ເກືອກາລີ 11 ລ້ານໂດລາ, ແປ້ງມັນຕົ້ນ 8 ລ້ານໂດລາ, ມັນຕົ້ນ 5 ລ້ານໂດລາ     

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ປະກອບມີ: ຫວຽດນາມ ປະມານ 168 ລ້ານໂດລາ, ຈີນ ປະມານ 145 ລ້ານໂດລາ, ໄທ ປະມານ 96 ລ້ານໂດລາ, ສ.ອາເມລິກາ ປະມານ 32 ລ້ານໂດລາ ແລະ ສະວິດເຊີແລນ 27 ລ້ານໂດລາ.

ສິນຄ້ານໍາເຂົ້າຫຼັກປະກອບມີ: ນ້ຳມັນກາຊວນ 66 ລ້ານໂດລາ, ອຸປະກອນກົນຈັກ 59 ລ້ານໂດລາ, ພາຫະນະທາງບົກ 53 ລ້ານໂດລາ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 48 ລ້ານໂດລາ, ເຄື່ອງໄຟຟ້າ 32 ລ້ານໂດລາ, ເຫຼັກ 27 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 26 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ 23 ລ້ານໂດລາ, ນໍ້າມັນແອັດຊັງ 19 ລ້ານໂດລາ, ເຄື່ອງດື່ມ 19 ລ້ານໂດລາ.

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ປະກອບມີ: ໄທ ປະມານ 254 ລ້ານໂດລາ, ຈີນ ປະມານ 245 ລ້ານໂດລາ, ຫວຽດນາມ ປະມານ 69 ລ້ານໂດລາ, ສ.ອາເມລິກາ 26 ລ້ານໂດລາ ແລະ ຍີ່ປຸ່ນ ປະມານ 12 ລ້ານ ໂດລາ.

ທີ່ມາ: laotradeportal

https://www.laotradeportal.gov.la/lo-la/site/display/2877?fbclid=IwY2xjawFfNS9leHRuA2FlbQIxMAABHTJBFI3QiXNMS_gXVv72OvRQkwYPA8YeoC_HiNb8d2vfltuNgBSEyb3z6Q_aem_679shQWXhz3cXI40lQP6Ag