ກອງປະຊຸມ ສະພາເຂດການລົງທຶນອາຊຽນ ຄັ້ງທີ 27 ໄດ້ປຶກສາຫາ ຫຼາຍບັນຫາ ແລະ ທົບທວນຄືນນະໂຍບາຍ ເພີ່ມທະວີການອໍານວຍຄວາມສະດວກ ດ້ານການລົງທຶນໃນພາກພື້ນໃຫ້ຫຼາຍຂຶ້ນ.

ກອງປະຊຸມດັ່ງກ່າວ ມີຂຶ້ນໃນວັນທີ 16 ກັນຍາ 2024, ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີສະພາເຂດການລົງທຶນອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາຕີມໍແລັດສເຕ, ມີຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ໄດ້ມີຄຳເຫັນວ່າ: ປັດຈຸບັນ, ສະພາບການຂອງໂລກ ແລະ ພາກພື້ນ ກໍາລັງຜັນແປໄປຢ່າງສະຫລັບສັບຊ້ອນ, ສະພາບເສດຖະກິດ ແລະ ການເງິນ ຍັງສືບຕໍ່ຜະເຊີນກັບຄວາມທ້າທາຍທີ່ເກີດຈາກ ຄວາມຂັດແຍ້ງທາງດ້ານພູມສາດການເມືອງ, ການຂວ້າມບາດທາງດ້ານເສດຖະກິດ-ການຄ້າ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງຮ່ວມມືກັນ, ແລກປ່ຽນບົດຮຽນ ແລະ ຄໍາຄິດເຫັນເພື່ອຄົ້ນຄ້ວາມາດຕະ ການແກ້ໄຂບັນດາສິ່ງທ້າທາຍເຫລົ່ານີ້ ໃຫ້ມີປະສິດທິພາບ-ປະສິດທິຜົນທີ່ສຸດ. ສິ່ງທ້າທາຍເຫຼົ່ານີ້, ໄດ້ສົ່ງຜົນກະທົບຕໍ່ການຄ້າ ແລະ ການລົງທຶນຢູ່ໃນພາກພື້ນອາຊຽນ, ທັງໄດ້ປ່ຽນແປງໂຄງສ້າງຂອງຕ່ອງໂສ້ການສະໜອງໃນລະດັບພາກພື້ນ ແລະ ສາກົນ ເຮັດໃຫ້ເກີດການເຄື່ອນຍ້າຍຖານການຜະລິດຈາກບັນ ດາປະເທດນອກອາຊຽນ ເຂົ້າສູ່ບາງປະເທດອາຊຽນຫຼາຍຂຶ້ນ. 

ທ່ານ ລັດຖະມົນຕີກ່າວເສີມອີກວ່າ: ຄຽງຄູ່ກັນນັ້ນ, ການປ່ຽນແປງຂອງສະ ພາບດິນຟ້າອາກາດ ຍັງສືບຕໍ່ເປັນສິ່ງທ້າທາຍຕໍ່ການພັດທະນາແບບຍືນຍົງ ຊຶ່ງຮຽກຮ້ອງໃຫ້ອາຊຽນ ຕ້ອງໄດ້ທົບທວນນະໂຍບາຍ ແລະ ເພີ່ມທະວີການອໍານວຍຄວາມສະດວກ ດ້ານການລົງທຶນໃນພາກພື້ນໃຫ້ຫລາຍຂຶ້ນ ເພື່ອຫລຸດຜ່ອນຜົນກະທົບຈາກສິ່ງທ້າທາຍເຫລົ່ານັ້ນ. 

ແຕ່ຢ່າງໃດກໍຕາມ, ເຖິງແມ່ນວ່າ ໃນພາກພື້ນ ອາຊຽນຈະຜະເຊີນກັບສິ່ງທ້າທາຍຫຼາຍອັນ, ແຕ່ໂດຍລວມ ອາຊຽນກໍຍັງສືບຕໍ່ຮັກສາໄດ້ສະຖຽນລະພາບດ້ານການລົງທຶນທີ່ໝັ້ນທ່ຽງ ຊຶ່ງສະແດງອອກໃນຕົວເລກມູນຄ່າ ການລົງທຶນໂດຍກົງຈາກຕ່າງປະເທດ ເພີ່ມຂຶ້ນ 0.3% ຈາກ 229 ຕື້ໂດລາສະຫະລັດ ໃນປີ 2022 ມາເປັນ 230 ຕື້ໂດລາສະຫະລັດ ໃນປີ 2023.  

ທ່ານ ມະໄລທອງ ກົມມະສິດ ຍັງກ່າວອີກວ່າ: ເພື່ອສືບຕໍ່ຮັກສາສະຖຽນລະພາບ ແລະ ສົ່ງເສີມການລົງທຶນໃນອາຊຽນ ໃຫ້ນັບມື້ນັບຫລາຍຂຶ້ນ, ກອງປະຊຸມພວກເຮົາຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືຫລາຍປະເດັນ ເປັນຕົ້ນ ຈະລົງເລິກປຶກສາຫາລື ກ່ຽວກັບການປະເມີນສະພາບການລົງທຶນໃນອາຊຽນ ສໍາລັບ ປີ 2024, ພ້ອມທັງການເພີ່ມທະວີການດຶງດູດການລົງທຶນໃນຕໍ່ໜ້າ. 

ນອກ ຈາກນັ້ນ, ກອງປະຊຸມຈະໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງຄະນະເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ກ່ຽວກັບການຮ່ວມມືດ້ານການລົງທຶນໃນ ອາຊຽນ ແລະ ບົດຄົ້ນຄວ້າສະພາບການລົງທຶນໃນອາຊຽນ ຂອງ ບັນດາຊ່ຽວຊານຕ່າງປະເທດ.