ປະເທດໄທ ກຳລັງປະເຊີນກັບວິກິດໜີ້ຄົວເຮືອນ ສູງສຸດໃນຮອບ 18 ປີ, ເສດຖະກິດທີ່ເຕີບໂຕໃນຈັງຫວະທີ່ຊ້າລົງ, ລາຍຮັບຕໍ່າ ແລະ ຄ່າຄອງຊີບ ທີ່ສູງຂຶ້ນ.

ອີງ​ຕາມ​ການ​ສຳ​ຫຼວດ​ຂອງ​ມະຫາວິທະຍາ​ໄລ​ສະພາ​ການ​ຄ້າ​ໄທ, ຕົວ​ເລກ​ດັ່ງກ່າວ​ໄດ້​ເພີ່ມ​ຂຶ້ນ 8,4% ​ເມື່ອ​ທຽບ​ໃສ່​ປີ​ກາຍ​ເປັນ 606,378 ບາດ (18,000 ​ໂດ​ລາ), ອີງ​ຕາມ​ການ​ສຳ​ຫຼວດ​ຂອງ​ມະຫາວິທະຍາ​ໄລ​ສະພາ​ການ​ຄ້າ​ໄທ. ນີ້​ແມ່ນ​ລະດັບ​ສູງ​ທີ່​ສຸດ​ນັບ​ແຕ່​ມະຫາວິທະຍາ​ໄລ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດຄັ້ງ​ທຳ​ອິດ​ໃນ​ປີ 2009.

ທ່ານທະນາວັດ ໂພນິໄຊ, ອະທິການບໍດີມະຫາວິທະຍາໄລກ່າວ “ລະດັບສູງຂອງໜີ້ຄົວເຮືອນກໍາລັງທໍາຮ້າຍຄວາມດຶງດູດຂອງນັກລົງທຶນຂອງປະເທດຊາດຍ້ອນວ່າມັນຈໍາກັດການບໍລິໂພກແລະການເຕີບໂຕໃນອະນາຄົດ”.

ອີງຕາມຜົນສຳຫຼວດໃນທ້ານເດືອນ ມີນາ ທີ່ຜ່ານມາ ພົບອັດອັດຕານີ້ຄົວເຮືອນຂອງປະເທດໄທ ແມ່ນທຽບເທົ່າກັບ 90.8% ຂອງ GDP.

ປະເທດໄທ, ເຊິ່ງເປັນປະເທດເສດຖະກິດໃຫຍ່ອັນດັບ 2 ໃນອາຊີຕາເວັນອອກສ່ຽງໃຕ້ ຖັດຈາກສິງກະໂປ, ຕົກຢູ່ໃນສະພາວະຊະລໍໂຕທາງເສດລະກິດ ໂດຍການເຕີບໂຕຂອງ GDP ທີ່ຊ້າກວ່າເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ.

ແຕ່ຢ່າງໃດກໍຕາມ, ທ່ານ ທານາວັດ ກ່າວ​ວ່າ: ອັດຕາ​ໜີ້ ​ຄົວ​ເຮືອນ​ຕໍ່ GDP ຄາດ​ວ່າ​ຈະ​ຫຼຸດ​ລົງ​ເປັນ 89% ​ໃນ​ປີໜ້າ, ​ໂດຍ​ໄດ້​ຮັບ​ການ​ຊຸກຍູ້​ຈາກ​ມາດ​ຕະການ​ກະ​ຕຸ້ນ​ໃໝ່ຂອງລັດຖະບານ, ​ໂດຍ​ສະ​ເພາະ​ແມ່ນ​ຮູບ​ແບບ​ການ​ແຈກ​ຈ່າຍ​ເງິນ​ສົດທີ່ພັດທະນາມາຈາກໂຄງການ Digital Wallets ທີ່ຄາດ​ວ່າ​ຈະ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດໃນລະດັບໜຶ່ງ.

ທີ່ມາ: Vnexpress

https://e.vnexpress.net/news/business/economy/thailand-s-household-debt-reaches-18-year-high-4792585.html