ອັດຕາເງິນເຟີ້ເດືອນສິງຫາ 2024 ຍັງເໜັງຕີງເພີ່ມຂຶ້ນ ຢູ່ໃນລະດັບ 24,3% (ເດືອນກໍລກົດ 2024 ຢູ່ໃນ ລະດັບ 26,1%), ຊຶ່ງເປັນການເນັງຕີງເພີ່ມຂຶ້ນຊ້າລົງຈາກເດືອນທີ່ຜ່ານກາ. ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ ເພີ່ມຂຶ້ນສູງແມ່ນ ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 37,6%. ຕາມການລາຍງານຂອງ ສູນສະຖິຕິແຫ່ງຊາດ

ສຳລັບ ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພິງຫຸງຕົ້ມ ເພີ່ມຂຶ້ນ 34,9%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 33,2%, ໝວດເຄື່ອງໃຊ້ໃນ ເຮືອນ ເພີ່ມຂຶ້ນ 31,6%, ສໍາລັບໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 22,5%.

ເມື່ອສົມທຽບການປ່ຽນແປງຂອງລາຄາສິນຄ້າເດືອນ ສິງຫາ 2024 ໃສ່ກັບເດືອນກໍລະກົດທີ່ຜ່ານມາ ເຫັນວ່າ ມີທ່າອ່ຽງເໜັງຕີງເພີ່ມຂື້ນຊ້າລົງ ຢູ່ໃນລະດັບ 1,1% (ເດືອນກໍລະກົດ 2,2%).

ໃນນັ້ນ, ໝວດສິນຄ້າທີ່ມີການ ປ່ຽນແປງຫຼາຍແມ່ນ ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 2,9% ພົ້ນເດັ່ນແມ່ນລາຄາ ເຂົ້າປຽກເພີ່ມຂຶ້ນ (6,2%), ເບຍ (6%), ປີ້ງໄກ່ (4,1%), ໝວດການສຶກສາ ເພີ່ມຂຶ້ນ 2,3% ພົ້ນເດັ່ນແມ່ນ ເຄື່ອງແບບນັກຮຽນ ເພີ່ມຂຶ້ນ (4%), ປື້ມຫຼັກສູດການຮຽນ (3,6%), ຄ່າຮຽນເພີ່ມ (2,4%), ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ ມີທາດເຫຼົ້າ ເພີ່ມຂຶ້ນ 2,2% ພົ້ນເດັ່ນແມ່ນ ຜັກຊີ (19,8%), ຜັກຫອມລາບ (18,8%), ໝາກເຜັດດິບ (17,9%), ໄຂ່ໄກ່ (5,9%), ຊີ້ນໝູ (3%), ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 2,2% ພົ້ນເດັ່ນແມ່ນ ຕຽນນອນ (8%), ແອເຢັນ (5,9%), ແຟັບຊັກເຄື່ອງ (4,3%), ດອກໄຟ (9%).

ເຖິງແມ່ນວ່າມີຫຼາຍລາຍການສິນຄ້າຍັງສືບ ຕໍ່ເພີ່ມຂຶ້ນກໍ່ຕາມ, ແຕ່ເມື່ອທຽບກັບເດືອນຜ່ານມາເຫັນວ່າຍັງມີບາງລາຍການສິນຄ້າມີລາຄາທີຫຼຸດລົງ ເປັນຕົ້ນແມ່ນ ບາງສິນຄ້າໃນໝວດຄົມມະນາຄົມ ແລະ ການຂົນສົ່ງ ເຊັ່ນ: ລາຄາລົດໃຫຍ່, ລົດຈັກ ແລະ ລາຄານນໍ້າມັນເຊື້ອໄຟ; ລາຄາສິນຄ້າໃນໝວດສິນຄ້າ ແລະ ບໍລິການອື່ນໆ ເປັນຕົ້ນແມ່ນລາຄາຄໍາ.

ສໍາລັບສາເຫດທີ່ເຮັດໃຫ້ອັດຕາເງິນເຟີ້ ຂອງ ສປປ ລາວ ຍັງສູງຄືດັ່ງກ່າວນັ້ນ ສາເຫດຍັງແມ່ນຄືກັບໄລຍະ ຜ່ານໆມາ ເປັນຕົ້ນແມ່ນ: (1) ສະພາບການຜະລິດພາຍໃນຍັງບໍ່ທັນເຂັ້ມແຂງ, ເຊິ່ງຜົນຂອງການສົ່ງເສີມການຜະລິດ ພາຍໃນທີ່ກຳລັງຊຸກຍູ້ສົ່ງເສີມໃນປະຈຸບັນຍັງມີຄວາມຈຳເປັນຕ້ອງໃຊ້ເວລາ; (2) ສະພາບການປ່ຽນແປງຂອງອັດຕາ ແລກປ່ຽນ ທີ່ຍັງບໍ່ທັນສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ; (3) ສະພາບການຄຸ້ມຄອງລາຄາສິນຄ້າຍັງບໍ່ທັນໄດ້ດີເທົ່າ ທີ່ຄວນ.