ສປປ ລາວ ກຳລັງຊຸກຍູ້ປັບປຸງ ດ້ານກະສິກຳ ຂອງປະເທດໃຫ້ດີຂຶ້ນ, ພາຍໃຕ້ໂຄງການ ການກໍ່ສ້າງໂຮງງານຂ້າສັດທັນສະໄໝ, ເຊິ່ງຄາດວ່າ ຈະກາຍ ເປັນໜຶ່ງ ໃນໂຄງການ ສາກົນ ທີ່ໃຫຍ່ທີ່ສຸດ ໃນລາວ ແລະ ໃນພາກພື້ນ ອາຊີຕາເວັນອອກ ສ່ຽງໃຕ້.

ໂຄງການດັ່ງກ່າວແມ່ນໄດ້ຖືກພັດທະນາໂດຍບໍລິສັດ ຄຳນເຊິງ ສາກົນຈໍາກັດ. ໂດຍສະຖານ​ທີ່​ດັ່ງກ່າວ​ພວມ​ກໍ່ສ້າງ​ຢູ່​ບ້ານ ສິມມະໂນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

​ໂຄງການ​ດັ່ງກ່າວ, ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ທ້າຍ​ປີ 2024 ​ແລະ ເປີດດຳ​ເນີນ​ການ​ໃນ​ຕົ້ນ​ປີ 2025, ​ເຊິ່ງຈະ​ມີ​ບົດບາດ​ສຳຄັນ​ໃນ​ພື້ນຖານ​ໂຄງ​ລ່າງ​ກະສິກຳ ​ແລະ ຜະລິດ​ສະບຽງ​ອາຫານ​ຂອງ​ພາກ​ພື້ນ.

ລາຍງານຄວາມຄືບໜ້າດັ່ງກ່າວ ເກີດຂຶ້ນໃນລະຫວ່າງການຢ້ຽມຢາມໂຄງການຂອງ ທ່ານ ດຣ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເມື່ອອາທິດທີ່ຜ່ານມາ.

​ໃນ​ການ​ຢ້ຽມຢາມ, ທ່ານ ​ດຣ ລິນຄຳ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ໂຄງການ​ນີ້​ໃນ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ແລະ ຊຸກຍູ້​ການ​ຜະລິດ​ສິນຄ້າ​ຢູ່​ລາວ.

ໂອກາດນີ້ ຕາງໜ້າ ບໍລິສັດ ໄດ້ລາຍງານກ່ຽວກັບສະພາບລວມຂອງໂຄງການກໍ່ສ້າງໂຮງຂ້າສັດທັນສະໄໝ  ໂດຍສະເພາະແມ່ນຄວາມຄືບໜ້າຂອງໂຄງການ ຊຶ່ງຄາດວ່າຈະສຳເລັດການກໍ່ສ້າງ ໃນທ້າຍປີ 2024 ແລະ ກຽມເປີດນໍາໃຊ້ໃນຕົ້ນປີ 2025 ໂດຍໂຮງງານມີຂະໜາດ 68 ແມັດ x 258 ແມັດ, ມີກໍາລັງການຜະລິດ 1 ພັນໂຕ/ວັນ (ເຮັດວຽກ 2 ກະ 16 ຊົ່ວໂມງ) ມູນຄາການລົງທຶນທັງໝົດ ແມ່ນ 500 ລ້ານໂດລາ.

ພາຍຫຼັງ​ການ​ລົງ​ຢ້ຽມຢາມ, ທ່ານ​ລັດຖະມົນຕີ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຢູ່​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ໂຄງການ ​ແລະ ບັນດາ​ບາດກ້າວ​ທີ່​ຈຳ​ເປັນ​ໃນ​ການ​ປະຕິບັດ​ໃຫ້​ສຳ​ເລັດ​ຜົນ.

ທ່ານຮຽກຮ້ອງມາຍັງບັນດາກົມວິຊາການທີ່ກ່ຽວຂ້ອງ, ເປັນຕົ້ນແມ່ນພະແນກລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ຈົ່ງພ້ອມກັນສົມທົບກັນຢ່າງແໜ້ນແຟ້ນ ເພື່ອເຮັດໃຫ້ໂຄງການດັ່ງກ່າວບັນລຸຕາມຄາດໝາຍ.

ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເນັ້ນໜັກເຖິງຄວາມຈຳເປັນຂອງການປະສານງານລະອຽດຂອງທຸກພາກສ່ວນທີ່ກ່ຽວຂ້ອງ, ໂດຍຖືວ່າ ໂຄງການນີ້ບໍ່ພຽງແຕ່ເປັນຜົນສຳເລັດອັນສຳຄັນຂອງປະເທດລາວເທົ່ານັ້ນ ແຕ່ຍັງເປັນການພັດທະນາອັນສຳຄັນຂອງຂະແໜງອຸດສາຫະກຳກະສິກຳຂອງອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ.

ທີ່ມາ: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ, https://www.facebook.com/100063552519728/videos/1190256948871928