ຕັ້ງແຕ່ຕົ້ນອາທິດທີ່ຜ່ານມາ Bitcoin ແລະ ຕະຫຼາດ Crypto ປັບໂຕຂຶ້ນສູງສອດຄ່ອງກັບການເຄື່ອນໄຫວທີ່ຂັບເຄື່ອນຄວາມສຽງໃນຕະຫຼາດໂລກ ທ່າມກາງຄວາມຄາດຫວັງທີ່ FED ຈະຫຼຸດດອກເບ້ຍ ໃນເດືອນກັນຍານີ້.

ໂດຍ ວັນທີ 20 ສິງຫາ ລາຄາ Bitcoin ເພີ່ມຂຶ້ນ 2.45% ເຄື່ອນໄຫວໃນລະດັບ 60,906.70 ໂດລາ ຕໍ່ 1 Bitcoin.

ນອກຈາກຕະຫຼາດ Crypto ຕະຫຼາດຮຸ້ນໃນສະຫະລັດເອງກໍມີການປັບໂຕຂຶ້ນເຊັ່ນດຽວກັນ.

ໂດຍ Trader ກຳລັງປະເມີນຄວາມເປັນໄປໄດ້ທີ່ຈະເກີດການຫຼຸດອັດຕາດອກເບ້ຍຂອງ FED ຫຼື ທະນາຄານກາງຂອງສະຫະລັດ ອາເມຣິກາ ລົງ 25 ຈຸດ ຕາມເຄື່ອງມືຂອງ Fedwatch ຂອງ CME.

ໂດຍປະເດັນດັ່ງກ່າວ ຕ້ອງຖ້າເບິ່ງການຖະແຫຼ່ງຂ່າວຂອງ ປະທານ FED ທີ່ຈະມີຂຶ້ນໃນວັນສຸກນີ້ ທີ່ກອງປະຊຸມ Jackson Hole Symposium, ເຖິງແມ່ນວ່າຈະບໍ່ລະບຸເຖິງແຜນການລົດດອກເບ້ຍໂດຍກົງ ແຕ່ມີການຄາດການວ່າລາວຈະໃຫ້ຄວາມຄິດເຫັນທີ່ເປັນກຳລັງໃຈຫຼາຍຂຶ້ນ ໂດຍສະເພາະຂໍ້ມູນຫຼ້າສຸດທີ່ສະແດງເຖິງອັດຕາເງິນເຟີ້ຂອງ ສະຫະລັດ ທີ່ລົດລົງ.

ອັດຕາດອກເບ້ຍທີ່ຕໍ່າລົງເປັນຜົນດີຕໍ່ສິນຊັບທີ່ເນັ້ນຄວາມສ່ຽງສູງ ແລະ ມີລັກສະນະເກັງກຳໄລຢ່າງ Crypto.

ລາຄາ Crypto ໂດຍລວມ ໃນມື້ນີ້ມີການປັບໂຕຂຶ້ນເຊັ່ນ Ether ເພີ່ມຂຶ້ນ 2.2%, SOL ເພີ່ມຂຶ້ນ 3.7%, XRP ADA ແລະ MATIC ເພີ່ມຂຶ້ນລະຫວ່າ 3% ຫາ 7%

ທີ່ມາ:  https://th.investing.com/news/cryptocurrency-news/article-210872