ເປັນຫຍັງ ເຮົາຈຶ່ງມັກເບິ່ງ IG Story ຕົວເອງຊຳ້ໆ!

ມີໃຜທີ່ມັກລົງ Story ແລ້ວມັກກົດເຂົ້າໄປເບິ່ງຊຳ້ໆບໍ່? ວ່າມີໃຜແດ່ເຂົ້າມາກົດໄລ້ ຫຼື ມີຣີແອັກຊັນຫຍັງກັບໂພສຂອງເຮົາ ພຶດຕິກຳແບບນີ້ມີຊື່ເອີ້ນວ່າ The Looking Glass Theory ຫຼື “ ແວ່ນແຍງຕົວເອງ”ເປັນການເບິ່ງໃຫ້ແນ່ໃຈວ່າ ເຮົາໃນສາຍຕາຄົນອື່ນເປັນແນວໃດນັ້ນເອງ

ເປັນອາການຂອງຄົນທີ່ຢາກຮູ້ວ່າ ຄົນອື່ນຈະເບິ່ງເຮົາແນວໃດ ຖ້າລົງ Story ແບບໜ້າຮັກໆ ເຮົາກໍຈະຄາດຫວັງໃຫ້ຄົນອື່ນເບິ່ງວ່າເຮົາໜ້າຮັກ ເມື່ອເຮົາຄາດຫວັງໃຫ້ຄົນອື່ນເຫັນເຮົາໃນມຸມທີ່ດີ ເລີຍເຮັດໃຫ້ຢາກກັບໄປເບິ່ງສະຕໍລີຂອງຕົວເອງຊຳ້ໆ ເພື່ອເຊັກວ່າມີໃຜເຂົ້າມາສ່ອງສະຕໍລີເຮົາແດ່ ແລະ ຢາກເຫັນມຸມທີ່ຄົນອື່ນເຫັນເຮົາວ່າເປັນແນວໃດ

ຖ້າສິ່ງທີ່ລົງໄປເຮົາຄິດວ່າ ມັນດູດີ ຫຼື ເບິ່ງຄືສະຫຼາດ ເຮົາຍິ່ງຈະຄາດຫວັງຜົນຕອບຮັບໃນທາງບວກ ເຮັດໃຫ້ກົດເບິ່ງຊຳ້ໆຫຼາຍເທື່ອ ເພື່ອເຮັດໃຫ້ຮູ້ສຶກດີ ທີ່ໄດ້ເຫັນມຸມດີໆຂອງຕົວເອງທີ່ຄົນອື່ນໃຫ້ການຍອມຮັບ

ແມ່ນວ່າ ເລື່ອງນີ້ກໍບໍ່ໄດ້ຜິດຫຍັງມັນເປັນພຶດຕິກຳທຳມະຊາດຂອງມະນຸດເອີ້ນວ່າ ເປັນການສ້າງຄວາມໝັ່ນໃຈໃຫ້ຕົວເອງຮູບແບບໜຶ່ງ ແຕ່ກໍຢ່າໄປໝົກໝຸ້ນ ຫຼື ຄາດຫວັງຫຼາຍຈົນເກີນໄປຈະເຮັດໃຫ້ຂາດຄວາມໝັ່ນໃຈຍ້ອນຄອມເມັນຈາກໂຊຊຽວມີເດຍ ອາດເຮັດໃຫ້ຕົວເອງນອຍໄດ້.