ລັດຖະບານແຫ່ງ ສປປ ລາວ, ກະຊວງການເງິນ ແລະ ບໍລິສັດ ເອໄອດີຊິເທັກ ຈໍາກັດຜູ້ດຽວ ລົງນາມສັນຍາ ເພື່ອສຶກສາ ແລະ ອອກແບບ ເພື່ອພັດທະນາ ໂມດູນ ຕິດຕາມ ແລະ ຄຸ້ມຄອງການເກັບລາຍຮັບ ຄ່າບິນຜ່ານນ່ານຟ້າ ແລະ ຂຶ້ນ-ລົງຈອດ ຢູ່ ສປປ ລາວ.

ອີງຕາມການລາຍງານຂອງກະຊວງການເງິນ, ພິທີດັ່ງກ່າວ ມີຂຶ້ນໃນວັນທີ 14 ສິງຫາ 2024, ໂດຍການລົງນາມຂອງທ່ານ ສົມຈິດ ຄໍາມຸງຄຸນ ວ່າການຫົວໜ້າຫ້ອງການ ກະຊວງການເງິນ ແລະ ທ່ານ ພຶດສະພາ ພູມມະສັກ ປະທານ ບໍລິສັດ ເອໄອດີຊິເທັກ ຈໍາກັດຜູ້ດຽວ.

ໂດຍການເຊັນສັນຍາຮ່ວມມື ໃນຄັ້ງນີ້ ແມ່ນເພື່ອຮັບປະກັນໃນການຈັດຕັ້ງປະຕິບັດ ການສຶກສາ ແລະ ອອກແບບ ເພື່ອພັດທະນາ ໂມດຸນຄຸ້ມຄອງ ເກັບລາຍຮັບ ການເຄື່ອນຍ້າຍແຮ່ທາດ ແລະ  ສິນຄ້າຄວບຄຸມ ແລະ ພັດທະນາ ໂມດຸນຕິດຕາມ ແລະ ຄຸ້ມຄອງການເກັບລາຍຮັບ ຄ່າບິນຜ່ານ ນ່ານຟ້າ ແລະ ຂຶ້ນ-ລົງ ຈອດ ຢູ່ ສປປ ລາວ, ລວມທັງ ຄ່າທໍານຽມ-ຄ່າບໍລິການ ແລະ ພັນທະອື່ນໆ ທີ່ຕິດພັນ ໃຫ້ສໍາເລັດ ຕາມຄວາມ ຕ້ອງການ ແລະ ຄາດໝາຍເພື່ອຄົ້ນຄວ້າກໍານົດຄວາມຕ້ອງການທາງດ້ານເຕັກນິກ ອອກແບບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສອດຄ່ອງກັບ ທິດຫັນເປັນທັນສະໄໝລວມສູນ ຂອງຂະແໜງການເງິນ ໃນການຄຸ້ມຄອງງົບປະມານແຫ່ງລັດ.

ການເຄື່ອນໄຫວດັ່ງກ່າວ ຍັງແນໃສ່ການ ຄຸ້ມຄອງການຂຸດຄົ້ນ, ປຸງແຕ່ງ ແລະ ເຄື່ອນຍ້າຍ ແຮ່ທາດ ແລະ ບັນດາສິນຄ້າ ຄວບຄຸມ ຂອງ ສປປ ລາວ ໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນສູງ ທັງສາມາດເຊື່ອມຕໍ່ເຂົ້າ ລະບົບ ຂອງ ທະນາຄານ ແຫ່ງ ສປປ ລາວ ແລະ ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ.

ທ່ານ ພຶດສະພາ ພູມມະສັກ ກ່າວວ່າ: ການຮ່ວມມືໃນຄັ້ງນີ້ ເພື່ອພັດທະນາວຽກງານຄຸ້ມຄອງລາຍຮັບຂອງກະຊວງການເງິນ ໃນ ບາງໂມດຸນໃຫ້ກາຍເປັນທັນສະໄໝ ເຊິ່ງມີຄວາມໝາຍຄວາມສຳຄັນຫຼາຍຕໍ່ ສປປ ລາວ ເປັນຕົ້ນແມ່ນການຄຸ້ມຄອງ ແລະ ເກັບລາຍຮັບ ການ ເຄື່ອນຍ້າຍແຮ່ທາດ ແລະ ສິນຄ້າຄວບຄຸມ ຢູ່ ສປປ ລາວ ທັງມີລະບົບລວມສູນ ທີ່ສາມາດຄຸ້ມຄອງ ແລະ ຈັດການໄດ້ແບບທັນທີ; ຕິດຕາມ ສະພາບການເຄື່ອນຍ້າຍຂອງລົດບັນທຸກແຮ່ທາດ ແລະ ສິນຄ້າຄວບຄຸມດ້ວຍລະບົບ GPS, ກວດສອບການປະຕິບັດພັນທະ ຊັບພະຍາກອນທໍາມະຊາດ ແລະ ພາສີ ສົ່ງອອກ ທີ່ກ່ຽວພັນກັບແຮ່ທາດ ແລະ ສິນຄ້າຄວບຄຸມ ໃຫ້ມີຄວາມຖືກຕ້ອງ ແລະ ໂປ່ງໃສ, ສາມາດ ເຊື່ອມຕໍ່ MTS ກັບ ກະຊວງທີ່ກ່ຽວຂ້ອງ ເຊັ່ນ: ເຊື່ອມຕໍ່ຫາປະເພດທະບຽນວິສາຫະກິດ ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ເຊື່ອມຕໍ່ ກັບໃບອະນຸຍາດສໍາປະທານ ຂອງກະຊວງແຜນການ ແລະ ການລົງທຶນ, ເຊື່ອມຕໍ່ກັບການອະນຸຍາດສົ່ງອອກແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງອື່ນໆ; ເຊື່ອມຕໍ່ກັບລະບົບທັນສະໄໝ ຄຸ້ມຄອງງົບປະມານແຫ່ງລັດ ຂອງ ກະຊວງການເງິນ ແລະ ຂະແໜງການທີ່ກ່ຽວຂ້ອງ.

ສໍາລັບການພັດທະນາ ໂມດຸນຕິດຕາມ ແລະ ຄຸ້ມຄອງ ການເກັບລາຍຮັບ ຄ່າບິນຜ່ານນ່ານຟ້າ ແລະ ຂຶ້ນ-ລົງຈອດ ຢູ່ ສປປ ລາວ, ລວມທັງຄ່າ ທໍານຽມ-ຄ່າບໍລິການ ແລະ ພັນທະອື່ນໆທີ່ຕິດພັນ; ແມ່ນຈະໄດ້ມີການເຊື່ອມຕໍ່ລະບົບທີ່ພັດທະນາຫາລະບົບ ຂອງ ກະຊວງການເງິນ ຫຼື ລະບົບອື່ນໆທີ່ກ່ຽວຂ້ອງ ຜ່ານລະບົບ APS ເຂົ້າສູ່ລະບົບ ຂອງທະນາຄານ ແຫ່ງ ສປປ ລາວ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອ ລວມສູນການຊຳລະ ຜ່ານລະບົບຊຳລະພັນທະງົບປະມານແຫ່ງລັດ ຫຼື ລະບົບອື່ນໆ ໂດຍເຊື່ອມຕໍ່ກັບ ລະບົບການກວດສອບລາຍຮັບ ຂອງ ທະນາຄານແຫ່ງ ສປປ ລາວ ເພື່ອທຽບກັບຂໍ້ມູນເຮືອບິນຜ່ານ ແລະ ຂຶ້ນ-ລົງຈອດ ຢູ່ ສປປ ລາວ.

ແຍກລາຍຮັບ ວິຊາການ, ຄ່າພັນທະ ແລະ ລາຍຮັບອື່ນໆ; ກວດກາຂໍ້ມູນ ຈໍານວນເຮືອບິນ ທີ່ບິນຜ່ານນ່ານຟ້າ ແລະ ຂຶ້ນ-ລົງ ຈອດ ຢູ່ ສປປ ລາວ; ສຶກສາ ເຄື່ອງມືຕິດຕາມວິທະຍຸການບິນ ແລະ ລະບົບເລດາ ເພື່ອປະເມີນ ແລະ ແນະນໍາ ເຄື່ອງມືທີ່ໝາະສົມ, ລວມເຖິງການສຶກສາງົບປະມານ ໃນການປັບປຸງພື້ນຖານໂຄງລ່າງ ແລະ ອຸປະກອນດັ່ງກ່າວ ໃຫ້ທັນສະໄໝ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາ; ສຶກສາ ວິທີເພີ່ມລາຍຮັບ ແລະ ທວງໜີ້ ໃຫ້ວຽກງານບໍລິການ ເຮືອບິນ ບິນຜ່ານນ່ານຟ້າ ແລະ ຕິດຕາມເຮືອບິນຂຶ້ນ-ລົງຈອດ ຢູ່ ສປປ ລາວ.ທີ່ມາ:https://www.mof.gov.la/index.php/2024/08/15/mofnews-mof-aidc-2024/