ແຂວງອຸດົມໄຊຈັດກອງປະຊຸມ ປຶກສາຫາລື ຜົນການກວດກາ ແລະ ເກັບກຳຂໍ້ມູນທີ່ດິນປ່າໄມ້ 2 ໂຄງການພັດທະນາ ພະລັງງານແສງຕາເວັນ ຢູ່ແຂວງອຸດົມໄຊ ຄາດກວມເອົາເນື້ອທີ່ທັງໝົດ ຫຼາຍກວ່າ 3 ພັນ ເຮັກຕາ.

ຕາມຂໍ້ມູນຈາກ ແຫຼ່ງຂ່າວທ້ອງຖິ່ນ, ກອງປະຊຸມ ປຶກສາຫາລື ຜົນການລົງກວດກາ ແລະ ການເຄື່ອນໄຫວ ເກັບກຳຂໍ້ມູນທີ່ດິນປ່າໄມ້ດັ່ງກ່າວ ມີຂຶ້ນເມື່ອທ້າຍອາທິດທີ່ຜ່ານມາ  ໂດຍການເປັນປະທານ ຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງໆອຸດົມໄຊ ພ້ອມມີ ພະແນກການຂັ້ນແຂວງ ແລະ ຜູ້ພັດທະນາໂຄງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງໆອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ຜົນການກວດກາ ແລະ ເກັບກຳຂໍ້ມູນທີ່ດິນປ່າໄມ້ ນອນໃນເຂດພັດທະນາ ໂຄງການພະລັງງານແສງຕາເວັນ ຂອງ ພື້ນທີ່ລົງສຶກສາ ແລະ ສຳຫຼວດຄວາມເປັນໄປໄດ້ ໃນການພັດທະນາ ໂຄງການເບື້ອງຕົ້ນ ມີທັງໝົດ 3.637,54 ເຮັກຕາ, ຊຶ່ງຜ່ານການສຳຫຼວດ, ເກັບກຳຂໍ້ມູນຜົນກະທົບ ແລະ ການອອກແບບໂຄງການ ແມ່ນມີເປົ້າໝາຍພັດທະນາຕົວຈິງ ຈຳນວນ 2.132,78 ເຮັກຕາ ກວມເອົາ 7 ບ້ານຂອງເມືອງໄຊ ແລະ ເມືອງນາໝໍ້, ສາມາດແຍກແຕ່ລະປະເພດທີ່ດິນຄື:ດິນກະສິກຳ,ດິນປ່າໄມ້ສະຫງວນ (ປ່າສະຫງວນບ້ານ, ປ່າປ້ອງກັນບ້ານ ແລະ ປ່າຊົມໃຊ້ບ້ານ),ດິນປ່າໄມ້, ດິນສວນ.

ຕາມຂໍ້ມູນຈາກ ແຫຼ່ງຂ່າວທ້ອງຖິ່ນ ສຳລັບໂຄງການພະລັງງານແສງຕາເວັນ ຂອງອີກໜຶ່ງ ບໍລິສັດ ທີ່ກວມເອົາ 2 ບ້ານ ຂອງ ເມືອງນາໝໍ້ແມ່ນບ້ານວັງອ່າງ ແລະ ບ້ານນໍ້າຕອງ, ມີເນື້ອທີ່ເປົ້າໝາຍການພັດທະນາຂອງໂຄງການ ທັງໝົດ 1.483,12 ເຮັກຕາ, ຊຶ່ງສາມາດແຍກແຕ່ລະປະເພດທີ່ດິນ ຄື: ທີ່ດິນກະສິກຳ 980,21, ທີ່ດິນປ່າໄມ້ (ປ່າສະຫງວນຂອງບ້ານ) 502,91 ເຮັກຕາ, ທີ່ດິນປ່າໄມ້ (ຍັງບໍ່ມີການບຸກລຸກ) 159,08 ເຮັກຕາ, ທີ່ດິນປ່າໄມ້ ທີ່ປະຊາຊົນເຂົ້າໄປທຳການຜະລິດ 343,83 ເຮັກຕາ, ມີດິນສວນ 343,76 ເຮັກຕາ, ດິນນາ 0,07 ເຮັກຕາ.

ຜ່ານການລົງກວດກາທີ່ດິນປ່າໄມ້ຕົວຈິງຂອງ 2 ໂຄງການດັ່ງກ່າວ ເຫັນວ່າ ການນໍາໃຊ້ຖານຂໍ້ມູນ ໂດຍອີງຕາມແຜນຈັດສັນທີ່ດິນຈຸລະພາກຂັ້ນບ້ານ ແລະ ການແບ່ງດິນ-ແບ່ງປ່າ ແມ່ນຖືກຕ້ອງ ແລະ ໃກ້ຄຽງທີ່ສຸດກັບການຄຸ້ມຄອງ ແລະ ນຳໃຊ້ທີ່ດິນຕົວຈິງຂອງປະຊາຊົນ.

ທີ່ມາ: ຂປລ