ສປປ-ລາວ

ສປປ ລາວ ກຽມສ້າງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ແບບລວມສູນ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ບັນດາທະນາຄານທຸລະກິດ ໃຫ້ປະຊາຊົນມາຊື້ຂາຍແລກປ່ຽນກັນເອງ ຜ່ານລະບົບຂອງ ທະນາຄານ ຊຸກຍູ້ໃຫ້ສັງຄົມຫັນມາແລກປ່ຽນໃນລະບົບເພີ່ມຂຶ້ນສອດຄ່ອງກັບການດໍາເນີນທຸລະກິດ ແລະ ສາມາດຕິດຕາມກວດກາໄດ້.

.

ໂດຍອີງຕາມການລາຍງານຂອງ ທະນາຄານແຫ່ງ ສປປ ລາວ, ພິທີເຊັນບົດບັນທຶກຄວາມເຂົ້າໃຈ ດັ່ງກ່າວ ເກີດຂຶ້ນໃນຕອນແລງຂອງ ວັນທີ 05 ສິງຫາ 2024 ທີ່ໂຮງແຮມສຸພັດ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຄີພະຍານ ຂອງ ທ່ານ ນ. ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ ທຫລ, ພ້ອມດ້ວຍບັນດາທ່ານຮອງຜູ້ວ່າການ ທຫລ, ທ່ານ ພຸດທະໄຊ ສີວິໄລ ປະທານສະມາຄົມທະນາຄານລາວ, ຄະນະກົມກ່ຽວຂ້ອງຂອງ ທຫລ, ຄະນະຜູ້ບໍລິຫານຂອງ ບັນດາທະນາຄານທຸລະກິດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ ທີ່ມີຄວາມສົນໃຈສຶກສາ ແລະ ປະເມີນຜົນຄວາມເປັນໄປໄດ້ ໃນການລົງທຶນ ແລະ ພັດທະນາໂຄງການສ້າງຕະຫຼາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນ.

.

ໃນພິທີເຊັນບົດບັນທຶກດັ່ງກ່າວຕາງໜ້າ ທຫລ ໂດຍແມ່ນທ່ານ ຫົວໜ້າຫ້ອງການ ທຫລ ແລະ ບັນດາທະນາຄານທຸລະກິດ ໂດຍແມ່ນທ່ານຜູ້ອຳນວຍການ ຂອງ ທະນາຄານກ່ຽວຂ້ອງ ຈໍານວນ 15 ແຫ່ງ.

.

ໃນໄລຍະທີ່ຜ່ານມາ ໄດ້ມີບັນຫາຄວາມບໍ່ສົມດຸນ ລະຫວ່າງຄວາມຕ້ອງການ ແລະ ການສະໜອງເງິນຕາຕ່າງປະເທດໃນລະບົບເສດຖະກິດ ເນື່ອງຈາກຄວາມຕ້ອງການເງິນຕາ ເພື່ອຊໍາລະຄ່າສິນຄ້າ ແລະ ບໍລິການ ຈາກຕ່າງປະເທດ ແລະ ພັນທະໜີ້ສິນຕໍ່ຕ່າງປະເທດທີ່ຍັງຢູ່ໃນລະດັບສູງ ຈຶ່ງເຮັດໃຫ້ອັດຕາແລກປ່ຽນອ່ອນຄ່າແລະ ອັດຕາເງິນເຟີ້ ຍັງຢູ່ໃນລະດັບສູງ ຊຶ່ງກະທົບຕໍ່ກັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນລາວຢ່າງຫຼີກລ່ຽງບໍ່ໄດ້. ການແລກປ່ຽນເງິນຕາຢູ່ຕະຫຼາດນອກລະບົບ ພາໃຫ້ມີຄວາມຫຍຸ້ງຍາກໃນການຕິດຕາມກວດກາ ແລະ ການເກັບກໍາຂໍ້ມູນທຸລະກໍາຢູ່ນອກລະບົບ ຊຶ່ງເປັນອຸປະສັກໃນການດໍາເນີນນະໂຍບາຍຂອງ ທຫລ.

.

ໃນພິທີ ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມນະໂຍບາຍເງິນຕາ, ທຫລ ຕາງໜ້າ ຄະນະຄົ້ນຄວ້າສ້າງຕັ້ງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ທີ່ລວມສູນ ກ່າວວ່າ: ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ ແລະ ຄຸ້ມຄອງອັດຕາແລກປ່ຽນໃຫ້ກ້າວເຂົ້າສູ່ຄວາມ ໝັ້ນທ່ຽງເທື່ອລະກ້າວ ແລະ ເປັນການຊຸກຍູ້ໃຫ້ສັງຄົມຫັນມາແລກປ່ຽນໃນລະບົບເພີ່ມຂຶ້ນ, ທຫລ ຈຶ່ງມີແນວຄວາມຄິດຕ້ອງການສ້າງຕະຫຼາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນ ເປັນ Platform ຊື້-ຂາຍເງິນຕາ ທີ່ອະນຸຍາດໃຫ້ ບຸກຄົນ ແລະ ນິຕິບຸກຄົນ ສາມາດເຂົ້າຮ່ວມການຊື້-ຂາຍເງິນຕາ ໄດ້ຢ່າງສະດວກ, ສອດຄ່ອງກັບການດໍາເນີນທຸລະກິດ ແລະ ສາມາດຕິດຕາມກວດກາໄດ້.

.

ພອ້ມດຽວກັນນີ້ ທ່ານ ພຸດທະໄຊ ສີວິໄລ ປະທານສະມາຄົມທະນາຄານລາວ ກໍ່ໄດ້ເນັ້ນ ໜັກຕື່ມຕໍ່ການຈັດຕັ້ງປະຕິບັດໂດຍສະເພາະ ໃນໄລຍະທົດລອງການນໍາໃຊ້ລະບົບນີ້, ສະມາຄົມທະນາຄານລາວ ຈະປະສານສົມທົບກັບບັນດາກົມກ່ຽວຂ້ອງຂອງ ທຫລ ສ້າງແຜນຝຶກອົບຮົມ ແລະ ຄູ່ມືການນໍາໃຊ້ລະບົບໃຫ້ແກ່ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອໃຫ້ກໍາໄດ້ ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດຕົວຈິງ.

.

ປະຈຸບັນ, ທຫລ ໄດ້ສໍາເລັດການຄົ້ນຄວ້າຮູບແບບແນວຄວາມຄິດ (Concept) ຂອງການສ້າງຕະຫຼາດດັ່ງກ່າວ, ໄດ້ສໍາເລັດການຈັດກອງປະຊຸມເພື່ອປຶກສາຫາລື ແລະ ລະດົມຄວາມຄິດ ໃນການສ້າງຕະຫຼາດແລກປ່ຽນເງິນຕາ ຮ່ວມກັບບັນດາທະນາຄານທຸລະກິດ ທີ່ມີເງື່ອນໄຂເຂົ້າເປັນຜູ້ຖືຮຸ້ນໃນການຕັ້ງເປັນນິຕິບຸກຄົນ, ທຫລ ໄດ້ກໍານົດຈຸດປະສົງ ວາງຂອບແນວຄວາມຄິດ, ເງື່ອນໄຂການສ້າງຕັ້ງ ແລະ ຮູບແບບການດໍາເນີນທຸລະກໍາຜ່ານຕະຫຼາດ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ແລະ ປະກອບການຕັດສິນໃຈໃນການເຂົ້າຮ່ວມເປັນຜູ້ສ້າງຕະຫຼາດຊື້-ຂາຍເງິນຕາ ລະຫວ່າງ ທຫລ ກັບທະນາຄານທຸລະກິດ ທີ່ສົນໃຈເຂົ້າຮ່ວມການສ້າງຕັ້ງຕະຫຼາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນ ໃຫ້ສໍາເລັດ, ໃນນັ້ນ ມີ 15 ທະນາຄານ ແຈ້ງເຈດຈໍານົງ ເຂົ້າຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງຕະຫຼາດແລກປ່ຽນເງິນຕາຕ່າງປະເທດທີ່ລວມສູນ.

.

ພາຍຫຼັງເຊັນ MOU ແລ້ວ, ທຫລ ແລະ ບັນດາທະນາຄານທຸລະກິດ ຈະສຸມໃສ່ຄົ້ນຄວ້າ ແລະ ພັດທະນາລະບົບໃຫ້ໄວສ້າງຕັ້ງນິຕິບຸກຄົນ ເພື່ອເລີ່ມເປີດໃຫ້ບໍລິການໃນໄວໆນີ້.