ອາຈານຝັ່ງໄທ ເຜີຍ ພຣະປະທານອົງໃຫຍ່ ຮຽນແບບຍາກ ເຊື່ອ ບໍ່ມີໃຜເອົາມາຝັງສ້າງກະແສ


ຫຼັງເປັນກະແສ ພຣະແທ້ ພຣະປອມ ກັນມາຢ່າງຕໍ່ເນື່ອງໃນໂລກອອນລາຍ ເມື່ອມີຜູ້ໃຊ້ Facebook ຈາກໄທລາຍໜຶ່ງອອກມາໂພສວ່າ ພຣະປະທານອົງດັ່ງກ່າວອາດມີອາຍຸບໍ່ຮອດ 500 ປີ ເພາະຈາກຂໍ້ສັງເກດວ່າ ຖ້າຫາກຈົມຢູ່ໃນນ້ຳມາດົນນານຕ້ອງມີຮ່ອງຮອຍການກັດເຊາະ ພ້ອມທ້າພິສູດວ່າຫາກອາຍຸຮອດ 50 ປີ ຈະຍອມເອົາໃບປະລິນຍາຕົນເອງໄປຕິດກັບອະໄວຍະເພດຂອງໝາເພດແມ່.

ແຕ່ຫຼ້າສຸດ ທ່ານ ຜສ.ດຣ. ໄຊຍະລົງ ເສດເຊື້ອ ອາຈານຈາກຄະນະມະນຸດສາດ ແລະ ສັງຄົມສາດ ມະຫາວິທະຍາໄລມະຫາສາລະຄາມ ໄດ້ອອກມາໂພສຜ່ານເຟສບຸກຕໍ່ປະເດັນດັ່ງກ່າວວ່າ ຢ່າຫາເຮັດ ຂ້ອຍວ່າເລື່ອງນີ້ຄົນບາງຄົນຄວນສະຫງົບປາກສະຫງົບຄຳ ແລະ ຢາກຂໍໂທດໝູ່ຄົນລາວ.

ທັງນີ້ຍັງບອກເພີ່ມອີກວ່າ ຂ້ອນຂ້າງເຊື່ອນັກປະຫວັດສາດສິນ ທີ່ລະບຸວ່າປະຕິມາກຳ ພຣະພຸດທະຮູບ ສິລະປະລ້ານນາ ສະກຸນຊ່າງຊຽງລາຍ-ເທິງ ປະສົມສິລະປະລ້ານຊ້າງ ເຊິ່ງຊ່າງປັດຈຸບັນຮຽນແບບໄດ້ຍາກ ພ້ອມກ່າວໂດຍເຊື່ອວ່າບໍ່ມີໃຜລັກເຮັດແລ້ວເອົາມາຝັງ ເພື່ອສ້າງກະແສຢ່າງທີ່ຜູ້ໃຫ້ສຳພາດໄດ້ກ່າວກ່ອນໜ້າ.

ຂອບໃຈຂ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/