ຊາວກະສິກອນຫວຽດນາມຫັນໄປປູກຖົ່ວລຽນຫຼາຍຂຶ້ນ ສົ່ງຜົນ ດັນລາຄາ ກາເຟ ໂຣບັສຕ້າ ເພີ່ມສູງຂຶ້ນອີກ


ຄວາມນິຍົມໃນການບໍລິໂພກ ຖົ່ວລຽນ ໃນປະເທດຈີນ ເຊິ່ງມີປະຊາກອນກວ່າ 1.400 ລ້ານຄົນ ໄດ້ດຶງດູດໃຈໃຫ້ຊາວກະສິກອນຫວຽດນາມ ເຊົາປູກກາເຟແລ້ວຫັນມາປູກຖົ່ວລຽນສົ່ງໄປຈີນແທນ ເຮັດໃຫ້ຜົນຜະລິດກາເຟຂອງຫວຽດນາມຫຼຸດລົງຈາກຕະຫຼາດໂລກ ສົ່ງຜົນດັນລາຄາ ກາເຟໂຣບັສຕ້າ ເພີ່ມສູງຂຶ້ນອີກ.

ໂດຍສຳນັກຂ່າວ Nikkei Asia ລາຍງານວ່າ ການທີ່ຜູ້ສະໜອງກາເຟຈາກຫວຽດນາມຫາຍໄປ ເຊິ່ງເປັນປະເທດຜະລິດກາເຟຫຼາຍສຸດໃນໂລກ ອັນດັບ 2 ​ຮອງຈາກ ບຣາຊິວ, ເຮັດໃຫ້ ເມື່ອປາຍເດືອນ ເມສາ ທີ່ຜ່ານມາ ລາຄາກາເຟໂຣບັສຕ້າ ເພີ່ມສູງຂື້ນສູງສຸດເປັນປປະຫວັດການ.

ໂດຍລາຍງານລະບຸວ່າ ມີ 3 ​ປັດໄຈປະກອບກັນທີ່ເຮັດໃຫ້ລາຄາ ກາເຟ ໂຣບັສຕ້າເພີ່ມຂຶ້ນ ແມ່ນມາຈາກສະພາບອາກາດທີ່ບໍ່ເອື້ອອຳນວຍເຮັດໃຫ້ຜົນຜະລິດໜ້ອຍລົງ ການບໍລິໂພກທີ່ເພີ່ມຂຶ້ນໃນເອເຊຍ ແລະ ຄວາມນິຍົມຖົ່ວລຽນຈາກຈີນ ເຮັດໃຫ້ກະສິກອນຫວຽດນາມ ເຊົາປູກກາເຟ ແລ້ວປ່ຽນໄປປູກຖົ່ວລຽນແທນ.

ຫວຽດນາມເປັນຜູ້ຜະລິດກາເຟລາຍໃຫຍ່ອັນດັບ 2 ຂອງໂລກ ແລະ ເປັນຜູ້ຜະລິດກາເຟ ໂຣບັສຕ້າ ລາຍໃຫຍ່ທີ່ສຸດຂອງໂລກ ເຊິ່ງການທີ່ກະຊາວກະສິກອນຫວຽດນາມຫັນໄປປູກຖົ່ວລຽນເຮັດໃຫ້ພື້ນທີ່ປູກກາເຟນັ້ນຫຼຸດລົງ ສົ່ງຜົນອຸປະທານກາເຟໂລກຫຼຸດລົງ ສ່ວນການຈະຫາພື້ນທີ່ສຳລັບປູກກາເຟທົດແທນພື້ນທີ່ ທີ່ຫາຍໄປນັ້ນກໍເຮັດໄດ້ຍາກ ເນື່ອງຈາກກາເຟມີຂໍ້ຈຳກັດຂອງມັນ ກໍຄື ມັນຈະປູກໄດ້ດີສະເພາະໃນເຂດທີ່ອາກາດຮ້ອນ ແລະ ການຕໍ່ຕ້ານການຕັດໄມ້ທຳລາຍປ່າ ເຮັດໃຫ້ບໍ່ສາມາດຫາພື້ນທີ່ເພີ່ມຕື່ມຈາກພື້ນທີ່ທີ່ມີການເຮັດການກະເສດຢູ່ແລ້ວ.

ໃນໄລຍະເວລາ 2 ເດືອນທຳອິດ ປີ 2024 ການສົ່ງອອກຂອງຫວຽດນາມໄປຈີນ ບັນລຸໄດ້ທັງໝົດ 32.750 ​ໂຕນ ເຊິ່ງຫຼາຍກວ່າການສົ່ງອອກຂອງປະເທດໄທ ເກືອບ 72​% ໂດຍລາຄາການສົ່ງອອກຂອງຫວຽດນາມຢູ່ທີ່ 4,916 ລ້ານໂດລາ ຕໍ່ 1 ຕູ້ຄອນເທນເນີ້.

ທີ່ມາ:

https://asia.nikkei.com/Business/Markets/Commodities/Coffee-prices-soar-as-Vietnam-farmers-switch-to-durian

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/