Microsoft Corp. ປະກາດລົງທຶນ 1.7 ຕື້ໂດລາ ເພື່ອສ້າງໂຄງສ້າງພື້ນຖານ Cloud ແລະ AI ໃໝ່ໃນອິນໂດເນເຊຍ, ລວມເຖິງມີໂອກາດໃນການເຝິກອົບຮົມທັກສະ AI ສໍາລັບ 840,000 ຄົນ ແລະ ການສະໜັບສະໜຸນຊຸມຊົນນັກພັດທະນາທີ່ເຕີບໂຕໃນປະເທດ. ການລົງທຶນຄັ້ງຖືເປັນການລົງທຶນຄັ້ງທີ່ໃຫຍ່ທີ່ສຸດຂອງ Microsoft ໃນອິນໂດເນເຊຍໃນໄລຍະ 29 ປີຜ່ານມາ.
- ການເຂົ້າຮ່ວມການຂັບເຄື່ອນວິໄສທັດ “Golden Indonesia 2045”
ໂຄງການລິເລີ່ມເຫຼົ່ານີ້ຈະຊ່ວຍໃຫ້ອິນໂດເນເຊຍບັນລຸວິໄສທັດ “Golden Indonesia 2045” ຂອງລັດຖະບານ, ເຊິ່ງມີຈຸດປະສົງໃນການຫັນປ່ຽນປະເທດໃຫ້ກາຍເປັນສູນກາງເສດຖະກິດທົ່ວໂລກ.
“ເຕັກໂນໂລຊີ AI ຮຸ່ນໃໝ່ນີ້ ກຳລັງປ່ຽນວິທີການດຳລົງຊີວິດຂອງຜູ້ຄົນ ແລະ ການເຮັດວຽກຂອງຄົນທົ່ວໂລກ. ລວມທັງໃນປະເທດອິນໂດເນເຊຍອີກດ້ວຍ”, Satya Nadella ປະທານ ແລະ CEO ຂອງ Microsoft ກ່າວວ່າ “ການລົງທຶນທີ່ພວກເຮົາປະກາດຄັ້ງນີ້ ກວມເອົາພື້ນຖານໂຄງສ້າງດິຈິຕອນ, ການເຝິກອົບຮົມ ແລະ ການສະໜັບສະໜຸນຜູ້ພັດທະນາ. ເພື່ອທີ່ຈະຊ່ວຍໃຫ້ອິນໂດເນເຊຍປະສົບຜົນສໍາເລັດໃນຍຸກທີ່ທັນສະໄໝນີ້”.
Budi Arie Setiadi, ລັດຖະມົນຕີວ່າການກະຊວງຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແຫ່ງສາທາລະນະລັດອິນໂດເນເຊຍ ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືຂອງອິນໂດເນເຊຍກັບ Microsoft ໃນການບັນລຸວິໄສທັດທີ່ທະເຍີທະຍານຂອງ Golden Indonesia 2045
“ການຮ່ວມມືຂອງອິນໂດເນເຊຍກັບ Microsoft ໃນດ້ານ AI ແມ່ນສອດຄ່ອງກັບຄວາມທະເຍີທະຍານຂອງພວກເຮົາສໍາລັບອະນາຄົດທີ່ຂັບເຄື່ອນດ້ວຍນະວັດຕະກໍາດິຈິຕອນ. ພວກເຮົາເຊື່ອໝັ້ນວ່າ, ການຮ່ວມມືກັນໃນຄັ້ງນີ້ຈະເປີດໂອກາດໃໝ່ໆໃຫ້ກັບອິນໂດເນເຊຍ.
Dharma Simorangkir ຜູ້ອຳນວຍການບໍລິຫານ Microsoft ອິນໂດເນເຊຍ ກ່າວວ່າ “ການລົງທຶນຂອງພວກເຮົາສ້າງຈຸດໝາຍໃໝ່ສຳລັບພູມສັນຖານດິຈິຕອນຂອງອິນໂດເນເຊຍ.
- ການກໍ່ສ້າງພື້ນຖານທີ່ໝັ້ນຄົງສໍາລັບການຫັນປ່ຽນເປັນ AI
ການລົງທຶນໃນພື້ນຖານໂຄງລ່າງດິຈິຕອນນີ້ໄດ້ຕໍ່ຍອດຈາກໂຄງການລິເລີ່ມ Berdayakan Indonesia (Empower Indonesia) ຂອງ Microsoft, ເຊິ່ງປະກາດໃນເດືອນກຸມພາ 2021, ເພື່ອເລັ່ງການເຕີບໂຕທາງເສດຖະກິດລວມ.
ການລົງທຶນທີ່ປະກາດຫຼ້າສຸດນີ້ຈະຊ່ວຍໃຫ້ Microsoft ຕອບສະໜອງຄວາມຕ້ອງການບໍລິການ Cloud Computing ທີ່ເພີ່ມສູງຂຶ້ນໃນປະເທດອິນໂດເນເຊຍ.
- ສຸມໃສ່ທັກສະເພື່ອປົດລັອກທ່າແຮງຂອງເສດຖະກິດທີ່ຂັບເຄື່ອນດ້ວຍ AI
Microsoft ມີຄວາມຸ່ງໝັ້ນຢ່າງກວ້າງຂວາງໃນການສະໜອງໂອກາດເຝິກອົບຮົມທັກສະ AI ໃຫ້ແກ່ 2,5 ລ້ານຄົນໃນບັນດາປະເທດສະມາຊິກອາຊຽນ ໃນປີ 2025.
- ເປີດປະຕູສູ່ທ່າແຮງ AI ຂອງອິນໂດເນເຊຍ
Nadella ໄດ້ເນັ້ນໜັກເຖິງບົດບາດທີ່ສໍາຄັນຂອງນັກພັດທະນາຊອບແວໃນການໃຊ້ປະໂຫຍດຈາກ AI ເພື່ອເຕີມເຕັມສັກກະຍາພາບຂອງອິນໂດເນເຊຍໃນຖານະເປັນເສດຖະກິດດິຈິຕອນ.
- ມຸ່ງໝັ້ນໄປສູ່ອະນາຄົດທີ່ມີຄວາມຮັບຜິດຊອບໃນຍຸກ AI
Microsoft ກໍາລັງເຮັດວຽກຮ່ວມກັບລັດຖະບານອິນໂດເນເຊຍ, ຂະແໜງສັງຄົມພົນລະເຮືອນ, ນັກວິຊາການ ແລະ ພັນທະມິດໃນອຸດສາຫະກໍາ ເພື່ອໃຫ້ໝັ້ນໃຈວ່າ AI ສາມາດເຮັດໜ້າທີ່ເປັນຜົນບັງຄັບໃຊ້ທີ່ດີໄດ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/