ທະນາຄານພັດທະນາອາຊີ (ADB) ໄດ້ລົງນາມໃນສັນຍາຊ່ວຍເຫຼືອລ້າ 10 ລ້ານໂດລາສະຫະລັດໃຫ້ກັບລັດຖະບານ ສປປ ລາວ, ກະຊວງກະສິກຳ ແລະ ປ່າໄມ້ ເພື່ອເພີ່ມທະວີຄວາມສາມາດໃນການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານທີ່ຍັງຄົງຄ້າງ.
ADB ກ່າວວ່າ ເງິນທຶນດັ່ງກ່າວຈະຖືກນຳໃຊ້ເພື່ອຊ່ວຍຫຼຸດຕົ້ນທຶນໃນການກະສິກຳທີ່ຈຳເປັນເຊັ່ນ ຢາປາບສັດຕູພືດ, ຝຸ່ນຊີວະພາບ ແລະ ເຄື່ອງຈັກ, ພ້ອມກະຈາຍເຄື່ອງມືທີ່ຈໍາເປັນເຫຼົ່ານີ້ ອອກໄປໃຫ້ກວ້າງຂວາງກວ່າເກົ່າ.
ທຶນຊ່ວຍເຫຼືອດັ່ງກ່າວຍັງຈະສະໜັບສະໜູນຄວາມພະຍາຍາມເພື່ອສ້າງຄວາມຫຼາກຫຼາຍທາງດ້ານອາຫານການກິນຂອງປະເທດໂດຍການຊຸກຍູ້ໃຫ້ປະຊາຊົນເຂົ້າເຖິງ ແຫຼ່ງໂປຣຕີນບໍ່ວ່າຈະເປັນ ຊີ້ນ, ປາ ຫຼື ໄຂ່ ແລະ ຊ່ວຍເຫຼືອປະຊາຊົນໃນການສ້າງສວນຄົວທີ່ກຸ້ມຕົນເອງ.
ນອກຈາກນີ້ ADB ຍັງໄດ້ລະບຸວ່າ ທຶນຊ່ວຍເຫຼືອລ້າຍັງຈະນໍາໃຊ້ເຂົ້າໃນການເກັບກູ້ລະເບີດທີ່ບໍ່ທັນແຕກ ເພື່ອໃຫ້ມີເນື້ອທີ່ປູກຝັງຫຼາຍຂຶ້ນ.
ທ່ານ Sonomi Tanaka ຜູ້ອໍານວຍການ ADB ປະຈໍາລາວ ກ່າວວ່າ: “ການເພີ່ມຂຶ້ນຂອງລາຄາອາຫານໄດ້ສົ່ງຜົນກະທົບຕໍ່ສະຫວັດດີການຂອງຄົວເຮືອນ ແລະກໍາລັງການຊື້ຂອງປະຊາຊົນ, ເຊິ່ງມີຫຼາຍຄອບຄົວໄດ້ປະເຊີນກັບການຮັບ ຫຼື ການກິນອາຫານທີ່ໜ້ອຍລົງ”
ທ່ານ Sonomi ກ່າວຕໍ່ວ່າ: “ການໃຫ້ທຶນຊ່ວຍເຫຼືອລ້ານີ້ໃຫ້ການສະໜັບສະໜູນອັນສຳຄັນເພື່ອແກ້ໄຂຄວາມປອດໄພດ້ານສະບຽງອາຫານ ແລະສິ່ງທ້າທາຍດ້ານໂພຊະນາການ. ມັນຈະຊ່ວຍໃຫ້ຊຸມຊົນທ້ອງຖິ່ນຕອບສະໜອງຕໍ່ຄວາມກົດດັນຂອງອັດຕາເງິນເຟີ້ໂດຍຜ່ານການສະໜອງການຊ່ວຍເຫຼືອລ້າໃຫ້ແກ່ຊາວກະສິກອນ ແລະ ການຂະຫຍາຍການບໍລິການທີ່ສົ່ງເສີມການປະຕິບັດກະສິກໍາທີ່ທົນທານຕໍ່ສະພາບອາກາດ”
ອັດຕາເງິນເຟີ້ທີ່ສູງໄດ້ສືບຕໍ່ສະກັດກັ້ນການໃຊ້ຈ່າຍຂອງຄົວເຮືອນໃນລາວຕະຫຼອດປີ 2023 ໂດຍອັດຕາເງິນເຟີ້ລາຄາຜູ້ບໍລິໂພກສະເລ່ຍ 32% ໃນໄລຍະ 11 ເດືອນຕົ້ນປີ.
ອັດຕາເງິນເຟີ້ຂອງລາຄາສະບຽງອາຫານສະເລ່ຍ 40% ທຽບໃສ່ໄລຍະດຽວກັນ ເນື່ອງຈາກລາຄາອາຫານນໍາເຂົ້າເພີ່ມຂຶ້ນ ສາເຫດມາຈາກຄ່າເງິນກີບອ່ອນຄ່າ ແລະ ຕົ້ນທຶນການຜະລິດທີ່ສູງຂຶ້ນຍ້ອນການບໍລິໂພກສິນຄ້າກະສິກໍາທີ່ແພງຂຶ້ນຂອງຊາວກະສິກອນລາວ.
ລັດຖະບານກໍາລັງພະຍາຍາມຮັກສາສະຖຽນລະພາບຂອງອັດຕາແລກປ່ຽນເງິນຕາ ແລະ ຊຸກຍູ້ການຜະລິດພາຍໃນເພື່ອພະຍາຍາມຫຼຸດຜ່ອນຈໍານວນສິນຄ້າທີ່ນໍາເຂົ້າໂດຍການປ່ຽນແທນສິນຄ້າທີ່ຜະລິດຢູ່ໃນທ້ອງຖິ່ນ. ນອກນີ້, ລັດຖະບານຍັງໄດ້ວາງເປົ້າໝາຍອັນທະເຍີທະຍານທີ່ຈະຫຼຸດອັດຕາເງິນເຟີ້ສະເລ່ຍໃຫ້ເຫຼືອຕົວເລກຕົວດຽວ ຫຼື ຢ່າງໜ້ອຍ 9% ໃນໄລຍະປີ 2024.
ທຶນຊ່ວຍເຫຼືອລ້າ 10 ລ້ານໂດລາສະຫະລັດຍັງຈະສະໜອງທຶນເພີ່ມເຕີມໃຫ້ແກ່ໂຄງການກໍ່ສ້າງພື້ນຖານໂຄງລ່າງຊົນນະບົດແບບຍືນຍົງ ແລະ ຂະແໜງຄຸ້ມຄອງແຫຼ່ງນ້ຳ. ໂຄງການນີ້ມີຈຸດປະສົງເພື່ອສົ່ງເສີມລາຍຮັບຂອງຊົນນະບົດໂດຍການຈໍາແນກຜົນຜະລິດກະສິກໍາໃຫ້ລວມເຖິງການປູກພືດລະດູແລ້ງທີ່ມີມູນຄ່າສູງ ແລະ ການປັບປຸງຜົນຜະລິດເຂົ້າໃນລະດູຝົນໂດຍການລົງທຶນໃສ່ຊົນລະປະທານໃນແຂວງພາກເໜືອຄື: ຫົວພັນ, ຫຼວງພະບາງ, ໄຊຍະບູລີ ແລະ ຊຽງຂວາງ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/