ອຸດົມໄຊ ບໍ່ມີເຫດລັກຕັດສາຍໄຟແລ້ວ ເພາະພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນຊ່ວຍກັນປົກປັກຮັກສາ


ພາຍຫຼັງທີ່ມີການກໍ່ສ້າງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈົນປະກາດນຳໃຊ້ຢ່າງເປັນທາງການ, ຫຼາຍສະຖານີຢູ່ຫຼາຍແຂວງ ກໍເກີດມີກຸ່ມຄົນບໍ່ດີໄປລັກງັດ, ລັກຕັດສາຍໄຟ, ນັອດ ແລະ ອື່ນໆ ທີ່ຈະອາດຜົນກະທົບຕໍ່ການຂົນສົ່ງຂອງລົດໄຟ ແລະ ແຂວງອຸດົມໄຊ ກໍເປັນແຂວງໜຶ່ງທີ່ເກີດເຫດການດັ່ງກ່າວຂຶ້ນ. ດັ່ງນັ້ນກໍາລັງປ້ອງກັນຄວາມສະຫງົບ (ປກສ) ແຂວງອຸດົມໄຊ ໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນໂຄງການລົດໄຟ ລາວ-ຈີນ ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການນັບແຕ່ມື້ເລີ່ມຕົ້ນຈົນຮອດປັດຈຸບັນ ສາມາດດໍາເນີນໄປໄດ້ຢ່າງສະດວກສະບາຍ. ພ້ອມນີ້ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ກໍໄດ້ຮຽກຮ້ອງເຖິງພໍ່ແມ່ປະຊາຊົນ, ຜູ້ປະກອບການຊ່ວຍເປັນຫູເປັນຕາ, ປົກປັກຮັກສາທາງລົດໄຟຮ່ວມກັນ.

ທ່ານ ພົນຈັດຕະວາ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໃຫ້ສໍາພາດວ່າ: ນັບແຕ່ມື້ເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການລົດໄຟ ລາວ-ຈີນ, ກໍາລັງ ປກສ ແຂວງ ໄດ້ເອົາໃຈໃສ່ ຮ່ວມກັບ ກໍາລັງທີ່ກ່ຽວຂ້ອງຂອງແຂວງ ແລະ ຈາກກະຊວງປ້ອງກັນຄວາມສະຫງົບ ເພື່ອປະຕິບັດໜ້າທີ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມແລວທາງລົດໄຟໄລຍະທາງຜ່ານ ແຂວງອຸດົມໄຊ ຢ່າງເຂັ້ມງວດ. ພ້ອມນີ້ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງໄກ່ເກ່ຍເພື່ອຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ.

ພາຍຫຼັງເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ, ກະຊວງປ້ອງກັນຄວາມສະຫງົບ ໄດ້ມອບຄວາມໃຫ້ແຂວງຮັບຜິດຊອບວຽກງານນີ້ໂດຍກົງ. ຈາກນັ້ນ ປກສ ແຂວງ ຮ່ວມກັບ ປກສ ບັນດາເມືອງທີ່ກ່ຽວຂ້ອງ ໄດ້ສືບຕໍ່ຈັດສັນກໍາລັງປະຈໍາຢູ່ຕາມສະຖານີ, ອຸມົງ ແລະ ແຕ່ລະຈຸດສໍາຄັນຕ່າງໆ, ພ້ອມນີ້ ຍັງມີໜ່ວຍລາດຕະເວນ ແລະ ໜ່ວຍເຄື່ອນໄຫວເພື່ອໂຄສະນາໃຫ້ປະຊາຊົນຢູ່ບັນດາບ້ານທີ່ຢູ່ຕາມແລວທາງລົດໄຟພາຍໃນແຂວງ ເປັນເຈົ້າການປົກປັກຮັກສາເສັ້ນທາງລົດໄຟຮ່ວມກັນຢ່າງຕໍ່ເນື່ອງ, ທັງໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງເຄື່ອນໄຫວກວດກາ ແລະ ເຮັດບົດບັນທຶກກັບຜູ້ປະກອບການຮ້ານເກັບຊື້ເຫຼັກເສດພາຍໃນແຂວງບໍ່ໃຫ້ເກັບຊື້ເຫຼັກເສດທີ່ບໍ່ຖືກຕ້ອງຈາກກຸ່ມຄົນບໍ່ດີຕ່າງໆ.

ໃນໄລຍະຜ່ານມາ ປະຊາຊົນຢູ່ບັນດາບ້ານຕາມລຽບຕາມເສັ້ນທາງລົດໄຟພາຍໃນແຂວງອຸດົມໄຊໃຫ້ການຮ່ວມມືປະກອບສ່ວນຄຸ້ມຄອງ ແລະ ປົກປັກຮັກສາ ກໍຄື ຈັດຕັ້ງປະຕິິບັດຕາມລະບຽບທີ່ໂຄງການລົດໄຟລາວ-ຈີນ, ລວມເຖິງບັນດານິຕິກໍາທີ່ລັດຖະບານລາວວາງອອກໄດ້ດີ ຈຶ່ງເຮັດໃຫ້ການກໍ່ສ້າງ ກໍຄືການບໍລິການລົດໄຟຢູ່ແຂວງອຸດົມໄຊ ສາມາດດໍາເນີນໄປໄດ້ຢ່າງສະດວກສະບາຍ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ.

ຢ່າງໃດກໍຕາມ ເພື່ອຮັບປະກັນບໍ່ໃຫ້ມີປາກົດການຫຍໍ້ທໍ້ທີ່ກ່ຽວຂ້ອງກັບທາງລົດໄຟລາວ-ຈີນ ເກີດຂຶ້ນ, ຂໍຮຽກຮ້ອງໃຫ້ບັນດາຜູ້ປົກຄອງທຸກຄົນ ຈົ່ງເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນບໍ່ໃຫ້ໄປລັກອຸປະກອນຂອງທາງລົດໄຟ ຫຼື ເອົາສັດຕ່າງໆເຂົ້າໄປລ້ຽງໃນເຂດແລວເສັ້ນທາງລົດໄຟລາວ- ຈີນ. ພ້ອມນີ້ ບັນດາຜູ້ປະກອບການຮັບຊື້ເຫຼັກເສດຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດດ້ວຍການບໍ່ຊື້ເຫຼັກເສດຈາກກຸ່ມຄົນບໍ່ດີນໍາໄປຂາຍ, ທັ້ງນີ້ກໍເພື່ອເຮັດໃຫ້ລົດໄຟລາວ-ຈີນ ເຊິ່ງເປັນໂຄງການຮ່ວມມືລະຫວ່າງສອງລັດຖະບານລາວ ແລະ ຈີນ ນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະຊາຊົນຊາວແຂວງອຸດົມໄຊ ກໍຄືປະເທດລາວເຮົາ.

ສໍາລັບແຂວງອຸດົມໄຊ ແມ່ນແຂວງທີ່ມີໄລຍະທາງລົດໄຟ ລາວ-ຈີນ ຜ່ານຍາວກວ່າໝູ່ໃນບັນດາແຂວງທີ່ມີທາງລົດໄຟດັ່ງກ່າວຜ່ານໃນລາວ ມີຄວາມຍາວທັັງໝົດ 120 ກວ່າກິໂລ ແມັດ ໂດຍຜ່ານ 3 ເມືອງພາຍໃນແຂວງ ຄື: ເມືອງໄຊ, ເມືອງງາ ແລະ ເມືອງນາໝໍ້, ປະກອບມີ 9 ສະຖານີ, ແຕ່ໄລຍະທໍາອິດແມ່ນກໍ່ສ້າງພຽງ 3 ສະຖານີ ຄື: ສະຖານີເມືອງໄຊ, ສະຖານີເມືອງນາໝໍ້, ແລະ ສະຖານີເມືອງງາ.

ຂໍ້ມູນຈາກ:

https://bit.ly/3JR7GAs

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/