ໃນເຊົ້າຂອງວັນຈັນນີ້, ການເຄື່ອນໄຫວຂອງລາຄາ Bitcoin ໄດ້ມີການປັບຕົວຂຶ້ນຢ່າງຮຸນເເຮງ ຫຼັງຈາກທີ່ໄດ້ຢຸດເຄື່ອນໄຫວໃນ 1-2 ມື້ທີ່ຜ່ານມາ. ໂດຍລາຄາຂອງ Bitcoin ໄດ້ເພີ່ມຂຶ້ນເຖິງລະດັບສູງສຸດໃນປີ 2023 ຢູ່ທີ່ 28.474 ໂດລາໃນເວັບ Bitstamp, ເນື່ອງຈາກກ່ອນໜ້ານີ້ Bitcoin ໄດ້ມີການປັບຕົວຈາກລະດັບທີ່ຕໍ່າກວ່າ 27.000 ໂດລາ ເເລ້ວກໍໄຕ່ລະດັບຂຶ້ນມາເລື້ອຍໆ.

ຢ່າງໃດກໍຕາມ, ລາຄາ Bitcoin ຍັງຢູ່ໄກຈາກຈຸດສູງສຸດຂອງປະຫວັດສາດທີ່ເຄີຍເຮັດໄວ້ໃນປີ 2021 ຢູ່ທີ່ 69.000 ໂດລາ ເຊິ່ງພວກເຮົາຕ້ອງລໍຖ້າເບິ່ງຕໍ່ໄປວ່າ ການເພີ່ມຂຶ້ນຂອງລາຄາໃນຄັ້ງນີ້ຈະເຮັດໃຫ້ມັນໄປເຖິງຈຸດ ATH ເກົ່າທີ່ເຄີຍເຮັດໄວ້ຫຼືບໍ່?
ອີງຕາມຂໍ້ມູນ MarketPro ຂອງ Cointelegraph ລະບຸວ່າ: ໃນວັນທີ 19 ເດືອນມີນາ, Bitcoin ມີລາຄາເພີ່ມຂຶ້ນເໜືອລະດັບ 28.000 ໂດລາ ຫຼື ເພີ່ມຂຶ້ນປະມານ 16% ໄລຍະ 7 ມື້ທີ່ຜ່ານມາ.
ພາບໂດຍລວມໃນອາທິດນີ້, Bitcoin ເພີ່ມຂຶ້ນຫຼາຍກ່ວາ 37% ທຽບກັບເງິນໂດລາສະຫະລັດ. ມູນຄ່າຕະຫຼາດຂອງ Bitcoin ຈະເພີ່ມຂຶ້ນ 194 ຕື້ໂດລາໃນປີ 2023, ເຊິ່ງເປັນການເພີ່ມຂຶ້ນ 66% ເມື່ອປຽບທຽບກັບຮຸ້ນຂອງທະນາຄານ Wall Street.
ທ່າມກາງຄວາມຢ້ານກົວຂອງວິກິດການທະນາຄານທົ່ວໂລກກຳລັງເພີ່ມສູງຂຶ້ນ, Bitcoin ເພີ່ມຂຶ້ນປະມານ 65% ເມື່ອທຽບກັບ S&P 500 ທີ່ເພີ່ມຂຶ້ນ 2.5% ແລະ Nasdaq ລົດລົງ 15% ໃນປີ 2023.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/