ໃນຄໍ່າຄືນທີ່ຜ່ານມາ ລີໂອເນວ ເມັສຊີ່ ໄດ້ກາຍເປັນນັກເຕະແຫ່ງປະຫວັດສາດ, ກາຍເປັນໜຶ່ງໃນຄົນສຳຄັນຂອງຊາດ ແລະ ສາມາດເອີ້ນໄດ້ວ່າເປັນນັກເຕະທີ່ປະສົບຄວາມສຳເລັດຫຼາຍທີ່ສຸດໃນໂລກ ຫຼັງຈາກພາທີມຊາດ ອາເຈນຕິນາ ຄວ້າແຊ້ມໂລກໄດ້ສຳເລັດໃນຮອບ 36 ປີ ເຕີມເຕັມກຽດປະຫວັດຂອງຕົນເອງໄດ້ຢ່າງໄຮ້ບ່ອນຕິ.

ແຕ່ກໍດັ່ງທີ່ຮູ້ກັນ ທຸກໆຄວາມສຳເລັດຂອງຜູ້ຊາຍ ມັກຈະມີແມ່ຍິງເປັນຜູ້ຢູ່ເບື້ອງຫຼັງສະເໝີ ເຊັ່ນດຽວກັນກັບ ລີໂອເນວ ເມັສຊີ່ ນັກເຕະເບີ 1 ຂອງໂລກ ທີ່ບໍ່ວ່າຈະລົງສະໜາມແຂ່ງຂັນຢູ່ໃສ ກໍມັກຈະມີ ເມຍສຸດທີ່ຮັກ ອັນໂຕເນຣ່າ ຕາມມານັ່ງໃຫ້ກຳລັງໃຈຢູ່ສະເໝີ.
ເຖິງແມ່ນວ່າໃນສະໜາມທີ່ເຮົາເຫັນ ເມັສຊີ່ ຈະເປັນຊາຍທີ່ມີຄວາມສາມາດລົ້ນເຫຼືອ ມີຄວາມເປັນຜູ້ນຳສູງ ເປັນສູນກາງຮວບຮວມຈິດໃຈຂອງຄົນໝົດຊາດ ແລະ ຍິ່ງໃຫຍ່ພຽງໃດໃນວົງການບານເຕະ ແຕ່ເມື່ອຈົບເກມ ໃນຖານະຜົວ ແລະ ຫົວໜ້າຄອບຄົວ ເມສຊີ່ ນັ້ນກໍບໍ່ໄດ້ຕ່າງຫຍັງຈາກຜູ້ຊາຍທົ່ວໆໄປຫຼາຍປານໃດ.

ໂດຍສະເພາະເມື່ອມີພາບທີ່ ອັນໂຕເນຣ່າ ເມຍສຸດທີ່ຮັກຂອງ ເມັສຊີ່ ໄດ້ຂໍໃຫ້ເມັສຊີ່ ນັ້ນຖ່າຍຮູບໃຫ້ ທ່າມກາງຊ່າງພາບມືອາຊີບທີ່ຢືນຢູ່ເຕັມສະໜາມ ແຕ່ເມັສຊີ່ ກໍບໍ່ໄດ້ມີການປະຕິເສດແຕ່ຢ່າງໃດ. ຈົນກາຍເປັນອີກໜຶ່ງພາບທີ່ມີຄວາມໜ້າຮັກ ແລະ ຖືກເວົ້າເຖິງກັນຢ່າງກວ້າງຂວາງໃນໂລກອອນລາຍ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/