ເມື່ອວັນທີ 15 ທັນວາ BBC ລາຍງານວ່າ Elon Musk ມະຫາເສດຖີອັນດັບຕົ້ນໆຂອງໂລກ ໄດ້ເຮັດການເທຂາຍຮຸ້ນຂອງບໍລິສັດລົດໄຟຟ້າ Tesla ຈຳນວນ 22 ລ້ານຫຸ້ນ ລວມມູນຄ່າແມ່ນ 3.580 ລ້ານໂດລາ ແລະການຂາຍຮຸ້ນໃນຄັ້ງນີ້ກໍຖືເປັນຄັ້ງທີສອງນັບຕັ້ງແຕ່ Elon Musk ເຂົ້າຊື້ກິດຈະການ Twitter ເຊິ່ງສົ່ງຜົນໃຫ້ປີນີ້ມູນຄ່າຮຸ້ນ Tesla ລົດລົງກວ່າ 60% ໂດຍເປັນຮຸ້ນທີ່ໃຫ້ຜົນຕອບແທນທີ່ຕ່ຳທີ່ສຸດໃນກຸ່ມເທັກໂນໂລຢີ ແລະ ລົດ.

ຂໍ້ມູນຈາກໜ່ວຍງານກຳກັບດູແລທາງການເງິນສະຫະລັດ (US financial regulator) ເປີດເຜີຍວ່າ ຮຸ້ນ Tesla ຖືກຂາຍໄປເມື່ອວັນ ຈັນ, ອັງຄານ ແລະ ພຸດ ໃນອາທິດນີ້ ເຮັດໃຫ້ປີນີ້ Elon Musk ຂາຍຮຸ້ນ Tesla ໄປແລ້ວທັງໝົດປະມານ 40.000 ລ້ານໂດລາ ສ່ວນສາເຫດຂອງການຂາຍຄັ້ງຫຼ້າສຸດນັ້ນ ແມ່ນຍັງບໍ່ໄດ້ຮັບການເປີດເຜີຍ.

ແລະເມື່ອອາທິດທີ່ຜ່ານມາ Elon Musk ກໍໄດ້ປະກາດຂາຍຮຸ້ນເທສລາ 19,5 ລ້ານຫຸ້ນ ມູນຄ່າ 3.950 ໂດລາ ຫຼັງຈາກທີ່ບັນລຸຂໍ້ຕົກລົງການເຂົ້າຊື້ກິດຈະການ Twitter ທີ່ມີມູນຄ່າ 44.000 ລ້ານໂດລາ ແຕ່ເຖິງຢ່າງນັ້ນຈາກຂໍ້ມູນຂອງ Refinitiv ເຊິ່ງເປັນຜູ້ບໍລິການຂໍ້ມູນຕະຫຼາດການເງິນໄດ້ອອກມາເປີຍວ່າ ເຖິງ Musk ຈະຂາຍຮຸ້ນໄປເປັນຈຳນວນຫຼາຍແຕ່ Musk ກໍຍັງເປັນຜູ້ຖືຮຸ້ນລາຍໃຫຍ່ຂອງ Tesla ຢູ່ໂດຍມີສັດສ່ວນຢູ່ທີ່ 13,4%.
ເມື່ອວັນພຸດທີ 14 ທັນວາທີ່ຜ່ານມາ ມູນຄ່າຮຸ້ນ Tesla ໃນດັດຊະນີແນສແດັກ (Nasdaq) ໃນຕະຫຼາດຮຸ້ນນິວຢອກ ປິດຕໍ່າກວ່າ 500 ລ້ານໂດລາ ເຊິ່ງນັບເປັນຄັ້ງທຳອິດຕັ້ງແຕ່ປີ 2020 ແລະເຮັດໃຫ້ຮຸ້ນ Tesla ກາຍເປັນຮຸ້ນທີ່ຜົນຕອບຮັບທີ່ບໍ່ດີທີ່ສຸດໃນກຸ່ມບໍລິສັດຜູ້ຜະລິດລົດຍັກໃຫຍ່ໃນປີນີ້ ເນື່ອງຈາກນັກລົງທຶນກັງວົນວ່າການເຂົ້າຊື້ Twitter ເຮັດໃຫ້ Musk ມີຄວາມລັງເລຄວາມສົນໃຈຈາກ Tesla.

ນອກຈາກນີ້ນັກລົງທຶນຍັງກັງວົນວ່າ ຄວມຕ້ອງການລົດໄຟຟ້າ Tesla ອາດຕໍ່າລົງ ເນື່ອງຈາກພາວະເສດຖະກິດທີ່ຖົດຖອຍ ຕົ້ນທຶນກູ້ຢືມສູງ ແລະບໍລິສັດລົດອື່ນໆ ແມ່ນເລີ່ມເລັ່ງຜະລິດພະລັງງານໄຟຟ້າເຊັ່ນກັນ ພ້ອມຍັງໄດ້ຮັບຜົນກະທົບຈາກການເອີ້ນລົດໄຟຟ້າຄືນມາຈຳນວນຫຼາຍອີກດ້ວຍ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/