ສະຫະລັດອາເມລິກາຢືນຢັນວ່າວັກຊີນໂຄວິດ-19 AstraZeneca ມີປະສິດທິພາບ 79% ແລະ ບໍ່ກໍ່ໃຫ້ເກີດພາວະເລືອດກ້າມ


4-5 ມື້ທີ່ຜ່ານມາ ເຮົາອາດຈະເຫັນຂ່າວຫຼາຍສຳນັກທີ່ນຳສະເໜີຂ່າວກ່ຽວກັບຫຼາຍປະເທດໃນໂລກ ໂດຍສະເພາະບັນດາປະເທດຢູໂຣບທີ່ມີຄຳສັ່ງລະງັບການສັກວັກຊີນໂຄວິດ-19 AstraZeneca ເນື່ອງຈາກວ່າມີຫຼາຍກໍລະນີທີ່ເກີດພາວະເລືອດກ້າມ ແລະ ມີກໍລະນີທີ່ເສຍຊີວິດ, ເຊິ່ງຖືວ່າເປັນເລື່ອງໃຫຍ່ເລີຍ ເຮັດໃຫ້ຫຼາຍພາກສ່ວນທີ່ກ່ຽວຂ້ອງ ລວມເຖິງອົງການອະນາໄມໂລກ WHO ກໍໄດ້ເລັ່ງກວດສອບປະສິດທິພາບຂອງວັກຊີນ ແລະ ຜົນຂ້າງຄຽງກັນອີກເທື່ອໜຶ່ງ.​

ຫຼ້າສຸດ ຜົນການທົດລອງຂະໜາດໃຫຍ່ໃນສະຫະລັດອາເມຣິກາ ກໍໄດ້ສະແດງໃຫ້ເຫັນວ່າວັກຊີນໂຄວິດ-19 ທີ່ພັດທະນາໂດຍ AstraZeneca ແລະ University of Oxford ມີປະສິດທິພາບ 79% ໃນການປ້ອງກັນອາການເຈັບປ່ວຍ, ໄດ້ຜົນ 100% ໃນການປ້ອງກັນໂຣກຮຸນແຮງ ແລະ ຜູ້ທີ່ມີອາຍຸ 65 ປີຂຶ້ນໄປ ປະສິດທິພາບຂອງວັກຊີນຈະຢູ່ທີ່ 80%.

ການທົດສອບວັກຊີນ AstraZeneca ເຟສທີ 3 ນີ້ ມີການທົດລອງກັບອາສາສະໝັກ 32,449 ຄົນ ໂດຍມີອາສາສະໝັກຈຳນວນ 2 ໃນ 3 ທີ່ໄດ້ຮັບວັກຊີນແທ້, ໂດຍ 20% ຂອງກຸ່ມດັ່ງກ່າວ ເປັນ ປະຊາກອນທີ່ມີອາຍຸ 65 ປີຂຶ້ນໄປ ແລະ ອີກ 60% ເປັນກຸ່ມທີ່ມີຄວາມສ່ຽງໃນການຕິດໂຄວິດ-19 ຂັ້ນຮຸນແຮງ ເຊັ່ນ: ກຸ່ມຜູ້ປ່ວຍເປັນໂຣກເບົາຫວານ ແລະ ໂຣກຫົວໃຈ.

ຜົນການທົດສອບດັ່ງກ່າວຖືວ່າເປັນການຢືນຢັນປະສິດທິພາບຂອງວັກຊີນ AstraZeneca ທີ່ກົງກັບຜົນການທົດສອບກ່ອນໜ້ານີ້ ແລະ ຍັງຢືນຢັນປະສິດທິພາບໃນການປ້ອງກັນໂຄວິດ-19 ໃນຜູ້ສູງອາຍຸ 65 ປີຂຶ້ນໄປອີກດ້ວຍ.

ຄະນະກຳມະການກວດສອບດ້ານຄວາມປອດໄພຂອງຂໍ້ມູນ ຢືນຢັນວ່າຜົນການທົດສອບດັ່ງກ່າວບໍ່ພົບຄວາມສ່ຽງທີ່ເຮັດໃຫ້ເກີດອາການພາວະເລືອດກ້າມເພີ່ມເຕີມໃນກຸ່ມອາສະໝັກທີ່ໄດ້ຮັບວັກຊີນ ຈຳນວນ 21,583 ລາຍ. ອົງການອະນາໄມໂລກ ແລະ ສະມາຄົມລະຫວ່າງປະເທດກ່ຽວກັບເລືອດກ້າມ ແລະ ການຫ້າມເລືອດ ໄດ້ແນະນຳໃຫ້ປະເທດຕ່າງໆສາມາດໃຊ້ວັກຊີນ AstraZeneca ຕໍ່ໄປໄດ້.

ຫຼາຍປະເທດໃນຢູໂຣບເອງທີ່ເຄີຍມີຄຳສັ່ງລະງັບການສັກວັກຊີນ AstraZeneca ກໍໄດ້ກັບມາໃຊ້ວັກຊີນດັ່ງກ່າວຄືນແລ້ວ ເຊັ່ນປະເທດເຢຍລະມັນ, ຝຣັ່ງ, ອິຕາລີ ແລະ ສະເປນ, ສ່ວນໃນປະເທດລາວເອງກໍໄດ້ຮັບວັກຊີນ AstraZeneca ໃນວັນທີ 20 ມີນາ 2021 ທີ່ຜ່ານມາ ຈຳນວນ 132,000 ໂດສ ຈາກໂຄງການ COVAX ທີ່ລັດຖະບານອອສເຕເລຍໃຫ້ທຶນຊ່ວຍເຫຼືອ.

ຂອບໃຈຂໍ້ມູນຈາກ:

https://positioningmag.com/1324572

https://www.facebook.com/laoxpage/posts/878226759695749